ໂທດ​ຂອງ​ການ​ປຸ້ນ​ຊັບ

     ໃນ​ສະພາບ​ການບ້ານ​ເມືອງ ປະສົບ​ພົບພໍ້ ພະຍາດ​ລະບາດ ໄພພິບັດ ການ​ພະນັນ ບັນຫາ​ຢາ​ເສບ​ຕິດ ຄວາມ​ຂີ້ຄ້ານ​ມັກງ່າຍ ແຕ່​ຢາກ​ໄດ້ ຢາກ​ໃຊ້ ຢາກ​ຈ່າຍ​ຄື​ເພິ່ນ​ຄື​ທ່ານ ແຕ່​ພັດ​ບໍ່​ຢາກ​ອອກ​ເຫື່ອ ອອກແຮງ ບໍ່​ຢາກ​ທຳ​ມາ​ຫາ​ກິນ​ຕາມ​ຄວາມ​ຊອບ ຄວາມ​ທຳ ກໍ​ໄປ​ຫາ​ລັກ ຫາ​ປຸ້ນ ຫາ​ຈີ້​ຫາ​ຊີງ​ຊັບ​ຂອງ​ຜູ້​ອື່ນ​ມາ​ເປັນ​ຂອງ​ຕົນ ບາງ​ຄົນ​ເມື່ອ​ພົ້ນ​ໂທດ​ອອກ​ມາ​ບໍ່​ພໍ​ເທົ່າໃດ​ເດືອນ ກໍ​ກັບ​ໄປ​ກະທຳ​ຜິດ​ໃໝ່​ອີກ ໂດຍ​ບໍ່​ມີ​ຄວາມ​ຮູ້ສຶກ​ກິນແໜງ​ແຄງໃຈ​ຕໍ່​ການ​ກະທຳ​ຂອງ​ຕົນ ມີ​ຫຼາຍ​ຄົນ​ມີ​ຄຳ​ເຫັນ​ໄປ​ທາງ​ໃຜ ທາງ​ລາວ ສ່ວນ​ຫຼາຍ​ກໍ​ຈະ​ມີ​ດ້ານ​ລົບ ຫຼາຍ​ກວ່າ​ດ້ານ​ບວກ ຕຳ​ໜິ​ຕິຕຽນ​ຫຼາຍ​ກວ່າ ຈະ​ເຫັນ​ອົກ​ເຫັນໃຈ ຄວາມ​ຈິງ​ມັນ​ກໍ​ເປັນ​ແນວ​ນັ້ນ​ແທ້  ລູກ​ບາງ​ຄົນ ພໍ່​ບາງ​ຄົນ ຫຼື ແມ່​ບາງ​ຄົນ ສະມາຊິກ​ຄອບຄົວ​ດຽວ​ກັນ​ກໍ​ບໍ່​ຍອມຮັບ​ກັນ​ເປັນ​ລູກ ເປັນ​ພໍ່ ເປັນ​ແມ່ ຍ້ອນ​ຂາດ​ຄຸນສົມບັດ ຂາດ​ຄວາມ​ເປັນ​ແບບຢ່າງ​ໃຫ້​ແກ່​ຜູ້​ອື່ນ​ໃນ​ທາງ​ທີ່​ດີ.

