ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຢີ່ປຸ່ນ (ສລຍ) ຮ່ວມກັບຄະນະວິສະວະກຳສາດ (ຄວສ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດພິທີປະຖົມນິເທດກ່ຽວກັບລາງວັນຮອນດາ ສຳລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ (HONDA Y-E-S Award) ຢູ່ ສປປ ລາວ ປະຈຳປີ 2022 ຂຶ້ນວັນທີ 12 ກໍລະກົດ 2022 ຢູ່ ຄວສ ໂດຍມີທ່ານ ຈັນຄະຈອນ ສອນມະນີວົງ ຮອງຄະນະບໍດີ ຄວສ ທ່ານ ພອນແກ້ວ ຈັນທະມາລີ ຜູ້ອຳນວຍການ ສລຍ ຄະນະກຳມະການໂຄງການມູນນິທິຮອນດາ 2022 ພ້ອມດ້ວຍຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

ຈຸດປະສົງເພື່ອແນະນຳວິທີການສະໝັກເຂົ້າແຂ່ງຂັນເອົາລາງວັນຈາກມູນນິທິຮອນດາ ປີ 2022 ເຊິ່ງແຕ່ລະປີ ມີນັກສຶກສາ 2 ຄົນ ໄດ້ຮັບລາງວັນຊະນະເລີດ ຜູ້ໄດ້ຮັບລາງວັນຈະໄດ້ຫຼຽນຮອນດາ ໃບຢັ້ງຢືນ ພ້ອມດ້ວຍເງິນລາງວັນ 3.000 ໂດລາສະຫະລັດ.


ທ່ານ ພອນແກ້ວ ຈັນທະມາລີ ກ່າວວ່າ: Honda Y-E-S Award ເລີ່ມມີໃນປີ 2006 ເພື່ອເຮັດໃຫ້ຄົນຮຸ່ນໜຸ່ມ ຫັນມາເອົາໃຈໃສ່ເລື່ອງເຕັກໂນໂລຊີກັບສິ່ງອ້ອມຂ້າງໃຫ້ຫຼາຍຂື້ນ ແລະ ເພື່ອການເຊື່ອມໂຍງລະຫວ່າງຜູ້ນຳໃນອະນາຄົດຂອງປະເທດຍີ່ປຸ່ນ ແລະ ປະເທດອາຊຽນ ໃນຂົງເຂດວິທະຍາສາດ ເຕັກໂນໂລຊີ ແລະ ອຸດສາຫະກຳ ປີ 2006 ໂຄງການໄດ້ເລີ່ມຕົ້ນ ແລະ ໄດ້ຮັບຜົນສຳເລັດຢູ່ປະເທດຫວຽດນາມ ປີ 2007 ຢູ່ປະເທດອິນເດຍ ປີ 2008 ຢູ່ ສປປ ລາວ ແລະ ກຳປູເຈຍ ປີ 2014 ຢູ່ປະເທດມຽນມາ ສປປ ລາວ ໄດ້ກ້າວໜ້າຂຶ້ນ ພາຍຫຼັງທີ່ໄດ້ເຂົ້າເປັນປະເທດສະມາຊິກອາຊຽນ ປີ 1997 ໂຄງການນີ້ໄດ້ຕົກລົງໃຫ້ນັກສຶກສາ ມຊ ຂະແໜງວິທະຍາສາດແລະ ວິສະວະກຳສາດຜູ້ທີ່ມີພອນສະຫວັນ ມີແນວຄິດຢາກປະດິດສິ່ງໃໝ່ໆ ມີຄຸນສົມບັດດີ ມີຄວາມສາມັກຄີກັບໝູ່ຄູ່ ມັກເຂົ້າຮ່ວມກິດຈະກຳ ມີຄວາມເສຍສະຫຼະ ແລະ ມີຜົນການຮຽນດີເລີດ ເພື່ອຈະເປັນຜູ້ນຳດ້ານວິທະຍາສາດຂອງ ສປປ ລາວ ໃນອະນາຄົດ ຜູ້ສະໜັກຈະຖືກຮັບຮອງ ແຕ່ລະປີຕ້ອງເປັນນັກສຶກສາຂອງ ມຊ ທີ່ກຳນົດໃນຂະແໜງວິທະຍາສາດ ແລະ ເຕັກໂນໂລຊີຜູ້ທີ່ໄດ້ຮັບລາງວັນ Y-E-S ຖ້າຫາກຄົບເງື່ອນໄຂ ກໍຈະໄດ້ຮັບລາງວັນ Y-E-S Plus ຕື່ມອີກ ໂດຍຜູ້ທີ່ໄດ້ຮັບລາງວັນມາແລ້ວ ມີສິດເຄື່ອນໄຫວກິດຈະກຳພາຍໃນເຄືອຂ່າຍ ແລະ ເຂົ້າຮ່ວມກອງປະຊຸມສາກົນຢູ່ປະເທດຍີ່ປຸ່ນ.

ສໍາລັບນັກສຶກສາທີ່ຈະສະໝັກເຂົ້າແຂ່ງຂັນເພື່ອຮັບລາງດັ່ງກ່າວ ຕ້ອງແມ່ນນັກສຶກສາຂອງຄະນະທີ່ກຳນົດໃຫ້ ແລະ ກຳລັງຮຽນຢູ່ປີ 3 ຫຼື ປີ 4 ອາຍຸບໍ່ເກີນ 25 ປີ ມີສັນຊາດລາວ ແລະ ເປັນຜູ້ທີ່ມີພອນສະຫວັນ ມີແນວຄິດຢາກປະດິດສິ່ງໃໝ່ໆ ມີຄຸນສົມບັດດີ ມີຄວາມສາມັກຄີກັບໝູ່ຄູ່ ມັກເຂົ້າຮ່ວມກິດຈະກຳ ມີຄວາມເສຍສະຫຼະ ແລະ ມີຜົນການຮຽນເກັ່ງຕະຫຼອດໄລຍະການຮຽນຜ່ານມາ.
# ສະບາໄພ