ສະຫະພັນແມ່ຍິງ ຫສນຍ ສະຫຼຸບວຽກງານ ແລະ ສະຫຼອງວັນສ້າງຕັ້ງ ຄົບຮອບ 67 ປີ

   ວັນທີ 12 ກໍລະກົດ 2022 ທີ່ຫ້ອງວ່າການສຳນັກງານາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ (20 ກໍລະກົດ 1955 ຫາ 20 ກໍລະກົດ 2022) ໂດຍເປັນປະທານຂອງທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າ ຫສນຍ ມີທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ  ບັນດາທ່ານຮອງລັດຖະມົນຕີ ຮອງຫົວໜ້າ ຫສນຍ ບັນດາຫົວໜ້າກົມ ພ້ອມດ້ວຍພັນລະຍາການນຳ ພະນັກງານອາວຸໂສບຳນານເພດຍິງ ແລະ ສະມາຊິກສະຫະພັນແມ່ຍິງພາຍໃນ ຫສນຍ ເຂົ້າຮ່ວມ.

    ໃນພິທີ ໄດ້ຮັບຟັງການບັນຍາຍກ່ຽວກັບວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ບົດສະຫຼຸບຜົນການເຄື່ອນໄຫວຂອງສະຫະພັນແມ່ຍິງ ຫສນຍ ປະຈຳປີ 2021 ແລະ ທິດທາງແຜນການສຳລັບປີ 2022 ບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງ ຫສນຍ ປະຈຳປີ 2021 ແລະ ທິດທາງແຜນການສຳລັບປີ 2022 ພ້ອມທັງເປີດຂະບວນການແຂ່ງຂັນວຽກງານ 3 ດີ ຂອງແມ່ຍິງ ປະຈໍາປີ 2022 ນອກຈາກນີ້ ຍັງໄດ້ມີການມອບ-ຮັບທຸງໄຊ ແລະ ໃບຍ້ອງຍໍຈາກສູນກາງສະຫະພັນແມ່ຍິງລາວ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະ II (2016-2021) ແລະ ໃບຍ້ອງຍໍຈາກສະຫະພັນແມ່ຍິງ ຫສນຍ ປະຈໍາປີ 2021.

   ໂອກາດນີ້ ທ່ານ ອາລຸນໄຊ ສູນນະລາດ ໄດ້ມີຄຳເຫັນຕີລາຄາສູງຕໍ່ທີ່ຕັ້ງ ພາລະບົດບາດ ແລະ ຄວາມສຳຄັນຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າ ຕໍ່ພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ ລວມທັງບົດບາດຂອງເອື້ອຍນ້ອງແມ່ຍິງລາວໃນທຸກຂົງເຂດວຽກງານ ຕະຫຼອດຮອດສະຖາບັນຄອບຄົວ

# ຂ່າວ – ພາບ : ຊິລິການດາ

error: Content is protected !!