ໄຊສົມບູນ ສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ຫວຽດນາມ-ລາວ ປີ 2022.

    ພິທີໂຮມຊຸມນຸມສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ຫວຽດນາມ-ລາວ ປີ 2022 ຢູ່ແຂວງໄຊສົມບູນ ຈັດຂຶ້ນວັນທີ 21 ກໍລະກົດ 2022 ທີ່ສະໂມສອນເມືອງອະນຸວົງ ໂດຍການເຂົ້າຮ່ວມຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງເລຂາພັກແຂວງ ມີສະຫາຍ ແດງ ປະທຸມທອງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ສະຫາຍ ຫງວຽນ ແອງແທ່ງ ຜູ້ອໍານວຍການກຸ່ມບໍລິສັດ ຮ່ວມມືເສດຖະກິດໂກເອກໂກ ພະນັກງານ-ລັດຖະກອນ ທະຫານ ຕໍາຫຼວດ ພະນັກງານອາວຸໂສບຳນານ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.

    ໃນພິທີສະຫາຍ ພົນຕີ ວົງສອນ ອິນປານພິມ ແລະ ສະຫາຍ ຫງວຽນ ແອງແທ່ງ ໄດ້ຕາງໜ້າການ ນໍາພັກ-ລັດ ຕະຫຼອດຮອດປະຊາຊົນຊາວແຂວງໄຊສົມບູນ ແລະ ສສ.ຫວຽດນາມ ຜັດປ່ຽນກັນຂຶ້ນກ່າວບົດປາໄສ ທີ່ມີເນື້ອໃນສໍາຄັນທາງປະຫວັດສາດ ຕໍ່ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ ເພື່ອເປັນການຫວນຄືນມູນເຊື້ອແຫ່ງການກໍາເນີດສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດລາວ-ຫວຽດນາມ ເພື່ອເປັນການຈາລຶກຄຸນງາມ ຄວາມດີ ແລະ ຜົນງານຂອງທ່ານຜູ້ນໍາທີ່ແສນເຄົາລົບຮັກ ກໍຄືທ່ານປະທານ ໂຮ່ຈີ່ມິງ ທ່ານປະທານ ໄກສອນ ພົມວິຫານ ແລະ ທ່ານປະທານ ສຸພານຸວົງ ທີ່ເປັນຜູ້ໃຫ້ກໍາເນີດ ແລະ ເປັນແບບຢ່າງໃນການຖະນຸຖະໜອມ ເພີ່ມພູນຄູນສ້າງມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດລາວ-ຫວຽດນາມ ໃຫ້ມີຄວາມແໜ້ນແຟ້ນ ແລະ ຂະຫຍາຍຕົວມາຮອດທຸກວັນນີ້.

# ຂ່າວ – ພາບ : ຊິລິການດາ

error: Content is protected !!