ລັດຖະບານເນັ້ນສືບຕໍ່ປະຕິບັດ 4 ມາດຕະການປ້ອງກັນການແຜ່ລະບາດຂອງພະຍາດ COVID-19 ຮອບໃໝ່ ເລີ່ມແຕ່ 2 – 30 ມິຖຸນານີ້

    ຜ່ານການຈັດຕັ້ງປະຕິບັດມາດຕະການຜ່ອນຜັນ ແລະ ມາດຕະການປ້ອງກັນ ໃນໄລຍະຜ່ານມາ ສປປ ລາວສາມາດສືບຕໍ່ຄວບຄຸມການແຜ່ລະບາດໄວ້ໄດ້ໂດຍບໍ່ມີຜູ້ຕິດເຊື້ອເພີ່ມ ແລະ ສາມາດປິ່ນປົວຜູ້ຕິດເຊື້ອດີແລ້ວ ຈຳນວນ 16 ຄົນ ໃນຈຳນວນຜູ້ຕິດເຊື້ອທັງໝົດ 19 ຄົນ ສາມາດເຮັດໃຫ້ສັງຄົມ ພາກທຸລະກິດ ຜູ້ປະກອບການ ໂຄງການ ແລະ ໂຮງງານຕ່າງໆ ໄດ້ຄ່ອຍກັບມາໃຊ້ຊີວິດ ແລະ ເຄື່ອນໄຫວທຸລະກິດ ພາຍໃຕ້ເງື່ອນໄຂການດຳລົງຊີວິດປົກກະຕິແບບໃໝ່ເທື່ອລະກ້າວ ເຖິງຢ່າງໃດກໍຕາມ ທົົ່ວສັງຄົມກໍບໍ່ຄວນຖືເບົາ ແລະ ປະໝາດຢ່າງເດັດຂາດ ເນື່ອງຈາກໃນຕໍ່ໜ້າຍັງມີຄວາມສ່ຽງ ແລະ ສິ່ງທ້າທາຍທີ່ຈະເກີດມີການລະບາດອີກຮອບໃໝ່ ຍ້ອນສະພາບການລະບາດຢູ່ໃນພາກພື້ນ ແລະ ໂລກ ຍັງເພີ່ມຂຶ້ນຕໍ່ເນື່ອງ ແລະ ຍັງບໍ່ທັນສາມາດຢັບຢັ້ງການລະບາດຂອງພະຍາດດັ່ງກ່າວໄດ້. 

    ທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ຮອງຫົວໜ້າຄະນະສະເພາະກິດ ໄດ້ຖະແຫຼງກ່ຽວກັບການປະຕິບັດບັນດາມາດຕະການຜ່ອນຜັນ ໃນການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນໄລຍະ ແຕ່ວັນທີ 2 ຫາ 30 ມິຖຸນາ 2020 ໃນວັນທີ 29 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກວ່າ: ເພື່ອສືບຕໍ່ປ້ອງກັນການລະບາດຂອງພະຍາດ COVID-19 ບໍ່ໃຫ້ລະບາດຮອບໃໝ່ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ສືບຕໍ່ປະຕິບັດມາດຕະການປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ເຊິ່ງລັດຖະບານໄດ້ຕົກລົງ ແລະ ຊີ້ນໍາຄື: 

  1. ໃຫ້ຄະນະສະເພາະກິດ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ໂຄສະນາເຜີຍແຜ່ທັງທາງກວ້າງ ແລະ ທາງເລິກ ໃຫ້ສັງຄົມເຂົ້າໃຈຢ່າງເລິກເຊິ່ງ ແລະ ທົ່ວເຖິງ ກ່ຽວກັບຄວາມອັນຕະລາຍຂອງພະຍາດ COVID-19 ແລະ ມາດຕະການປ້ອງກັນ ໂດຍມີວິທີແນະນຳຢ່າງລະອຽດ ແລະ ເຂົ້າໃຈງ່າຍ ເພື່ອເຜີຍແຜ່ຜ່ານສື່ຕ່າງໆ ພ້ອມກັນນັ້ນ ກໍໃຫ້ສືບຕໍ່ເອົາໃຈໃສ່ວຽກງານໂຕ້ຕອບ ແລະ ຕີຖອຍຂ່າວລວງ ຂ່າວລື ຂ່າວອະກຸສົນ ແລະ ຂ່າວປັ່ນປ່ວນ 
  2. ໃຫ້ສືບຕໍ່ປະຕິບັດຢ່າງເຂັ້ມງວດ ບາງມາດຕະການທີ່ໄດ້ກຳນົດໃນຄຳສັ່ງ 06/ນຍ ລົງວັນທີ 29 ມີນາ 2020 ດັ່ງນີ້: 

