Meta ສືບຕໍ່ແຄມເປນ #ລາວຊ່ວຍລາວ ເພື່ອສົ່ງເສີມຜູ້ປະກອບການລາວເຕີບໂຕສູ່ດີຈີຕອນ

    Meta ສືບຕໍ່ແຄມເປນອອນລາຍ #ລາວຊ່ວຍລາວ ໂດຍ Meta ປີທີ 2 ເພື່ອສົ່ງເສີມຜູ້ປະກອບການ ລາວ ໃນການເຕີບໂຕສູ່ດີຈີຕອນ ໂດຍພິທີນໍາສະເໜີແຄມເປນດັ່ງກ່າວ ຈັດຂຶ້ນວັນທີ 12 ກໍລະກົດ 2022 ຢູ່ນະຄອນຫຼວງວຽງຈັນ ໂດຍມີທ່ານນາງ ອິນດີ ເດວິດສ Reseller Partner Manager ຂອງ Meta ປະຈຳປະເທດລາວ ແລະ ຕະຫຼາດໃໝ່ໃນຂົງເຂດອາຊີຕາເວັນອອກສຽງໃຕ້ ພ້ອມດ້ວຍຜູ້ຕາງໜ້າຈາກ Httpool ລາວ ສະມາຄົມການຄ້າໄອຊີທີລາວ ບັນດາຜູ້ປະກອບການ ແລະ ສື່ມວນຊົນ ເຂົ້າຮ່ວມ.

    ແຄມເປນ #ລາວຊ່ວຍລາວ ໂດຍ Meta ເປັນແຄມເປນ ເພື່ອເພີ່ມທັກສະດ້ານດີຈີຕອນ ແລະ ສົ່ງ ເສີມທຸລະກິດໃນທ້ອງຖິ່ນ ເພື່ອເລັ່ງການເຕີບໂຕທາງດີຈີຕອນຂອງພວກເຂົາ ພາຍຫຼັງ ສປປ ລາວ ກັບມາ ເປີດປະເທດ ຄຽງຄູ່ກັບທຸລະກິດຕ່າງໆ ແລະ ການທ່ອງທ່ຽວໄດ້ກັບມາຄຶກຄື້ນອີກຄັ້ງໜຶ່ງ ແຄມເປນດັ່ງກ່າວ ແມ່ນປະສົບການທາງອອນລາຍ 3 ວັນ (14-16 ກໍລະກົດ ເວລາ 16:00 ໂມງ) ຜ່ານຊຸດວິດີໂອທີ່ ເວົ້າເຖິງຄວາມນິຍົມຂອງທຸລະກິດແບບດີຈີຕອນ ຂໍ້ມູນເຊີງເລິກ ແລະ ກໍລະນີສຶກສາທີ່ແບ່ງປັນໂດຍແບຣນ ທ້ອງຖິ່ນຂອງລາວ ລວມເຖິງການເຝິກອົບຮົມອອນລາຍທີ່ໃຫ້ທຸກຄົນເຂົ້າຊົມໄດ້ ນອກນີ້ ຍັງມີຄູ່ມືດຳເນີນທຸ ລະກິດດີຈີຕອນສຸດພິເສດທີ່ເປັນພາສາລາວ ແລະ ເປີດໃຫ້ທຸກຄົນດາວໂຫຼດໂດຍບໍ່ເສຍຄ່າ ເພື່ອສະໜອງວິ ທີການງ່າຍໆໃຫ້ຜູ້ປະກອບການທີ່ຕ້ອງການນຳທຸລະກິດສູ່ໂລກອອນລາຍ ໃຫ້ສາມາດປະຕິບັດຕາມໄດ້ ຫຼື ເປັນອັດຕາເລັ່ງໜຶ່ງເພື່ອເພີ່ມໂອກາດທາງທຸລະກິດຂອງພວກເຂົາ ພາຍຫຼັງການລະບາດຂອງພະຍາດໂຄວິດ-19 ເຊິ່ງຄູ່ມືດຳເນີນທຸລະກິດດີຈີຕອນ ຈາກແຄມເປນ #ລາວຊ່ວຍລາວ ໂດຍ Meta ໄດ້ຖືກອອກແບບມາເປັນພິ ເສດໂດຍ Meta ແລະ ການຮ່ວມມືຈາກ Httpool ລາວ ເຊິ່ງເປັນຄູ່ຮ່ວມງານດ້ານທຸລະກິດຂອງ ບໍລິສັດ ທັງເປັນຜູ້ຊ່ຽວຊານດ້ານການຕະຫຼາດດີຈີຕອນ.

