ສຶກສາຄວາມເປັນໄປໄດ້ ໂຄງການຂຸດຄົ້ນແຮ່ເຫຼັກຢູ່ບ້ານໜອງພູນໄຊ

    ອົງການປົກຄອງແຂວງໄຊສົມບູນ ແລະ ບໍລິສັດ ສຸກຈະເລີນການຄ້າ ແຮ່ທາດ ແລະ ກໍ່ສ້າງ ຈຳກັດຜູ້ດຽວ ລົງນາມບົດບັນທຶກຄວາມເຂົ້າໃຈ ເພື່ອຊອກຄົ້ນ ສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ດ້ານເສດຖະກິດ-ເຕັກນິກ ແຮ່ເຫຼັກ ຢູ່ເຂດບ້ານໜອງພູນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ວັນທີ 14 ກໍລະກົດ 2022 ຢູ່ຫ້ອງວ່າການປົກຄອງແຂວງດັ່ງກ່າວ ລະຫວ່າງທ່ານ ພູພັດ ສິງທາວົງໄຊ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງໄຊສົມບູນ ແລະ ທ່ານ ທອງສຸກ ສະຫວາງວົງ ອໍານວຍການບໍລິສັດ ສຸກຈະເລີນການຄ້າ ແຮ່ທາດ ແລະ ກໍ່ສ້າງ ຈຳກັດຜູ້ດຽວ ໂດຍມີທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະນຳແຂວງ ເຈົ້າເມືອງລ້ອງແຈ້ງ ຄະນະບໍລິຫານບໍລິສັດ ສຸກຈະເລີນການຄ້າ ແຮ່ທາດ ແລະ ກໍ່ສ້າງ ຈຳກັດຜູ້ດຽວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ທອງສຸກ ສະຫວາງວົງ ກ່າວວ່າ: ໂຄງການຊອກຄົ້ນ ສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ດ້ານເສດຖະກິດ-ເຕັກນິກ ແຮ່ເຫຼັກ ຢູ່ເຂດບ້ານໜອງພູນໄຊ ມີເນຶ້ອທີ່ 34,56 ກິໂລຕາແມັດ ເຊິ່ງພາຍຫຼັງການລົງນາມບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ພວກເຮົາຈະເລີ່ມສຶກສາຄວາມເປັນໄປໄດ້ດ້ານຕ່າງໆໃຫ້ສໍາເລັດ ໂດຍໃຊ້ເວລາ 2 ປີ ນັບແຕ່ມື້ລົງນາມເປັນຕົ້ນໄປ ຖ້າຫາກຜົນການສຶກສາມີຜົນດ້ານເສດຖະກິດ ກໍຈະດໍາເນີນການຕາມລະບຽບການຕ່າງໆຢ່າງຖືກຕ້ອງ ເພື່ອກ້າວສູ່ການລົງນາມສັນຍາສໍາປະທານ ແລະ ເລີ່ມການຈັດຕັ້ງປະຕິບັດໂຄງການເປັນທາງການ.

    ໂອກາດນີ້ ບໍລິສັດ ສຸກຈະເລີນການຄ້າ ແຮ່ທາດ ແລະ ກໍ່ສ້າງ ຈຳກັດຜູ້ດຽວ ຍັງໄດ້ມອບລົດໃຫຍ່ (ໂຕໂຢຕາ ຣີໂວ່) 1 ຄັນ ໃຫ້ແຂວງໄຊສົມບູນ ພ້ອມທັງຈະສືບຕໍ່ມອບເງິນຊຸກຍູ້ການພັດທະນາແຂວງໄຊສົມບູນ 2 ຕື້ກີບ ພາຍໃນ 60 ວັນ ຫຼັງຈາກມື້ລົງນາມສັນຍາ ເພື່ອເປັນອີກທ່າແຮງໜຶ່ງໃນການພັດທະນາແຂວງໄຊສົມບູນ ໂດຍສະເພາະ ຈະມີສ່ວນຊ່ວຍໃນການຊຸກຍູ້ດ້ານເສດຖະກິດຢູ່ພາຍໃນແຂວງ ໃຫ້ໄດ້ຮັບການພັດທະນາ ຕິດພັນກັບການພັດທະນາສັງຄົມ ໂດຍສະເພາະເມືອງລ້ອງແຈ້ງ ຮັບປະກັນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າດີຂຶ້ນກວ່າເກົ່າ ມີລາຍຮັບອາຊີບທີ່ໝັ້ນຄົງ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

# ສະບາໄພ

error: Content is protected !!