ໄຂກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2022 ​​​

    ໃນຕອນເຊົ້າຂອງວັນທີ 21 ກໍລະກົດ 2022 ທີ່ນະຄອນຫຼວງວຽງຈັນ ລັດຖະບານໄດ້ຈັດກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2022 ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດ ຖະມົນຕີ ມີບັນດາທ່ານຮອງນາຍົກລັດຖະມົນຕີ ສະມາຊິກລັດຖະບານ ບັນດາທ່ານເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ​ ຕາງໜ້າຈາກແນວລາວສ້າງຊາດ ອົງການຈັດຕັ້ງພັກ ອົງການຈັດຕັ້ງມະຫາຊົນ ອົງການກວດສອບແຫ່ງລັດ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

    ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປໃນທ່າມກາງບັນຍາກາດທີ່ສະພາບການສາກົນ ແລະ ພາກພື້ນຍັງມີສືບຕໍ່ຜັນແປຢ່າງສະຫຼັບສັບຊ້ອນ ເຊິ່ງນອກຈາກຜົນກະທົບຂອງການແຜ່ລະບາດພະຍາດໂຄວິດ-19 ແລ້ວ ຍັງມີຜົນກະທົບຢ່າງໜັກໜ່ວງຈາກສະພາບການທີ່ເກີດຂຶ້ນຕໍ່ເສດຖະກິດໂລກ ໂດຍສະເພາະ ຕໍ່ຕ່ອງໂສ້ການຄ້າ ລະຫວ່າງປະເທດ ການສະໜອງນ້ຳມັນ ສະບຽງອາຫານ ສິນຄ້າທີ່ຈຳເປັນຈຳນວນໜຶ່ງບໍ່ພຽງພໍກັບຄວາມຕ້ອງການ ຈຶ່ງເປັນສາເຫດຕົ້ນຕໍເຮັດໃຫ້ລາຄານ້ຳມັນເຊື້ອໄຟ ລາຄາສິນຄ້າສູງຂຶ້ນ ແລະ ເຮັດໃຫ້ອັດຕາເງິນເຟີ້ສູງຂຶ້ນໃນໂລກ ລວມທັງປະເທດທີ່ຈະເລີນແລ້ວ ຍິ່ງເປັນການຊ້ຳເຕີມຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວທາງດ້ານເສດຖະກິດ-ການຄ້າ ຂອງໂລກ ທີ່ແກ່ຍາວມາເປັນເວລາ 2 ປີກວ່າແລ້ວ ຍ້ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ສໍາລັບຢູ່ປະເທດເຮົາ ກໍບໍ່ສາມາດຫຼີກລ່ຽງຜົນກະທົບຈາກສະພາບດັ່ງກ່າວເຊັ່ນດຽວກັນ ໂດຍສະເພາະ ຜົນກະທົບຕໍ່ສະຖຽນລະພາບທາງດ້ານເສດຖະກິດມະຫາພາກ ທີ່ມີຄວາມບອບບາງຢູ່ແລ້ວ ເປັນຕົ້ນ ບັນຫາການຂາດດູນການຄ້າ ແລະ ເງິນຕາຕ່າງປະເທດ ການເໜັງຕີງແຮງ ຂອງອັດຕາແລກປ່ຽນເງິນຕາ ການເໜັງຕີງຂອງລາຄານ້ຳມັນເຊື້ອໄຟ ລາຄາສິນຄ້າ ເຄື່ອງອຸປະໂພກບໍລິໂພກທີ່ເພີ່ມຂຶ້ນສູງ.

    ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2022 ຈະໄດ້ດຳເນີນເປັນເວລາ 2 ວັນ ຄື: ວັນທີ 21-22ກໍລະກົດ ເຊິ່ງຈະໄດ້ປຶກສາຫາລື ຄົົ້ນຄວ້າ ແລະ ເປັນເອກະພາບກັນຕໍ່ 5 ຫົວຂໍ້ທີ່ສໍາຄັນ ແລະ ເຄັ່ງຮ້ອນ ໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບບັນດາວຽກຈຸດສຸມຂອງສອງວາລະແຫ່ງຊາດທີ່ສະພາແຫ່ງຊາດໄດ້ຮັບຮອງ ກໍຄືການແກ້ໄຂບັນຫາລວມຂອງຊາດ ດັ່ງນີ້:

  •  ບົດສະຫຼຸບການເຄື່ອນໄຫວວຽກງານພົ້ນເດັ່ນ ໃນ 6 ເດືອນຕົ້ນປີ 2022 ແລະ ທິດທາງວຽກຈຸດສຸມ 6 ເດືອນທ້າຍປີ 2022 ຂອງລັດຖະບານ
  •  ບົດລາຍງານ ແຜນປະຕິບັດຕົວຈິງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບແຜນປະຕິບັດຕົວຈິງ 02 ວາລະແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ 06 ເດືອນທ້າຍປີ 2022 ຕາມມະຕິກອງປະຊຸມສະໄໝສາມັນ ເທື່ອທີ 3 ສະພາແຫ່ງຊາດ ຊຸດທີ IX;
  •  ບົດລາຍງານ ສະພາບການປະຕິບັດນະໂຍບາຍອັດຕາດອກເບ້ຍທະນາຄານ ລວມທັງສະພາບການຄຸ້ມຄອງສະຖາບັນການເງິນຈຸລະພາກ ຮ້ານແລກປ່ຽນເງິນຕາ ໂຮງຊວດຈຳ ແລະ ຮ້ານຄຳ ໃນໄລຍະຜ່ານມາ ແລະ ສະເໜີທິດທາງຄາດໝາຍປັບປຸງໃນຕໍ່ໜ້າ;
  •  ບົດລາຍງານ ສະພາບການແກ້ໄຂການຂາດແຄນ ບໍລິການນ້ຳມັນ ແລະ ການປັບປຸງໂຄງສ້າງລາຄານ້ຳມັນ ໃນປັດຈຸບັນ ແລະ ທິດທາງຄາດໝາຍປັບປຸງໃນຕໍ່ໜ້າ;
  •  ບົດລາຍງານຜົນສຳເລັດໃນການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ທິດທາງແຜນການ ມາດຕະການໃນຕໍ່ໜ້າ ພາຍຫຼັງການເປີດປະເທດ ໃນວັນທີ (09 ພິຶດສະພາ 2022) ແລະ ການແກ້ໄຂພະຍາດຕາມລະດູການ (ໄຂ້ຍຸງລາຍ).

    ໃນໂອກາດກ່າວເປີດກອງປະຊຸມ ທ່ານ ປະທານກອງປະຊຸມໄດ້ຮຽກຮ້ອງບັນດາທ່ານສະມາຊິກລັດຖະບານ ບັນດາທ່ານເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງເລິກເຊິ່ງ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ ກະທັດຮັດ ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກຳນົດໄວ້.

error: Content is protected !!