ອົງການປົກຄອງ ນວ ສຸມໃສ່ຫຼາຍບັນຫາສຳຄັນເພື່ອກວດກາຜົນໄດ້ຮັບໃນພັດທະນາເສດຖະກິດ-ສັງຄົມ

    ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 14 ເປີດກວ້າງ ຮ່ວມກັບອົງການປົກຄອງເມືອງ ຈັດຂຶ້ນລະຫວ່າງວັນທີ 19-20 ກໍລະກົດ 2022 ທີ່ຫ້ອງວ່າການ ນວ ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ມີຮອງເຈົ້ນຄອງ ຫົວໜ້າພະແນກການອ້ອມຂ້າງ ນວ ແລະ ເຈົ້າເມືອງເຂົ້າຮ່ວມ.

    ທ່ານ ອາດສະເພັງທອງ ສີພັນດອນ ກ່າວວ່າ  ໃນໄລຍະ 6 ເດືອນຕົ້ນປີ ການພັດທະນາເສດຖະກິດ-ສັງຄົມຂອງ ນວ ມີທັງຜົນສໍາເລັດດ້ານຕັ້ງໜ້າ ແລະ ຂໍ້ຫຍຸ້ງຍາກ ສິ່ງທ້າທາຍຫຼາຍປະການ ແຕ່ດ້ວຍການເປັນເຈົ້າການຂອງທຸກພາກສ່ວນ ເຫັນວ່າສະພາບການພັດທະນາເສດຖະກິດ-ສັງຄົມຂອງ ນວ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ດີ ເຖິງວ່າຈະປະສົບກັບໄພພິບັດທຳມະຊາດຢູ່ຫຼາຍເມືອງກໍຕາມ ແຕ່ດ້ວຍຄວາມສາມັກຄີເປັນປຶກແຜ່ນຂອງຊາວ ນວ ແລະ ການຊີ້ນຳ-ນຳພາຂອງຄະນະພັກ ອົງການປົກຄອງທຸກຂັ້ນຢ່າງໃກ້ຊິດຕິດແທດ ດ້ວຍຄວາມຮັບຜິດຊອບສູງ ສາມາດຜ່ານຜ່າຂໍ້ຫຍຸ້ງຍາກ ຮັບປະກັນໄດ້ສະຖຽນລະພາບດ້ານການເມືອງ ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ເສດຖະກິດມີການຂະຫຍາຍຕົວໃນລະດັບ 4,36% ສະເລ່ຍໃສ່ຫົວຄົນ 5.525 ໂດລາສະຫະລັດ ໂຄງປະກອບເສດຖະກິດໄດ້ມີການຫັນປຽ່ນໄປຕາມທິດຢ່າງຕັ້ງໜ້າ ພື້ນຖານໂຄງລ່າງ ເສັ້ນທາງຄົມມະນາຄົມ ໄຟຟ້າ ນໍ້າປະປາ ໄດ້ຂະຫຍາຍໄປສູ່ຊົນນະບົດຢ່າທົ່ວເຖິງ ການຜະລິດເປັນສິນຄ້າ ໄດ້ສືບຕໍ່ຂະຫຍາຍຕົວ ແລະ ເລີ່ມຕິດພັນກັບການປຸງແຕ່ງຢູ່ພາຍໃນເພື່ອສົ່ງອອກຫຼາຍຂື້ນ ຄາດໝາຍສະຫັດສະວັດເພື່ອການພັດທະນາ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີໝາກຜົນສຳເລັດເປັນຕົ້ນມາ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງຍົກລະດັບສູງຂຶ້ນ ອັດຕາຄວາມທຸກຍາກຂອງປະຊາຊົນຫຼຸດລົງເທື່ອລະກ້າວ ການປະຕິບັດລາຍຮັບງົບປະມານໄດ້ເກີນແຜນ ສິ່ງດັ່ງກ່າວ ກາຍເປັນພື້ນຖານອັນໜັກແໜ້ນແກ່ການສືບຕໍ່ກຳນົດທິດທາງຄາດໝາຍສູ້ຊົນພັດທະນາເສດຖະກິດ-ສັງຄົມໃນໄລຍະ 6 ເດືອນທ້າຍປີ 2022 ໃຫ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ ແລະ ມີຄວາມໝັ້ນທ່ຽງ.

