ສະເຫຼີມສະຫຼອງວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ

    ພິທີສະເຫຼີມສະຫຼອງວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຄົບຮອບ 12 ປີ (1 ສິງຫາ 2010-1 ສິງຫາ 2022) ຈັດຂຶ້ນວັນທີ 21 ກໍລະກົດ 2022 ທີ່ເຮືອນຮັບແຂກກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ມີທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮອງປະທານຜູ້ປະຈໍາການຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ທ່ານ ນາງ Ricarda Rieger ຜູ້ຕາງໜ້າອົງການສາຫະປະຊາຊາດເພື່ອການພັດທະນາ ປະຈຳ ສປປ ລາວ ພ້ອມດ້ວຍບັນດາຜູ້ຕາງໜ້າອົງການຈັດຕັ້ງສາກົນ ຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວເຂົ້າຮ່ວມ.

    ທ່ານ ປະເດີມພອນ ສົນທະນີ ກ່າວວ່າ ສປປ ລາວໃນຖານະເປັນປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດລູກຫວ່ານຫຼາຍກວ່າປະເທດອື່ນໃນໂລກ ຖ້າທຽບໃສ່ຈໍານວນປະຊາກອນ ໄດ້ສືບຕໍ່ສະແດງຄວາມຮັບຜິດຊອບຂອງຕົນດ້ວຍການລົງນາມໃນສົນທິສັນຍາສະບັບດັ່ງກ່າວໃນວັນທີ 18 ມີນາ 2009 ເຊິ່ງເປັນປະເທດທີ 2 ຖັດຈາກປະເທດ ນອກແວ ແລະ ກໍໄດ້ໃຫ້ສັດຕະຍາບັນໃນວັນທີ 16 ກຸມພາ 2010 ມີຜົນບັງຄັບໃຊ້ໃນວັນທີ 1 ສິງຫາ 2010 ສປປ ລາວ ໃນຖານະເປັນພາຄີຂອງວົງຄະນາຍາດສາກົນ ເຊິ່ງລັດຖະບານກໍໄດ້ຍົກສູງຄວາມເອົາໃຈໃສ່ເພື່ອປະຕິບັດຕາມພັນທະ ແລະ ຄໍາໝາຍໝັ້ນຕໍ່ກັບສົນທິສັນຍາ ສະບັບດັ່ງກ່າວ ເອົາໃຈໃສ່ໃນການໂຄສະນາ ລະດົມ ຂົນຂວາຍໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານກັບບັນດາປະເທດໃນໂລກ.

     ບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ ສປປ ລາວ ບໍ່ພຽງແຕ່ເປັນຄວາມອັນຕະລາຍຕໍ່ຮ່າງກາຍ ຈິດໃຈ ແລະ ຊີວິດຂອງປະຊາຊົນບັນດາເຜົ່າເທົ່ານັ້ນ ຍັງເປັນອຸປະສັກຕໍ່ກັບການພັດທະນາປະເທດ ແລະ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ 2030 ນັບແຕ່ມີການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງໃນປີ 1996 ເປັນຕົ້ນມາ ສາມາດເກັບກູ້ລະເບີດບໍ່ທັນແຕກໄດ້ເກືອບ 1% ຂອງຈໍານວນລະເບີດລູກຫວ່ານທີ່ຕົກຄ້າງ ເພື່ອເປັນການຜັນຂະຫຍາຍເນື້ອໃນຂອງສົນທິສັນຍາສະບັບນີ້ ສປປ ລາວ ໂດຍແມ່ນ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ປະສານສົມທົບກັບບັນດາຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍໄດ້ຮັບການສະໜັບສະໜູນຈາກຄູ່ຮ່ວມພັດທະນາ ບັນດາປະເທດເພື່ອນມິດ ອົງການຈັດຕັ້ງສາກົນ ອົງການຈັດຕັ້ງສາກົນບໍ່ສັງກັດລັດຖະບານ ແລະ ອື່ນໆ ຕະຫຼອດໄລຍະຫຼາຍປີຜ່ານມາ ວຽກງານແກ້ໄຂບັນຫາລະເບິດບໍ່ທັນແຕກທີ່ຕົກຄ້າງເຫັນໄດ້ມີຄວາມຄືບໜ້າຫຼາຍດ້ານຄື: ການສ້າງນະໂຍບາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ ຍຸດທະສາດແຫ່ງຊາດວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ເປັນອັນວ່າ ລັດຖະບານ ໄດ້ອອກຄໍາສັ່ງວ່າດ້ວຍການເພີ່ມທະວີວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ແລະ ມາຮອດປັດຈຸບັນ ລັດຖະບານໄດ້ຮັບຮອງດໍາລັດວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ເຊິ່ງເປັນເອກະສານພື້ນຖານໃນການຄຸ້ມຄອງການເຄື່ອນໄຫວຂອງອົງການປະຕິບັດງານແກ້ໄຂບັນລະເບີດບໍ່ທັນແຕກ ການໂຄສະນາສຶກສາຄວາມສ່ຽງໄພ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ການສໍາຫຼວດ ກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກການປະສານງານຂັ້ນສູນກາງ ແລະ ທ້ອງຖິ່ນ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!