       ການ​ປຸ້ນ​ຊັບ​ກໍ​ເປັນ​ອີກ​ເຫດການ​ໜຶ່ງ ເປັນ​ການ​ປະພຶດ​ໜຶ່ງ​ທີ່​ໄດ້​ສ້າງ​ຄວາມ​ເສຍ​ຫາຍ ແກ່​ຊີວິດ ແກ່​ສຸຂະພາບ ແລະ ຊັບ​ສິນ​ຂອງ​ບຸກຄົນ​ຜູ້​ທີ່​ເປັນ​ເຈົ້າ​ຂອງ​ກຳມະສິດ​ນັ້ນ ຊຶ່ງ​ປາກົດການ​ດັ່ງກ່າວ​ນີ້ ມັນ​ກໍ​ເກີດ​ມາ​ຈາກ​ຫຼາຍ​ສາເຫດ ແຕ່​ອັນ​ສຳຄັນ​ແມ່ນ​ເກີດ​ມາ​ຈາກ​ສະພາບ​ໃນ​ຕົວ ແລະ ນອກ​ຕົວ. ໃນ​ຕົວ​ກໍ​ແມ່ນ​ເກີດ​ຈາກ​ຜູ້​ກະທຳ​ຜິດ​ເອງ ຢາກ​ໄດ້​ຊັບ​ສິ່ງ​ຂອງໆ​ບຸກຄົນ​ອື່ນ​ມາ​ເປັນ​ຂອງ​ຕົນ​ໂດຍ​ບໍ່​ຕ້ອງ​ຊື້ ບໍ່​ຕ້ອງ​ຂໍ ບໍ່​ຕ້ອງ​ຢືມ​ເຂົາ. ສ່ວນ​ນອກ​ຕົວ ແມ່ນ​ຜູ້​ເປັນ​ເຈົ້າ​ຂອງ​ກຳມະສິດ​ນັ້ນ​ເປັນ​ຜູ້​ສ້າງ​ໂອກາດ​ໃຫ້​ຜູ້​ກະທຳ​ຜິດ​ໄດ້​ລົງມື​ເຊັ່ນ ພາຍ​ກະເປົາ​ແບບ​ເປີດ​ແປນ ໄປ-ມາ​ຜູ້​ດຽວ ທ່ຽວ​ໃນ​ຍາມ​ຄ່ຳ​ຄືນ ເຮັດ​ໃຫ້​ຕົກ​ເປັນ​ເປົ້າ​ໝາຍ​ຂອງ​ກຸ່ມ​ຄົນ​ເຫຼົ່າ​ນີ້​ໂດຍ​ບໍ່​ຮູ້ສຶກ​ຕົວ.

      ສະນັ້ນ ເພື່ອ​ເປັນ​ການ​ລົງໂທດ​ຕໍ່​ຜູ້​ກະທຳ​ຜິດ ໃນ​ກໍລະນີ​ຄື​ແນວ​ນີ້ ປະມວນ​ກົດໝາຍ​ອາຍາ​ຈຶ່ງ​ໄດ້​ກຳນົດ​ໃຫ້ການ​ປຸ້ນ​ຊັບ ເປັນ​ການ​ກະທຳ​ຜິດ​ທາງ​ອາຍາ ຕາມ​ມາດ 230 ຂອງ​ປະມວນ​ກົດໝາຍ​ອາຍາ ຊຶ່ງ​ເນື້ອ​ໃນ​ຂອງ​ມາດຕາ​ນີ້​ໄດ້​ກຳນົດ​ວ່າ: ບຸກຄົນ​ໃດ ຫາກ​ໄດ້​ໃຊ້​ຄວາມ​ຮຸນ​ແຮງ ບຸກລຸກ ຫຼື ໃຊ້​ການ​ນາບ​ຂູ່​ໂດຍ​ກົງ​ຕໍ່​ຊີວິດ ຫຼື ສຸຂະພາບ​ຂອງ​ຜູ້​ອື່ນ ເພື່ອ​ເອົາ​ຊັບ​ມາ​ເປັນ​ຂອງ​ຕົນ ຈະ​ຖືກ​ລົງໂທດ​ຕັດ​ອິດສະຫຼະພາບ ແຕ່ ສີ່​ປີ ຫາ ແປດ​ປີ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 5.000.000 ກີບ ຫາ 20.000.000 ກີບ.

