ແຂວງໄຊສົມບູນ ມີແຜນປ່ອຍລູກປາຄືນສູ່ທຳມະຊາດແສນກວ່າໂຕ

   ວັນທີ 13 ກໍລະກົດ 2022 ພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊສົມບູນ ໄດ້ຈັດພິທີປ່ອຍປາຄືນສູ່ທຳມະຊາດ ເນື່ອງໃນໂອກາດວັນອະນຸຮັກສັດນໍ້າ-ສັດປ່າແຫ່ງຊາດ ທີ່ຫົວງານຊົນລະປະທານນໍ້າຈັ້ງ 2 ໂດຍການເຂົ້າຮ່ວມຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ທ່ານ ພຸດ ອິນທະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ພ້ອມບັນດາຫົວໜ້າ-ຮອງຫົວໜ້າພະແນກ ອົງການ ກົມກອງ ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ພະນັກງານເຂົ້າຮ່ວມ.

    ທ່ານ ພຸດ ອິນທະວົງ ໄດ້ຜ່ານບົດລາຍງານຫຍໍ້ຂອງວຽກງານການປະມົງ ແລະ ການອະນຸຮັກສັດນໍ້າ-ສັດປ່າ ແຂວງໄຊສົມບູນ ສຳລັບປີ 2022 ພະແນກກະສິກຳ ແລະ ປ່າໄມ້ ໄດ້ກຽມລູກປາໄວ້ເພື່ອປ່ອຍປະມານ 1 ແສນກວ່າໂຕ ໃນນັ້ນ ໄດ້ແຈກຢາຍໃຫ້ເມືອງໆລະ 5.000 ໂຕ ແຈກຢາຍໃຫ້ກອງບັນຊາການທະຫານເມືອງອະນຸວົງ 2.000 ໂຕ ຮາກຖານບ້ານນໍ້າຍອນ 1.000 ໂຕ ປ່ອຍລົງນໍ້າຈັ້ງ ໃນມື້ນີ້ ຈຳນວນ 10.000 ໂຕ ແລະ ຈະໄດ້ປ່ອຍລົງອ່າງນໍ້າງື່ມ 2 ຈຳນວນ 20.000 ໂຕ ພ້ອມທັງໄດ້ປ່ອຍນົກຈຳນວນ 30 ໂຕ ຈຸດປະສົງພິທີຄັ້ງນີ້ ກໍເພື່ອເປັນການປູກຈິດສຳນຶກໃຫ້ອະນຸຊົນ ແລະ ເຍົາວະຊົນ ລວມທັງປະຊາຊົນລາວບັນດາເຜົ່າ ເຫັນໄດ້ຄວາມສຳຄັນຂອງການປົກປັກຮັກສາຊີວະນາໆພັນ ການອະນຸຮັກສັດນໍ້າ-ສັດປ່າ ໃຫ້ທຳມະຊາດມີຄວາມອຸດົມສົມບູນ ຍືນຍົງຄົງຕົວຄູ່ກັບຄົນເຮົາຕະຫຼອດໄປ.

error: Content is protected !!