ຍົກສູງຂີດຄວາມສາມາດໃນການສ້າງລະບົບການບໍລິການການແພດສຸກເສີນ

    ກອງປະຊຸມລາຍງານຄວາມຄືບໜ້າຂອງແຜນງານການຮ່ວມມື ອົງການຮ່ວມມືສາກົນຍີ່ປຸ່ນ ວ່າດ້ວຍໂຄງການຢຸດຕິການເສຍຊີວິດຈາກອຸບັດເຫດຕາມທ້ອງຖະໜົນ ໂດຍການພັດທະນາບໍລິການການແພດສຸກເສີນ ແລະ ຄວາມປອດໄພຕາມທ້ອງຖະໜົນ (ໂຄງການ SAFER) ແລະ ການເຂົ້າຢ້ຽມຊົມສູນແຈ້ງເຫດ-ສັ່ງການ (ສູນ CCC) ຄັ້ງປະຖົມມະລຶກ ຈັດຂຶ້ນວັນທີ 21 ກໍລະກົດ 2022 ທີ່ໂຮງໝໍມິດຕະພາບ ມີທ່ານ ສອນໄຊ ລາດຊະວົງ ຜູ້ອຳນວຍການໂຮງໝໍມິດຕະພາບ ໜ່ວຍງານການບໍລິການການແພດສຸກເສີນ (EMS) ກະຊວງສາທາລະສຸກ ຕາງໜ້າຈາກກະຊວງໂຍທາທິການ ແລະ ຂົນສົ່ງ ໂຮງໝໍມິດຕະພາບ ໂຮງໝໍເຊດຖາທິລາດ ໂຮງໝໍມະໂຫສົດ ມະຫາວິທະຍາໄລສຸຂະພາບ ແລະ ໜ່ວຍກູ້ໄພ 5 ແຫ່ງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

