The New RANGE ROVER ເປີດໂຕເປັນທາງການໃນປະເທດລາວ

    ບໍລິສັດ ຈາກົວ ແລນໂຣເວີ ລາວ ເປິດໂຕລົດຮູບໂສມໃໝ່ ເຊິ່ງເປັນຮຸ່ນພິເສດທີ່ສຸດໃນຕະກູນຂອງ Land Rover ຄື: “The New RANGE ROVER” ວັນທີ 15 ກໍລະກົດ 2022 ຢູ່ຫໍປະຊຸມແຫ່ງຊາດ ໂດຍໃຫ້ກຽດກ່າວເປີດງານເປັນທາງການໂດຍທ່ານ Wayne McIntosh ກຳມະການຜູ້ຈັດການດ້ານລົດຍົນ ບໍລິສັດ ຈາກົວ ແລນໂຣເວີ ລາວ ແລະ ທ່ານ Biju Narayanan ຜູ້ອຳນວຍການບໍລິສັດ ຈາກົວ ແລນໂຣເວີ ລາວ ແລະ ໃຫ້ກຽດນໍາສະເໜີກ່ຽວກັບຄວາມສາມາດ ແລະ ເຕັກໂນໂລຊີທີ່ທັນສະໄໝຂອງໂຕລົດ ໂດຍທ່ານນາງ ອຸທິດ ສີພັນດອນ ຜູ້ຈັດການຝ່າຍຂາຍ ບໍລີສັດ ຈາກົວ ແລນໂຣເວີ ລາວ.

    ຫຼາຍກວ່າ 50 ປີ ທີ່ນະວັດຕະກຳການບຸກເບີກລົດ SUV ໄດ້ຮັບການອອກແບບຢ່າງຫຼູຫຼາແບບມີລະດັບ ເຮັດໃຫ້ The New Range Rover ກາຍເປັນຕົ້ນແບບຂອງຄວາມຫຼູຫຼາ ແລະ ຄວາມເປັນຜູ້ນໍາທີ່ແທ້ຈິງ ດ້ວຍການປະສົມປະສານຂອງເຕັກໂນໂລຊີ ແລະ ຄວາມລ້ຳສະໄໝແບບທີ່ບໍ່ເຄີຍມີມາກ່ອນ ພ້ອມສະມັດທະນະການຂັບຂີ່ໃນທຸກເສັ້ນທາງທີ່ທ້າທາຍ ແຕ່ຍັງຄົງຄວາມເປັນເອກະລັກສະເພາະຂອງ ແລນໂຣເວີ ໄວ້ ເພື່ອເຮັດໃຫ້ທຸກການເດີນທາງຂອງທ່ານເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ຄວາມສຸກທີ່ທ່ານສາມາດສ້າງຂຶ້ນໄດ້ດ້ວຍຕົວທ່ານເອງ.

    ງານເປີດໂຕ The New Range Rover ເປັນທາງການໃນລາວຄັ້ງນີ້ ໄດ້ສ້າງຄວາມປະທັບໃຈໃຫ້ລູກຄ້າຫຼາຍໆທ່ານ ດ້ວຍການອອກແບບທີ່ຫຼູຫຼາ ເຕັກໂນໂລຊີທີ່ທັນສະໄໝ ແລະ ຄວາມສາມາດໃນການຂັບຂີ່ຂອງ The New Range Rover ເພີດເພີນກັບບັນຍາກາດທີ່ສຸດພິເສດພາຍໃນງານ ໂດຍມີດົນຕີ Jazz ບັນເລງ ການສະແດງເຕັ້ນແບບປະສົມປະສານ ພ້ອມຮັບປະທານເມນູພິເສດຈາກ Chef Michelin 1 ດາວ ແລະ ເຈົ້າຂອງລາງວັນ Michelin Guide Young Chef ເຊິ່ງລາງວັນດັ່ງກ່າວເປັນລາງວັນທີ່ Michelin ມອບໃຫ້ເຊຟຮຸ່ນໃໝ່ໃນລະດັບດາວ Michelin ທີ່ໂດດເດັ່ນ ເພື່ອສ້າງຄວາມພິເສດລະດັບພຣີມຽມ ພ້ອມດ້ວຍຄວາມປະທັບໃຈໃຫ້ກັບບັນດາແຂກທີ່ເຂົ້າຮ່ວມໃນງານ ເຊິ່ງງານດັ່ງກ່າວຖືວ່າປະສົບຜົນສໍາເລັດເປັນຢ່າງຍິ່ງຈາກການຕອບຮັບທີ່ດີຈາກລູກຄ້າ ແລະ ລູກຄ້າຈໍານວນຫຼາຍກໍໃຫ້ຄວາມສົນໃຈໃນ The New Range Rover ຮູບໂສມໃໝ່ນີ້.

    ສຳລັບບັນດາທ່ານທີ່ສົນໃຈ The New Range Rover ສາມາດເຂົ້າມາສຳຜັດລົດຕົວຈິງໄດ້ແລ້ວມື້ນີ້ທີ່ຫ້ອງຂາຍ ຈາກົວ ແລນໂຣເວີ ລາວ ຖະໜົນກຳແພງເມືອງ ບ້ານໂພນທັນ ເມືອງໄຊເຊດຖາ ນະ ຄອນຫຼວງວຽງຈັນ ຫຼື ສອບຖາມຂໍ້ມູນເພີ່ມເຕີມໂທ: +85620 58888197

Facebook: https://www.facebook.com/LandRoverLaos

ເວັບໄຊ: https://www.landroverlaos.com/vehicles-new-range-rover.

# ຂ່າວ – ພາບ : ສະບາໄພ

error: Content is protected !!