ກະຊວງປ້ອງກັນປະເທດ ກຽມພ້ອມທີ່ຈະເຂົ້າຮ່ວມງານໂຮມຊຸມນຸມໃຫຍ່ລະດັບຊາດ ສະເຫຼີມສະຫຼອງປິສາມັກຄີມິດຕະພາບລາວ-ຫວຽດນາມ

    ດັ່ງໄດ້ຮູ້ນຳກັນແລ້ວວ່າ ກ່ອນໜ້ານີ້ 60 ປີ (5/9/1962-5/9/2022) ລາວ-ຫວຽດນາມໄດ້ສ້າງຕັ້ງສາຍພົວພັນການທູດຮວມກັນ ແລະ 45 ປີ (18/7/1977-18/7/2022) ສປປ ລາວ ແລະ ສສ ຫວຽດນາມ ໄດ້ລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມຢ່າງສະຫງ່າຜ່າເຜີຍ ເຊິ່ງແມ່ນຂີດໝາຍປະຫວັດສາດອັນສຳຄັນໃນການພົວພັນລະຫວ່າງລາວ-ຫວຽດນາມ ພື້ນຖານດ້ານກົດໝາຍ ແລະ ການເມືອງແຫ່ງການພົວພັນລະຫວ່າງສອງພັກ ສອງລັດ ສອງກອງທັບໃນໄລຍະໃໝ່ພ້ອມນີ້ ຍັງເປັນໝາກຜົນລວມຍອດແຫ່ງການຕໍ່ສູ້ປະຕິວັດຂອງສອງປະເທດລາວ-ຫວຽດນາມອ້າຍນ້ອງ ທີ່ໄດ້ຄຽງບ່າຄຽງໄຫຼ່ ຮ່ວມຂຸມຄອງດຽວກັນ ຮ່ວມທຸກຮ່ວມສຸກ ຕໍ່ສູ້ຕ້ານສັດຕູໂຕດຽວດ້ວຍຫຼາຍບັ້ນຮົບ ບັ້ນຕີແຕ່ເໜືອເຖິງໃຕ້ຂອງທົ່ວປະເທດລາວ ພ້ອມກັນຜ່ານຜາຄວາມຫຍຸ້ງຍາກລຳບາກນາໆປະການ ໃນແປວໄຟແຫ່ງພາລະກິດການຕໍ່ສູ້ປົດປ່ອຍຊາດ ຕີເອົາຊະນະສັດຕູຜູ້ຮຸກຮານຢ່າງອົງອາດກ້າຫານ ຍາດໄດ້ຄວາມເປັນເອກະລາດແຫ່ງຊາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງສອງປະເທດລາວ-ຫວຽດນາມ ມາຮອດປັດຈຸບັນພັກ ລັດ ກອງທັບ ແລະ ປະຊາຊົນລາວບັນດາເຜົ່າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີພິເສດ ການຮ່ວມມືຮອບດ້ານລະຫວ່າງສອງພັກ ລັດ ກອງທັບ ແລະ ປະຊາຊົນສອງຊາດລາວ-ຫວຽດນາມທີ່ເປັນມູນເຊື້ອນັ້ນ ໄດ້ສືບຕໍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ນັບມື້ນັບແຕກດອກອອກຜົນຢ່າງໃຫຍ່ຫຼວງໃນທຸກຂົງເຂດວຽກງານ ເຊິ່ງໄດ້ປະກອບສ່ວນທີ່ສຳຄັນຍິ່ງ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່ຂອງສອງປະເທດ ລາວ-ຫວຽດນາມ.

    ການສະເຫຼີມສະຫຼອງປີສາມັກຄີມິດຕະພາບຄັ້ງນີ້ ສະແດງອອກເຖິງເຈດຈຳນົງອັນແນ່ນອນຂອງສອງຊາດ ສອງກອງທັບລາວ-ຫວຽດນາມ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ທີ່ປະທານ ໂຮ່ຈີ່ມິນ ຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ ແລະ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ເຄົາລົບຮັກຂອງປະຊາຊົນລາວໄດ້ກໍ່ຕັ້ງນັ້ນ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ຂະຫຍາຍຕົວຢ່າງແຂງແຮງ ທັງເປັນການສະແດງເຖິງຄວາມຮູ້ບຸນຄຸນຕໍ່ກັບການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເປັນຕົ້ນ ການຊ່ວຍເຫຼືອອັນລ້ຳຄ່າຂອງເພື່ອນຫວຽດນາມ ຕະຫຼອດໄລຍະຂອງການປະຕິວັດລາວ ແລະ ທັງເປັນການສຶກສາອົບຮົມໃຫ້ພະນັກງານ ສະມາຊິກພັກ ພົນທະຫານ ແລະ ປະຊາຊົນ ໂດຍສະເພາະແມ່ນຄົນລຸ້ນໜຸ່ມ ລຸ້ນສືບທອດ ມີຄວາມຮັບຮູ້ເຂົ້າໃຈທີ່ຖືກຕ້ອງ ເລິກເຊິ່ງ ໜັກແໜ້ນ ເພື່ອສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມດັ່ງກ່າວ ກໍຄືປົກປັກຮັກສາໝາກຜົນຂອງການປະຕິວັດໄວ້ໃຫ້ໝັ້ນຄົງຕະຫຼອດໄປ.