     ເພື່ອເປັນການແບ່ງປັນ ແລະ ຮັບຮູ້ເປັນເອກະພາບກັນ ກ່ຽວກັບແນວທາງໃນການດຳເນີນງານຂອງໜ່ວຍ EMS ໃນອະນາຄົດ ພ້ອມທັງແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ ກ່ຽວກັບການດຳເນີນງານຂອງສູນ CCC ເຊິ່ງສູນດັ່ງກ່າວຈະເປີດນຳໃຊ້ເປັນຄັ້ງທຳອິດໃນ ສປປ ລາວ ໃນເດືອນຕຸລາ 2022 ໄປພ້ອມໆກັບການເປີດນຳໃຊ້ເບີໂທສຸກເສີນ 1195 ສະນັ້ນ ທຸກໆສາຍຂອງການແຈ້ງເຫດສຸກເສີນທີ່ກ່ຽວຂ້ອງກັບອຸບັດເຫດທາງທ້ອງຖະໜົນ ແລະ ການເຈັບປ່ວຍສຸກເສີນຕ່າງໆ ຈະຖືກເຊື່ອມຕໍ່ມາຍັງ CCC ໂດຍແມ່ນໂຮງໝໍມິດຕະພາບ ກະຊວງສາທາລະນະສຸກ ມະຫາວິທະຍາໄລຊຶກຸບະ ແລະ ສະຖາບັນຄົ້ນຄວ້າທາງສັງຄົມ (JRISS) ເປັນຜູ້ພັດທະນາ ແລະ ຈັດຕັ້ງປະຕິບັດຮ່ວມກັນ ເຊິ່ງໄດ້ບົດບັນທຶກຄວາມເຂົ້າໃຈຂອງໂຄງການໃນປີ 2021 ແລະ ເລີ່ມດຳເນີນໂຄງການມາແຕ່ເດືອນກໍລະກົດ 2021 ເປັນຕົ້ນມາ ໂຄງການດັ່ງກ່າວໄດ້ຮັບການສະໜັບສະໜູນຈາກອົງການຮ່ວມມືສາກົນໄຈກາ (JICA). ໃນຫຼາຍປີຜ່ານມາ ການເພີ່ມຂຶ້ນຂອງອຸບັດເຫດຕາມທ້ອງຖະໜົນ ໄດ້ນຳໄປສູ່ສາເຫດຂອງການເສຍຊີວິດ ໂດຍສະເພາະແມ່ນການເສຍຊີວິດຂອງໄວໜຸມ ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ເສດຖະກິດ ແລະຊີວິດການເປັນຢູ່ຂອງປະຊາຊົນ ເພື່ອທີ່ຈະສາມາດແກ້ໄຂສະຖານະການອັນວິກິດນີ້ ແມ່ນຈຳເປັນຕ້ອງສ້າງຂີດຄວາມສາມາດໃນການຮັບມືພາຍຫຼັງເກີດອຸບັດເຫດ ແລະ ຫຼຸດຜ່ອນຈຳນວນຜູ້ເສຍຊີວິດຈາກອຸບັດເຫດທີ່ສາມາດປ້ອງກັນບໍ່ໃຫ້ເກີດຂຶ້ນໄດ້ ໂຄງການຢຸດຕິການເສຍຊີວິດຈາກອຸບັດເຫດຕາມທ້ອງຖະໜົນໂດຍການພັດທະນາບໍລິການການແພດສຸກເສີນ ແລະ ຄວາມປອດໄພຕາມທ້ອງຖະໜົນ ຈະສາມາດຍົກສູງຂີດຄວາມສາມາດໃນການສ້າງລະບົບການບໍລິການການແພດສຸກເສີນ ແລະ ຢຸດຕິການເພີ່ມຂຶ້ນຂອງການເສຍຊີວິດຈາກອຸບັດເຫດທາງທ້ອງຖະໜົນໃນນະຄອນຫຼວງວຽງຈັນ ເຊິ່ງວຽກງານການແພດສຸກເສີນ ບໍ່ໄດ້ຕອບສະໜອງສະເພາະແຕ່ກໍລະນີທີ່ເປັນອຸບັດເຫດເທົ່ານັ້ນ   ລະບົບການບໍລິການການແພດສຸກເສີນແບບໃໝ່ແມ່ນມຸ່ງໝັ້ນ ທີ່ຈະເສີມຂະຫຍາຍອອກໄປທົ່ວທຸກກໍລະນີທີ່ເປັນເຫດການທີ່ຮຽກຮ້ອງໃນການໃຊ້ບໍລິການການແພດສຸກເສີນ ເປັນຕົ້ນແມ່ນ ໂຣກຫຼອດເລືອດໃນສະໝອງ (ອຸບັດເຫດເສັ້ນເລືອດສະໝອງ) ໂຣກຫຼອດເລືອດຫົວໃຈ ແລະ ການເກີດລູກເປັນຕົ້ນ ພາຍຫຼັງສິ້ນສຸດໂຄງການແລ້ວ ໂຮງໝໍມິດຕະພາບຈະເປັນຜູ້ຄຸ້ມຄອງດູແລສູນ CCC ຕໍ່ໄປ ເຊິ່ງໂຮງໝໍມິດຕະພາບຈະສືບຕໍ່ປະຕິບັດພາລະບົດບາດອັນສຳຄັນນີ້ ສູນດັ່ງກ່າວຕັ້ງຢູ່ໂຮງໝໍມິດຕະພາບ ພາຍຫຼັງການປະຊຸມ ໄດ້ມີການເຂົ້າຢ້ຽມຊົມ ສູນ CCC ແລະ ສາທິດຂັ້ນຕອນໃນການຮັບແຈ້ງເຫດ ແລະ ສັ່ງການໃຫ້ລົດກູ້ໄພອອກໄປຮັບເຫດອີກດ້ວຍ.

.

# ຂ່າວ – ພາບ ອົ່ນ ໄຟສົມທອງ

error: Content is protected !!