ແຕ່ງຕັ້ງສະຫາຍ ນາງ ຄຳໄພ ລັດສະໝີ ເປັນເລຂາພັກເມືອງເຈົ້າເມືອງໄຊທານີຄົນໃໝ່

    ວັນທີ 21 ກໍລະກົດ 2022 ທີ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບ-ຮັບໜ້າທີ່ເລຂາພັກເມືອງ-ເຈົ້າເມືອງໄຊທານີ ລະຫວ່າງສະຫາຍ ຄຳປະດິດ ເຂັມມານິດ ເລຂາພັກເມືອງ ເຈົ້າເມືອງໄຊທານີ (ຜູ້ເກົ່າ) ແລະ ສະຫາຍນາງ ຄຳໄພ ລັດສະໝີ ເລຂາພັກເມືອງ ເຈົ້າເມືອງໄຊທານີ(ຜູ້ໃໝ່) ເປັນກຽດເຂົ້າຮ່ວມຂອງສະຫາຍ ພົຈວ ສີພອນ ຈັນສົມວົງ ຮອງເລຂາຄະນະພັກນະຄອນຫຼວງວຽງຈັນ ພ້ອມດ້ວຍຫົວໜ້າ ຮອງພະແນກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ອີງຕາມຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 448/ຈນວ ລົງວັນທີ 2 ມິຖຸນາ 2022 ວ່າດ້ວຍການອະນຸມັດໃຫ້ລັດຖະກອນເຂົ້າຮັບອຸດໜູນບຳນານ ເຊິ່ງເຫັນດີອະນຸມັດໃຫ້ສະຫາຍ ຄຳປະດິດ ເຂັມມານິດ ເລຂາພັກເມືອງ ເຈົ້າເມືອງໄຊທານີ ເຂົ້າຮັບອຸດໜູນບຳນານ ແລະ ອີງຕາມຂໍ້ຕົກລົງຂອງຄະນະປະຈຳພັກນະຄອນຫຼວງວຽງຈັນ ເລກທີ 476/ຄພນວ ລົງວັນທີ 11 ກໍລະກົດ 2022 ວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກເມືອງໄຊທານີ ແລະ ຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ເລກທີ 568/ ຈນວ ລົງວັນທີ 7 ກໍລະກົດ 2022 ວ່າດ້ວຍການແຕ່ງຕັ້ງເຈົ້າເມືອງໄຊທານີ ເຫັນດີແຕ່ງຕັ້ງໃຫ້ສະຫາຍ ນາງ ຄຳໄພ ລັດສະໝີ ກຳມະການພັກນະຄອນຫຼວງ ຫົວໜ້າພະແນກພາຍໃນນະຄອນຫຼວງວຽງຈັນ ມາຮັບໜ້າທີ່ເປັນເລຂາພັກເມືອງ ເຈົ້າເມືອງໄຊທານີ.

# ຂ່າວ – ເພັດ : ເພັດສະໝອນ

error: Content is protected !!