ນາຊາຍທອງ ຕີລາຄາການນໍາພາຈັດຕັ້ງປະຕິບັດວຽກງານຮອບດ້ານ 6 ເດືອນຕົ້ນປີ

    ກອງປະຊຸມຄົບຄະນະບໍລິຫານງານພັກເມືອງນາຊາຍທອງເປີດກວ້າງ ຄັ້ງທີ 6 ສະໄໝທີ VII ຈັດຂຶ້ນວັນທີ 11 ກໍລະກົດ 2022 ທີ່ສະໂມສອນເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເປັນປະທານຂອງສະຫາຍ ວຽງຄໍາ ສີຫາໂຄດ ເລຂາພັກເມືອງ ເຈົ້າເມືອງນາຊາຍທອງ ມີບັນດາຮອງເລຂາ ຮອງເຈົ້າເມືອງ ຄະນະປະຈໍາພັກ ຄະນະພັກ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.

    ສະຫາຍ ບຸນຊູ ພະວິເສດ ຮອງເລຂາພັກເມືອງ ໄດ້ຕີລາຄາການນໍາພາຈັດຕັ້ງປະຕິບັດວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2022 ຂອງຄະນະບໍລິຫານງານພັກ ເມືອງນາຊາຍທອງ ໃຫ້ຮູ້ວ່າ: ອົງການປົກຄອງເມືອງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຄະນະພັກແຕ່ລະຂັ້ນ ສະມາຊິກພັກ ພະນັກງານ ທະຫານ ຕໍາຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນ ໃຫ້ຮັບຮູ້ເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ ກົດໝາຍ ລະບຽບການຂອງລັດ ແລະ ບັນດານິຕິກໍາຕ່າງໆຂອງຂັ້ນເທິງວາງອອກ ເຊິ່ງໄດ້ສະແດງອອກ ຄື: ເຜິຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງນາຊາຍທອງ ມະຕິເລກທີ 107/ກມສພ ວ່າດ້ວຍການພັດທະນານະຄອນຫຼວງວຽງຈັນໃນໄລຍະໃໝ່ ເຜີຍແຜ່ຜົນສໍາເລັດກອງປະຊຸມ ແຈ້ງການ ແລະ ເອກະສານຕ່າງໆ ລວມທັງໝົດ 28 ຄັ້ງ ມີຜູ້ເຂົ້າຮ່ວມ 3.854 ເທື່ອຄົນ ຍິງ 1.319 ເທື່ອຄົນ.

    ໄລຍະ 6 ເດືອນຜ່ານມາ ມີຄະດີເກີດຂຶ້ນທັງໝົດ 59 ເລືອງ ແກ້ໄຂໄດ້ 40 ເລື່ອງ ກັກຕົວມີ 263 ຄົນ ຍິງ 63 ຄົນ ມີຜົນເສຍຫາຍເປັນເງິນກີບ 44.916.400 ກີບ ຄໍາ 2 ບາດ ລົດຈັກ 41 ຄັນ ລົດໃຫຍ່ 2 ຄັນ ແອ 3 ໜ່ວຍ ໝໍ້ໄຟ 120 ໂວນ 2 ໜ່ວຍ ໂຊຟາ 1 ຊຸດ ເຫຼັກຮົ້ວກັ້ນທາງດ່ວນ 25 ແຜ່ນ ເຄື່ອງມືການກໍ່ສ້າງປະເພດຈັກ 6 ເຄື່ອງ ໂທລະສັບມືຖື 6 ໜ່ວຍ ງົວ 2 ໂຕ ດໍາເນີນຄະດີຢາເສບຕິດໄດ້ 70 ລາຍ ກັກໂຕດໍາເນີນຄະດີໄດ້ 124 ຄົນ ຍິງ 18 ຄົນ ຢຶດຂອງກາງປະເພດຢາບ້າໄດ້ 19.242 ເມັດ ຢາໄອສ໌ 4 ຖົງນ້ອຍ ກັບເຄິ່ງໜຶ່ງ ອຸບັດເຫດເກີດຂຶ້ນ 32 ເລື່ອງ ພາຫະນະເປ່ເພທັງໝົດ 56 ຄັນ ໄດ້ຮັບບາດເຈັບ 42 ຄົນ ເສຍຊີວິດ 7 ຄົນ.

