ສອງຫ້ອງວ່າການສູນກາງພັກ ລາວ-ຫວຽດນາມ ເສີມຂະຫຍາຍການພົວພັນຮ່ວມມື

    ໃນລະຫວ່າງວັນທີ 16-19 ກໍລະກົດ 2022 ສະຫາຍ ບຸ່ຍ ວັນ ແທກ ຮອງຫົວໜ້າຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບຄະນະນໍາຫ້ອງວ່າການສູນກາງພັກ ໂດຍໄດ້ຮັບການຕ້ອນຮັບຈາກສະຫາຍ ຄໍາຜາ ພິມມະສອນ ຮອງຫົວໜ້າຫ້ອງວ່າການສູນກາງພັກ ປະຊາຊົນ ປະຕິວັດລາວ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ກໍຄືປະຊາຊົນສອງຊາດລາວ-ຫວຽດນາມ ໂດຍສະເພາະ ການພົວພັນຮ່ວມມືຂອງສອງຫ້ອງວ່າການສູນກາງພັກລາວ-ຫວຽດນາມ ໃຫ້ນັບມື້ນັບມີຄວາມແໜ້ນແຟ້ນ ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

    ໂອກາດພົບປະຄັ້ງນີ້ ທັງສອງຝ່າຍຕ່າງກໍໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບລວມຂອງປະເທດ ການເຄື່ອນໄຫວວຽກງານໄລຍະ 6 ເດືອນຕົ້ນປີ 2022 ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງຫ້ອງວ່າການສູນກາງພັກ ໃນໄລຍະ 6 ເດືອນຕົ້ນປີ 2022 ແລະ ພ້ອມກັນວາງທິດທາງການຮ່ວມມືໃນໄລຍະຕໍ່ໜ້າ ພ້ອມທັງໄດ້ປຶກສາຫາລືກັນກ່ຽວກັບແຜນຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງສອງຫ້ອງວ່າການສູນກາງພັກ ທີ່ຈະໄດ້ເຊັນກັນໃນໄລຍະທ້າຍປີ 2022 ທີ່ຈະມາເຖິງ ສອງຝ່າຍຍັງໄດ້ເປັນເອກະພາບກັນວ່າ ຈະສືບຕໍ່ຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ອັນເປັນມູນເຊື້ອທີ່ສອງພັກ ສອງລັດ ໄດ້ຈັດຕັ້ງປະຕິບັດ ພ້ອມທັງຈະສືບຕໍ່ແລກປ່ຽນລະຫວ່າງຄະນະນໍາ ວິຊາການ ຂອງສອງຫ້ອງວ່າການຢ່າງເປັນປົກກະຕິ.

    ພາຍຫຼັງສໍາເລັດການພົບປະສອງຝ່າຍແລ້ວ ຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ໄດ້ມອບໃບຈາລຶກກຽດຕິຄຸນໃຫ້ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ແລະ ໃບຍ້ອງຍໍໃຫ້ກົມສຳເນົາ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ຈາກນັ້ນ ສອງຝ່າຍຍັງໄດ້ເຊັນແຜນການຈັດຕັ້ງປະຕິບັດໂຄງການຮ່ວມມືວຽກງານ ຂາເຂົ້າ-ຂາອອກ ສຳເນົາ ຫໍສະໝຸດ ໄລຍະປີ 2021-2025 ລະຫວ່າງສອງກົມສຳເນົາຫ້ອງວ່າການສູນກາງພັກ ລາວ-ຫວຽດນາມ ຕື່ມອີກ.

# ຂ່າວ – ພາບ : ບຸນມີ

error: Content is protected !!