    ກອງປະຊຸມໃນຄັ້ງນີ້ ຈະໄດ້ສຸມໃສ່ 11 ໜ້າວຽກຕົ້ນຕໍຄື: ຮັບຟັງລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2022 ແລະ ຮ່າງປະກອບຄໍາເຫັນຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ທີ່ຈະສະເໜີຕໍ່ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕາມຂໍ້ຕົກລົງຂອງເຈົ້າຄອງ ນວ ສະບັບເລກທີ 841/ຈນວ ລົງວັນທີ 25 ຕຸລາ 2021 ການແກ້ໄຂບັນຫາຜົນກະທົບດ້ານການຄວບຄຸມລາຄາສິນຄ້າ ແຜນຄຸ້ມຄອງລາຄາສິນຄ້າໃນອະນາຄົດ ແລະ ການສົ່ງເສີມການຜະລິດເປັນສິນຄ້າພາຍໃນ ແລະ ຮ່າງປະກອບຄຳເຫັນຂອງທ່ານເຈົ້າຄອງ ນວ ການລາຍງານກ່ຽວກັບບັນຫາຄວາມຊັກຊ້າການຈັດຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນທາງແຕ່ບ້ານດອນນົກຂຸ້ມ-ບ້ານນາສ້າງເຫວີຍ ແລະ ບ້ານດົງສະຫວາດ ການລາຍງານກ່ຽວກັບການຊີ້ແຈງບັນຫານໍ້າຖ້ວມຂັງຈາກໂຄງການກໍ່ສ້າງເລກທີ 13 ເໜືອ ໂຄງການກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຂອບເຂດເມືອງນາຊາຍທອງ ການລາຍງານບັນຫາການຊົດເຊີຍທີ່ດິນໃຫ້ແກ່ຜູ້ຖືກຜົນກະທົບຈາກໂຄງການທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ ການລາຍງານ ບັນຫາການອອກໃບຕາດິນຊັກຊ້າຕາມຫາງສຽງສັງຄົມ ການຊີ້ແຈງກ່ຽວກັບການລົບລ້າງໃບຕາດິນຈຳນວນ 17 ຕອນ ບຶງສາລາຄຳ ເຂດສຳປະທານຂອງບໍລິສັດມິດຕະພາບການກະເສດ ການງາຍງານກ່ຽວກັບບໍລິສັດເອເຊຍລົງທຶນ ແລະ ບໍລິການຈຳກັດຜູ້ດຽວ ສະເໜີປະກອບສ່ວນສົ່ງຄືນພື້ນທີ່ນໍ້າພຸຊຽງຍືນ ໃຫ້ແກ່ນະຄອນຫຼວງວຽງຈັນ ເພື່ອນໍາໃຊ້ເຂົ້າໃນກິດຈະກຳສາທາລະນະ ແລະ ຮັບຟັງການງາຍງານບົດສະຫຼຸບຕີລາຄາວຽກກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ວຽກງານ 3 ສ້າງ ແລະ ຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປີ 2021 ເຊິ່ງບັນດາເນື້ອໃນທີ່ໄດ້ຜ່ານຄັ້ງນີ້ ມີຄວາມສຳຄັນໃນການສະຫຼຸບຕີລາຄາ ຢັ້ງຢືນຄືນ ແລະ ກວດກາຜົນໄດ້ຮັບການຈັດຕັ້ງປະຕິບັດວຽກງານແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ແລະ ຈະໄດ້ພ້ອມກັນຕີລາຄາການຈັດຕັ້ງປະຕິບັດວຽກກໍ່ສ້າງຮາກຖານເມືອງ ວຽກພັດທະນາຊົນນະບົດ ວຽກງານ 3 ສ້າງ ແລະ ຂະບວນການແຂງຂັນຍ້ອງຍໍ ຮັກຊາດ ແລະ ພັດທະນາປີ 2021.

.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!