ສະແດງສິລະປະຫຼາຍລາຍການ ສະຫຼອງສອງວັນປະຫວັດສາດ

ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ທ່ານ ຫວໍ ວັນ ເຖື້ອງ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຊີ້ນໍາລະດັບຊາດສະເຫຼີມສະຫຼອງປີສາມັກຄີມິດຕະພາບຫວຽດນາມ-ລາວ ປີ 2022 ການນໍາພັກ-ລັດ ອະດີດການນໍາພັກ-ລັດຂັ້ນສູງ ຄະນະຜູ້ແທນຂັ້ນສູງຫວຽດນາມ ພະນັກງານ ທະຫານ ຕໍາຫຼວດ ຊາວໜຸ່ມ ເຍົາວະຊົນຊາວນະຄອນຫຼວງວຽງຈັນ ແລະ ຊາວຫວຽດນາມທີ່ດໍາລົງຊີວິດຢູ່ ລາວ ໄດ້ພ້ອມກັນເຂົ້າຊົມການສະແດງສິລະປະ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມຄົບຮອບ 60 ປີ (5/9/1962-5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ (18/7/1977-18/7/2022) ວັນທີ 18 ກໍລະກົດ 2022 ທີ່ຫໍວັດທະນະທໍາແຫ່ງຊາດ.

    ສໍາລັບລາຍການສະແດງສະເຫຼີມສະຫຼອງສອງວັນປະຫວັດສາດດັ່ງກ່າວ ປະກອບມີ ຮ້ອງເພງ ແລະ ຟ້ອນຫວຽດນາມ-ລາວ ບ້ານເກີດເມືອງນອນຂອງຂ້ອຍ-ເຜົ່າລາວເອີຍ ພາກທີ 1 ປະເພດແຫ່ງຄວາມຮັກ ເພງສັນລະເສີນຜູ້ນໍາຂອງປະເທດ ທ່ານຄືຜູ້ທີ່ພວກເຮົາເຊື່ອໝັ້ນແຫ່ງການນໍາພາໄປສູ່ໄຊຊະນະ ຟ້ອນ ຈິດວິນຍານດອກບົວ ດອກໄມ້ປະຈໍາຊາດຂອງຫວຽດນາມ ເພງ 12 ລະດູດອກໄມ້ຂອງຮ່າໂນ້ຍ ວຽງຈັນເມືອງງາມ ລໍ້າເຕີ້ຍກ້ຽວສາວ ຮ້ອງຄູ່ຍິງ-ຊາຍ ສົ່ງເພງຮັກແພງເຊິ່ງກັນ ແລະ ກັນ ພາກທີ 2 ດອກໄມ້ທີ່ສວຍສົດງົດງາມ ຟ້ອນ ລະຄັງປ່ຽນລະດູການ ສີຊໍດ່ຽວ ສຽງບາດຕີນມ້າກ້ອງໄປທົ່ວເວຫາ ຮ້ອງເພງ ແລະ ຟ້ອນເສີມຮ່າໂນ້ຍ ເພງ ແສງອາລຸນພົ້ນຂຶ້ນມະຫາສະໜຸດ ຮ້ອງເພງ ແລະ ຟ້ອນ ຈໍາປາເມືອງລາວ-ຮ່າໂນ້ຍ ເຊິ່ງເນື້ອໃນຂອງບົດເພງ ແລະ ບົດຟ້ອນທີ່ນໍາມາສະແດງໄດ້ສ່ອງແສງໃຫ້ເຫັນເຖິງສາຍພົວພັນຄວາມສາມັກຄີຮັກກແພງ ໃຫ້ການຮ່ວມມືຊ່ວຍເຫຼືອກັນຮອບດ້ານ ລະຫວ່າງສອງພັກ-ສອງລັດ ກໍຄືປະຊາຊົນສອງຊາດລາວຫວຽດນາມ ທີ່ມີສາຍພົວພັນແບບພິເສດຕະຫຼອດໄລຍະຜ່ານມາ ກໍຄືປັດຈຸບັນທີ່ໄດ້ມີການເສີມຂະຫຍາຍແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!