ໄຟຟ້າຫົງສາ ມອບລົດໃຫຍ່ 13 ຄັນ ໃຫ້ພາກລັດ

    ຄະນະການນໍາເມືອງຫົງສາ ຮ່ວມກັບ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຈັດພິທີມອບ-ຮັບ ລົດໃຫຍ່ ຈໍານວນ 13 ຄັນ ເພື່ອສະໜັບສະໜູນການປະຕິບັດງານຂອງພາກລັດ ແລະ ຫ້ອງການຕ່າງໆພາຍໃນເມືອງຫົງສາ ຂຶ້ນວັນທີ 15 ກໍລະກົດ 2022 ຜ່ານມາ ທີ່ຫ້ອງການສຶກສາທິການ ແລະ ກິລາ ເມືອງຫົງສາ ໃຫ້ກຽດມອບໂດຍທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ແລະ ຮັບຂອງ ທ່ານ ຄໍາຫຼ້າ ຜິວວັນນາ ເຈົ້າເມືອງຫົງສາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໄຟຟ້າຫົງສາ ໄດ້ເຫັນເຖິງຄວາມສໍາຄັນຂອງການດໍາເນີນງານຂອງໜ່ວຍງານພາກລັດເມືອງຫົງສາ ໃນການທຸ່ມເທກໍາລັງແຮງໃຈ ແລະ ເສຍສະຫຼະ ປະຕິບັດໜ້າທີ່ຢ່າງເຕັມກໍາລັງ ເພື່ອສ່ວນລວມ ຈຶ່ງໃຫ້ການສະໜັບສະໜູນລົດ 13 ຄັນ ເພື່ອໃຫ້ໄດ້ຮັບຄວາມສະດວກໃນການລົງພື້ນທີ່ປະຕິບັດງານເພື່ອຊຸມຊົນ ແລະ ສັງຄົມຕໍ່ໄປ.

error: Content is protected !!