ຫວຽດນາມ ປະດັບຫຼຽນໄຊໃຫ້ການນໍາພັກ-ລັດຂັ້ນສູງຂອງລາວ

   ພິທີປະດັບຫຼຽນໄຊຂອງພັກ-ລັດ ສສ ຫວຽດນາມ ໃຫ້ແກ່ການນໍາຂັ້ນສູງຂອງພັກ-ລັດລາວ ຈັດຂຶ້ນວັນທີ 18 ກໍລະກົດ 2022 ທີ່ຫໍປະຊຸມແຫ່ງຊາດ ໃຫ້ກຽດປະດັບຂອງທ່ານ ຫວໍ ວັນ ເຖື້ອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຊີ້ນໍາລະດັບຊາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ ປີ 2022 ມີທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ ປະທານປະເທດ ທ່ານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາລາວ ພ້ອມດ້ວຍຄະນະຜູ້ແທນຫວຽດນາມ ລັດຖະມົນຕີ ຮອງລັດຖະມົນຕີ ຫົວໜ້າກົມຮອງກົມ ແລະ ການນໍານະຄອນຫຼວງວຽງຈັນເຂົ້າຮ່ວມ.

    ເພື່ອເປັນການຍ້ອງຍໍສັນລະເສີນຜູ້ທີ່ມີຜົນງານດີເດັ່ນ ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນຮ່ວມມືຮອບດ້ານ ຄວາມສາມັກຄີແບບພິເສດ ແລະ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ຫວຽດນາມ-ລາວ ລາວ-ຫວຽດນາມ ລັດຖະບານ ສສ ຫວຽດນາມຈຶ່ງໄດ້ຕົກລົງປະດັບຫຼຽນໄຊດາວຄໍາໃຫ້ທ່ານ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ປະດັບຫຼຽນໄຊໂຮ່ຈີ່ມິງ ໃຫ້ທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ທ່ານນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງ ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ປະດັບຫຼຽນໄຊເອກະລາດຊັ້ນ I ໃຫ້ ທ່ານ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ທ່ານ ທອງສະລິດ ມັ່ງໜໍ່ເມກ ເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງ ທ່ານ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ແລະ ທ່ານ ນາງ ວຽງທອງ ສີພັນດອນ ເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!