    ທ່ານນາງ ອິນດີ ເດວິດສ ກ່າວວ່າ: ການທ່ອງທ່ຽວ ແລະ ທຸລະກິດຕ່າງໆກຳລັງກັບມາເປີດຄືນ ພວກເຮົາ ເຊື່ອວ່າການກັບມາຄັ້ງນີ້ຈະບໍ່ຄືເກົ່າແນ່ນອນ ທຽບກັບໄລຍະກ່ອນການລະບາດຂອງພະຍາດ ແລະ ເປັນສິ່ງ ສຳຄັນສຳລັບທຸລະກິດທຸກຂະໜາດທີ່ຈະສືບຕໍ່ຍອມຮັບເສັ້ນທາງສູ່ດີຈີຕອນ ແລະ ເພີ່ມຄວາມສຳພັນກັບລູກຄ້າ ທີ່ມີຢູ່ໃຫ້ແໜ້ນແຟ້ນຂຶ້ນຕື່ມ ເຊື່ອມຕໍ່ກັບລູກຄ້າໃໝ່ ແລະ ຮັກສາຄວາມສົມດຸນຂອງທຸລະກິດໄວ້ ການນໍາສະເໜີແຄມເປນ #ລາວຊ່ວຍລາວ ໂດຍ Meta ປີທີ 2 ພວກເຮົາຫວັງໃຫ້ຜູ້ປະກອບການ ລາວ ແລະ SME ສາມາດຮ່ວມກັບຜູ້ຄົນກວ່າ 3,6 ລ້ານຄົນ ແລະ 200 ລ້ານກວ່າທຸລະກິດໃນໂລກທີ່ກຳລັງນໍາໃຊ້ແພລດຟອມ ຂອງ Meta ເພື່ອສ້າງການເຕີບໂຕໃນທຸລະກິດ ແຄມເປນນີ້ຈະເວົ້າເຖິງທັກສະທາງດີຈີຕອນ ແລະ ການເຝິກອົບຮົມເສີມສ້າງຄວາມສາມາດ ໂດຍສະເພາະ ໄລຍະທ້າທາຍສຳລັບການຟື້ນໂຕ ພາຍຫຼັງການລະບາດ ຂອງພະຍາດໃນໂລກ ພວກເຮົາຮູ້ສຶກຕື່ນເຕັ້ນທີ່ໄດ້ມີໂອກາດຮ່ວມງານກັບຄູ່ຮ່ວມງານໃນພາກພື້ນ ຄື: Httpool ສະມາຄົມການຄ້າໄອຊີທີລາວ ແລະ InsideLaos ເພື່ອເຮັດໃຫ້ແຄມເປນນີ້ປາກົດຜົນເປັນຈິງ.

    ທ່ານ ວັນນະເລດ ພິມພະຈັນ Country Lead – Httpool ລາວ ກ່າວວ່າ: ເລີ່ມແຕ່ປີ 2020 ເປັນຕົ້ນມາ ພວກເຮົາໄດ້ເຮັດວຽກຢ່າງໃກ້ຊິດກັບຜູ້ໃຫ້ການໂຄສະນາ ແລະ ທຸລະກິດຕ່າງໆໃນລາວຫຼາຍກວ່າ 150 ແຫ່ງ ເພື່ອຊ່ວຍໃຫ້ພວກເຂົາສາມາດເລັ່ງການຫັນປ່ຽນສູ່ດີຈີຕອນໄດ້ ພວກເຮົາຮູ້ສຶກຕື່ນເຕັ້ນທີ່ໄດ້ມີ ສ່ວນຮ່ວມໃນແຄມເປນ #ລາວຊ່ວຍລາວ ໂດຍ Meta ແລະ ເປັນສ່ວນໜຶ່ງໃນຄວາມພະຍາຍາມຂອງ Meta ເປົ້າໝາຍຂອງພວກເຮົາແມ່ນການເຊື່ອມຕໍ່ແບຣນຕ່າງໆກັບຜູ້ຊົມໃຊ້ ດ້ວຍສື່ແພລດຟອມທີ່ກ່ຽວຂ້ອງ ຫຼາຍທີ່ສຸດໃນໂລກ ເປັນຕົ້ນແພລດຟອມຕ່າງໆຂອງ Meta ພ້ອມທັງຊຸກຍູ້ໃຫ້ຜູ້ປະກອບການ ແລະ ວິສາ ຫະກິດໃນທ້ອງຖິ່ນ ສາມາດສ້າງລະບົບນິເວດທາງທຸລະກິດຂອງລາວ ດ້ວຍວິທີການທີ່ມີປະສິດທິຜົນສູງ ສຸດຕໍ່ການເຕີບໂຕ.

    ໃນແຄມເປນ #ລາວຊ່ວຍລາວ ໂດຍ Meta ຄັ້ງນີ້ Httpool ລາວ ຈະຈັດເຝິກອົບຮົມສຳລັບທຸລະກິດ ຕ່າງໆ ເຊິ່ງສາມາດຮັບຊົມໄດ້ໂດຍບໍ່ເສຍຄ່າ ຈຸດສໍາຄັນ ແມ່ນໄດ້ຮັບການຮ່ວມມືຈາກຜູ້ນຳດ້ານການພັດທະ ນາທັກສະໃຫ້ SME ໃນລາວ ທ່ານ ທະນູສອນ ພົນອາມາດ ປະທານສະມາຄົມການຄ້າໄອຊີທີລາວ ນອກນີ້ຍັງມີການສົນທະນາກັບຜູ້ປະກອບການ ແລະ ເຈົ້າຂອງແບຣນທີ່ກຳລັງມີຊື່ສຽງໃນທ້ອງຖິ່ນຕື່ມອີກ ເຊິ່ງສາມາດຕິດຕາມເພຈ InsideLaos ເພື່ອຮັບກິດຈະກຳດີໆຈາກແຄມເປນ #ລາວຊ່ວຍລາວ ໂດຍ Meta.

# ສະບາໄພ

error: Content is protected !!