    ທ່ານ ພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຖະແຫຼງຂ່າວໃຫ້ຮູ້ວັນທີ 13 ກໍລະກົດ 2022 ທີ່ກະຊວງດັ່ງກ່າວວ່າ: ກອງທັບປະຊາຊົນລາວ ຕະຫຼອດໄລຍະທີ່ຜ່ານມາ ໄດ້ມີການພົວພັນຮ່ວມມືຢ່າງມີຜົນສຳເລັດໃນຫຼາຍດ້ານ ກັບກອງທັບປະຊາຊົນຫວຽດນາມ ເປັນຕົ້ນ ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ການປັບປຸງກໍ່ສ້າງກໍາລັງ ການກໍ່ສ້າງພາລາທິການ-ເຕັກນິກ ການກອບກູ້ຕ້ານໄພພິບັດທຳມະຊາດ ຕ້ານພະຍາດໂຣກລະບາດ ແລະ ອື່ນໆ ເພື່ອເຮັດໃຫ້ບັນຍາກາດຂອງການພົວພັນຮ່ວມມືໃນປີສາມັກຄີມິດຕະພາບລາວ-ຫວຽດນາມ 2022 ເປັນຂະບວນການກ້ວາງຂວາງຟົດຟື້ນ ມີຊີວິດຊີວາ ແລະ ເປັນສັນຍະລັກແຫ່ງການພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີພິເສດ ການຮ່ວມມືຮອບດ້ານ ສອງຊາດ-ສອງກອງທັບລາວ-ຫວຽດນາມ ຄະນະຮັບຜິດຊອບສ້າງກິດຈະກໍາ ແລະ ຂະບວນການຂອງກະຊວງປ້ອງກັນປະເທດໄດ້ປະຊຸມ ຄົ້ນຄວ້າ ກຳນົດເນື້ອໃນການເຄື່ອນໄຫວກິດຈະກຳຕ່າງໆຢູ່ຂັ້ນກະຊວງ ແລະ ສະເໜີຕໍ່ຄະນະຊີ້ນໍາລະດັບຊາດ ໂດຍອີງໃສ່ 8 ໜ້າວຽກທີ່ຄະນະຊີ້ນຳລະດັບຊາດໄດ້ກຳນົດຄື: ພິທີເປີດ ແລະ ປິດ ໃນນີ້ ພິທີເປີດລວມໄດ້ຈັດຂຶ້ນຢູ່ ສສ ຫວຽດນາມ ໃນວັນທີ 8 ມັງກອນ ສ່ວນພິທີປິດ ຈະຈັດຂຶ້ນໃນເດືອນທັນວາ 2022 ທີ່ນະຄອນຫຼວງວຽງຈັນ ສ່ວນກະຊວງປ້ອງກັນປະເທດ ຈະຈັດຢູ່ເມືອງວຽງໄຊ ແຂວງຫົວພັນ ຈັດໃຫ້ມີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ 16 ຄະນະ (ຂັ້ນລັດຖະມົນຕີ ບັນດາກົມໃຫຍ່ ອົງການ ກອງພົນກອງບັນຊາການທະຫານແຂວງ…) ຈັດຕັ້ງປາຖະກະຖາ ໂຮມຊຸມນຸມ ລວມມີຂັ້ນກະຊວງ ກົມໃຫຍ່ ກົມກອງທັງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ແລກປ່ຽນສານອວຍພອນຂັ້ນຄະນະລັດຖະມົນຕີ ຂັ້ນກົມໃຫຍ່ກົມກອງ ແລກປ່ຽນດ້ານວັດທະນະທຳ ລວມມີ 5 ລາຍການ ຈັດຕັ້ງຕະຫຼາດນັດວາງສະແດງສິນຄ້າ ຈະເຮັດລວມກັບເບື້ອງລັດຢູ່ສູນການຄ້າລາວ-ໄອເຕັກ ຈັດຕັ້ງໂຄສະນາຖະແຫຼງຂ່າວ ລວມມີ 6 ລາຍການ ແລະ ສ້າງຂະບວນການແຂ່ງຂັນ-ຍ້ອງຍໍ ລວມມີ 4 ລາຍການ. ເພື່ອເຮັດໃຫ້ວຽກງານຂ້າງເທິງໄດ້ຮັບການຈັດຕັ້ງປະຕິບັດຖືກຕາມກຳນົດເວລາ ແລະ ມີປະສິດທິ ຜົນ ຄະນະຮັບຜິດຊອບສ້າງກິດຈະກຳຂອງກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ ມອບໝາຍໜ້າທີ່ ສ້າງແຜນການເຄື່ອນໄຫວ ໂດຍມີການປະສານສົມທົບກັບທີ່ປຶກສາດປ້ອງກັນຊາດຫວຽດນາມປະຈຳຢູ່ລາວຢ່າງເປັນເອກະພາບ ແລ້ວຜັນຂະຫຍາຍໃນທົ່ວກອງທັບ ມາຮອດປັດຈຸບັນ ສາມາດຈັດຕັ້ງປະຕິບັດສຳເລັດຫຼາຍວຽກ ແລະ ກຽມພ້ອມທີ່ຈະເຂົ້າຮ່ວມງານໂຮມຊຸມນຸມໃຫຍ່ລະດັບຊາດໃນວັນທີ 18 ກໍລະກົດ 2022 ທີ່ນະຄອນຫຼວງວຽງຈັນ.

.

# ຂ່າວ – ພາບ : ຂັນທະວີ

error: Content is protected !!