    ການຈັດເກັບລາຍຮັບເຂົ້າງົບປະມານ 6 ເດືອນປີ 2022 ປະຕິບັດໄດ້ 8,66 ຕື້ກີບ ເທົ່າກັບ 43,14% ຂອງແຜນການປີ 19,50 ຕື້ກີບ ໃນນີ້: ສ່ວຍສາອາກອນປະຕິບັດໄດ້ 8,41 ຕື້ກີບ ເທົ່າກັບ 44,29% ຂອງແຜນການ 19 ຕື້ກີບ ຊັບສິນຂອງລັດ ປະຕິບັດໄດ້ 244,70 ລ້ານກວ່າກີບ ເທົ່າກັບ 48,94% ຂອງແຜນການ 500 ລ້ານກີບ ແຜນປູກເຂົ້ານາແຊງ: 4.700 ເຮັກຕາ ປູກໄດ້ຕົວຈິງ 3.245 ເຮັກຕາ ເທົ່າກັບ 71,17% ນາປີ: 7.905 ເຮັກຕາ ປັດຈຸບັນ ເຮັດນາຫວ່ານໄດ້ 210 ເຮັກຕາ ແຜນປູກພືດຜັກລະດູແລ້ງ 770 ເຮັກຕາ ປະຕິບັດໄດ້ 754 ເຮັກຕາ ເທົ່າກັບ 97,92% ແຜນປູກພືດຜັກລະດູຝົນ 420 ເຮັກຕາ ປະຕິບັດໄດ້ 27 ເຮັກຕາ ເທົ່າກັບ 6,4% ແຜນປູກໄມ້ກິນໝາກ 75 ເຮັກຕາ ປະຕິບັດໄດ້ 11 ເຮັກຕາ ເທົ່າກັບ 14,66% ແຜນປູກພືດອຸດສາຫະກໍາ 363 ເຮັກຕາ ປະຕິບັດໄດ້ 360 ເຮັກຕາ ທົ່ວເມືອງມີຟາມລ້ຽງສັດທັງໝົດ 248 ຟາມ ໃນນັ້ນ: ຟາມງົວ 38 ຟາມ ຟາມໝູ 32 ຟາມ ຟາມໄກ່ໄຂ່ 137 ຟາມ ຟາມໄກ່ຊີ້ນ 25 ຟາມ ຟາມເປັດໄຂ່ 10 ຟາມ ຟາມແບ້ 4 ຟາມ ຟາມນົກກະຈອກເທບ 1 ຟາມ ແລະ ຟາມແກະ 1 ຟາມ ທຽບໃສ່ປີ 2021 ຈໍານວນຟາມ ຫຼຸດລົງ 15 ຟາມ ມີຄອບຄົວຕົວແບບລ້ຽງສັດ 28 ຄອບຄົວ ສະເລ່ຍຄົນໜຶ່ງ ໄດ້ຮັບ 102 ກິໂລ/ຄົນ/ປີ

    ຈາກນັ້ນ ສະຫາຍ ພູວອນ ພົງລາດແກ້ວ ຄະນະປະຈໍາພັກເມືອງ ຮອງເຈົາເມືອງນາຊາຍທອງ ຂຶ້ນຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານ 6 ເດືອນທ້າຍປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຫຼັງຈາກນັ້ນ ກອງປະຊຸມໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນຂອງກອງບັນຊາການ ປກສ ແລະ ຫ້ອງການ ອ້ອມຂ້າງເມືອງ ຕື່ມອີກ.

error: Content is protected !!