1). ສືບຕໍ່ປິດບັນດາກິດຈະການຮ້ານບັນເທີງ ຮ້ານຄາຣາໂອເກະ ຮ້ານເກມ ແລະ ກາຊິໂນ 

2) ສືບຕໍ່ຫ້າມຈັດກິດຈະກຳຊຸມນຸມທີ່ບໍ່ເປັນທາງການ ຊຸມແຊວ ແລະ ງານສັງສັນ ຫ້າມຈັດງານປະເພນີທີ່ບໍ່ສາມາດຮັກສາໄລຍະຫ່າງເກີນກວ່າ 1 ແມັດໄດ້ ແລະ ມີຄວາມສ່ຽງຕໍ່ການຕິດເຊື້ອ ສໍາລັບການແຕ່ງດອງ ໃຫ້ຖືເອົາການຈົດທະບຽນການແຕ່ງດອງນໍາກັນແລ້ວ ກໍແມ່ນມີຖານະເປັນຄູ່ຜົວ-ເມຍ ທີ່ຖືກຕ້ອງຕາມກົດໝາຍ ສ່ວນການຈັດງານແຕ່ງດອງນັ້ນ ໃຫ້ຈັດພິທີບາສີສູ່ຂວັນຕາມຮີດຄອງປະເພນີ ອັນດີງາມຂອງຊາດ ບົນຈິດໃຈປະຢັດມັດທະຍັດ ໂດຍໃຫ້ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ ແລະ ຕ້ອງຮັບປະກັນບໍ່ໃຫ້ມີຄວາມສ່ຽງໃນການຕິດເຊື້ອ 

3). ສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ສຳລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ ແລະ ການຂົນສົ່ງສິນຄ້າ ຍົກເວັ້ນບາງດ່ານປະເພນີ ຫຼື ດ່ານທ້ອງຖິ່ນທີ່ໄດ້ຮັບອະນຸຍາດຈາກລັດຖະບານ ໃຫ້ລົດຂົນສົ່ງສິນຄ້າເຂົ້າ-ອອກໄດ້ ສ່ວນດ່ານສາກົນ ກໍສືບຕໍ່ປິດສຳລັບການເຂົ້າ-ອອກຂອງບຸກຄົນທົ່ວໄປ ຍົກເວັ້ນ ພົນລະເມືອງລາວ ແລະ ຊາວຕ່າງປະເທດທີ່ມີຄວາມຈຳເປັນຮີບດ່ວນໃນການເດີນທາງເຂົ້າ-ອອກ ສປປ ລາວ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ສຳລັບການຂົນສົ່ງສິນຄ້າຜ່ານດ່ານສາກົນ ແມ່ນສາມາດເຂົ້າ-ອອກໄດ້ຕາມປົກກະຕິ

4). ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ຢ້ຽມຢາມສຳລັບບຸກຄົນທີ່ເດີນທາງມາຈາກ ຫຼື ຜ່ານປະເທດທີ່ຍັງມີການລະບາດຂອງພະຍາດ COVID-19 ສຳລັບນັກການທູດ ພະນັກງານອົງການຈັດ ຕັ້ງສາກົນ ຊ່ຽວຊານ ວິຊາການ ແລະ ແຮງງານຕ່າງປະເທດທີ່ມີຄວາມຈໍາເປັນ ແລະ ຮີບດ່ວນ ສາມາດເຂົ້າມາປະຕິບັດວຽກງານຢູ່ສະຖານທູດ ບັນດາກິດຈະການ ແລະ ໂຄງການຕ່າງໆໄດ້ ແຕ່ຕ້ອງຜ່ານການພິຈາລະນາເຫັນດີຈາກຄະນະສະເພາະກິດ. ສຳລັບຂັ້ນຕອນໃນການປະຕິບັດຕົວຈິງ ກະຊວງການຕ່າງປະເທດຈະອອກຄໍາແນະນໍາຕ່າງຫາກ. 

    ສຳລັບມາດຕະການທີ່ກຳນົດໄວ້ຂ້າງເທິງນີ້ ມີຜົນສັກສິດນັບແຕ່ວັນທີ 2 ຫາ 30 ມິຖຸນາ 2020 ໃນພາກປະຕິບັດຕົວຈິງ ຈະໄດ້ມີກັານປະເມີນ ທົບທວນ ແລະ ດັດປັບໃຫ້ເໝາະສົມຕື່ມ ກໍລະນີມີການປ່ຽນແປງ ລັດຖະບານຈະແຈ້ງໃຫ້ຊາບເປັນແຕ່ລະໄລຍະ ສະນັ້ນ ຈຶ່ງຮຽກຮ້ອງໃຫ້ທົ່ວສັງຄົມ ກໍຄືປະຊາຊົນບັນດາເຜົ່າພ້ອມກັນເຂົ້າໃຈ ແລະ ສືບຕໍ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

# ຂ່າວ & ພາບ: ເພັດສະໝອນ

error: Content is protected !!