      ໃນ​ກໍລະນີ​ທີ່​ຜູ້​ກະທຳ​ຜິດ ຫາກ​ໄດ້​ເອົາ​ການ​ປຸ້ນ​ຊັບ​ເປັນ​ອາ​ຈິນ ມີ​ການຈັດຕັ້ງ​ເປັນ​ກຸ່ມ ເຮັດ​ໃຫ້​ຄົນ​ອື່ນ​ບາດເຈັບ​ສາຫັດ ຫຼື ເສຍ​ຊີວິດ ຫຼື ໃນ​ກໍລະນີ​ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ຫຼວງຫຼາຍ ຈະ​ຖືກ​ລົງໂທດ​ຕັດ​ອິດ​ສະລະ​ພາບ​ແຕ່ ແປດ​ປີ ຫາ ຊາວ​ປີ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 10.000.000 ກີບ​ຫາ 50.000.000 ກີບ ຫຼື ຕັດ​ອິດ​ສະລະ​ພາບ​ຕະຫຼອດ​ຊີວິດ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 20.000.000 ກີບ​ຫາ 70.000.000 ກີບ.

       ການ​ກະກຽມ​ໃຫ້​ແກ່​ການ​ກະທຳ​ຜິດ ການ​ພະຍາຍາມ​ກະທຳ​ຜິດ​ກໍ​ຈະ​ຖືກ​ລົງໂທດ.

       ຕົວຢ່າງ: ທ້າວ ມານ​ມືດ ໄດ້​ເອົາ​ປືນ​ຈີ້ ທ້າວ ເຄາະ​ກຳ ເພື່ອ​ໃຫ້​ຜູ້ກ່ຽວ​ມອບ​ກະແຈ ແລະ ລົດ​ເກງ​ໃຫ້​ຕົນ ຫລັງ​ຈາກ​ນັ້ນ​ກໍ​ຂັບ​ຂີ່​ໜີ​ໄປ. ທ້າວ ມານ​ມືດ​ຄື​ໂຈນ ເອີ້ນ​ວ່າ ໂຈນ​ປຸ້ນ​ເອົາ​ລົດ ຄັນ​ເອົາ​ຄົນ​ໄປ​ຖື​ວ່າ ເປັນ​ການ​ຈັບ​ເປັນ​ຕົວ​ປະກັນ ຈັບ​ເພື່ອ​ຮຽກ​ຄ່າ​ໄຖ່ ຫຼື ອາດ​ຈະ​ເປັນ ການ​ລັກ​ພາ​ຕົວ​ໄປ​ຂາຍ ເອີ້ນ​ວ່າ ການ​ຂາຍ​ຄົນ ຊຶ່ງ​ແຕ່​ລະ​ກໍລະນີ ຈະ​ຮູ້​ໄດ້​ວ່າ​ແມ່ນ​ການ​ກະທຳ​ຜິດ​ໃນ​ກໍລະນີ​ໃດ ກໍ​ຕ້ອງ​ຖາມ​ຜູ້​ກະທຳ​ຜິດ​ວ່າ ມີ​ເຈດ​ຕະ​ນາ​ທີ່ແທ້​ຈິງ​ຄື​ແນວໃດ? ເຊັ່ນ​ວ່າ: ຢາກ​ໄດ້​ເງິນ ຍ້ອນ​ຄຽດ​ແຄ້ນ ຢາກ​ສ້າງ​ກະແສ ແຕ່​ເຖິງ​ຢ່າງ ໃດ​ກໍ​ຕາມ ບໍ່​ມີ​ກໍລະນີ​ໃດ​ທີ່​ຈະ​ບໍ່​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ກົດໝາຍ ໂດຍ​ສະເພາະ​ຜູ້​ກະທຳ​ຜິດ​ຕ້ອງ​ຖືກ​ດຳເນີນ​ຄະດີ ຕາມ​ຂະ​ບວນ​ການ​ຍຸຕິ​ທຳ​ໂດຍ​ບໍ່​ມີ​ການ​ຍົກເວັ້ນ​ແຕ່​ປະການ​ໃດ.

error: Content is protected !!