ຊື​ເຟິງ ຈີຫຼົງ ຂຸດ​ຄົ້ນ​ຄຳ-ພ​ຮ​ລ ຮ່ວມມື​ສຳຫຼວດ ແລະ ພັດ​ທະ​ນາ​ແຫຼ່ງ​ແຮ່​ຕ່າງໆ

    ບໍ​ລິ​ສັດ​ ຊື​ເຟິງ ຈີຫຼົງ ຂຸດ​ຄົ້ນ​ຄຳ ​ລົງ​ນາມ​​ສັນ​ຍາ​ການ​ຮ່ວມ​ມື​ກັບລັດ​ວິ​ສາ​ຫະ​ກິດ ພັດ​ທະ​ນາ​ແຮ່​ທາດລາວ (ພ​ຮ​ລ) ເພື່ອ​ຊ່ວຍ​ໃຫ້​​ທຸກ​ຝ່າຍ​ສຸມ​ໃສ່​ການ​ສຳຫຼວດ ແລະ ພັດ​ທະ​ນາ​ແຫຼ່ງ​ແຮ່​ຕ່າງໆ ​ເພື່ອ​​ກາຍ​ເປັນ​ໂຄງ​ການ​ຂະ​ໜາດ​ໃຫຍ່​ໃນ​ອະ​ນາ​ຄົດຢູ່​ ສ​ປ​ປ ລາວ ໂດຍພິທີລົງນາມດັ່ງກ່າວ ຈັດຂຶ້ນວັນ​ທີ 11 ກໍ​ລະ​ກົດ 2022 ຢູ່ນະຄອນຫຼວງວຽງຈັນ ລະຫວ່າງທ່ານ ບຸນ​ຍົງ ສີ​ດາ​ວົງ ຜູ້​ອຳ​ນວຍ​ການ ພ​ຮ​ລ ແລະ ທ່ານ ພໍ ແຮ​ຣິ​ສ໌ ປະ​ທານ​ກິ​ຕິ​ມະ​ສັກ ​ບໍ​ລິ​ສັດ​ ຊື​ເຟິງ ຈີຫຼົງ ຂຸດຄົ້ນຄໍາ ແລະ ຜູ້​ຈັດ​ການ​ໃຫຍ່​ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (ລ​ຊມ​ລ) ມີທ່ານ ອຳ​ພົນ ສຸດ​ທິ​ພົນ ຮອງ​ອຳ​ນວຍ​ການ ພ​ຮ​ລ ທ່ານ ສະ​ໝານ ອະ​ເນ​ກາ ຜູ້​ອຳ​ນວຍ​ການ​ໃຫຍ່ບໍ​ລິ​ສັດ ລ​ຊມ​ລ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ພໍ ແຮ​ຣິ​ສ ​ກ່າວ​ວ່າ: ສັນ​ຍາ​ສະ​ບັບ​ນີ້ ຍົກ​ໃຫ້​ເຫັນ​ຄວາມ​ໝາຍ​ໝັ້ນ​ທີ່​ມີ​ມາ​ຍາວ​ນານ​ຂອງບໍ​ລິ​ສັດ ຊື​ເຟິງ ຈີຫຼົງ ຂຸດ​ຄົ້ນ​ຄຳ ໃນ​ການ​ເຕີບ​ໂຕ ແລະ ການ​ພັດ​ທະ​ນາ​ຂະ​ແໜງ​ການ​ບໍ່​ແຮ່ ຢູ່​ໃນ ສ​ປ​ປ ລາວ ຄະ​ນະ​ຂອງພວກ​ເຮົາ​ພວມ​ເຮັດ​ວຽກ​ຮ່ວມ​ມື​ກັບ​ລັດ​ຖະ​ບານ​ລາວ ​ເພື່ອ​ພັດ​ທະ​ນາ​ອີກຫຼາຍ​ໂຄງ​ການ​ທີ່​ຈະ​ປະ​ສົບ​ຜົນ​ສຳ​ເລັດ ໃຫ້​ຄື​ກັນ​ກັບໂຄງ​ການ​ຄຳ-ທອງ ​ເຊ​ໂປນ ບໍ​ລິ​ສັດ ຊື​ເຟິງ ຈີຫຼົງ ຂຸດ​ຄົ້ນ​ຄຳ ແລະ ​ພ​ຮ​ລ ຈະ​ດຳ​ເນີນ​ການ​ສຳຫຼວດ​ເພື່ອ​ລິ​ເລີ່ມ​ໂຄງ​ການ​ບໍ່​ແຮ່​ລະ​ດັບ​ໂລກ ເພື່ອ​ສ້າງ​ຜົນ​ປະ​ໂຫຍດ​ຮ່ວມ​ກັນຂອງຜູ້​ມີ​ສ່ວນ​ຮ່ວມ ໂດຍ​ສະ​ເພາ​ະ ປະ​ຊາ​ຊົນ​ລາວ ​ໂດຍຮ່ວມ​ກັບ ພ​ຮ​ລ ແລະ ລັດ​ຖະ​ບານ​ລາວ ຄະ​ນະ​ພວກ​ເຮົາ​ພວມ​ສ້າງ​ພື້ນ​ຖານ​ອັນ​ເຂັ້ມ​ແຂງ ​ເພື່ອ​ຂະ​ຫຍາຍ​ການ​ລົງ​ທຶນ​ຢ່າງ​ມະ​ຫາ​ສານ​ໃນ ສ​ປ​ປ ລາວ ບໍ​ລິ​ສັດ ຊື​ເຟິງ ຈີຫຼົງ ຂຸດ​ຄົ້ນ​ຄຳ ຈະ​ຮັກ​ສາ​ມາດ​ຕະ​ຖານ​ສາ​ກົນ ທີ່​ເປັນ​ທີ່​ຮູ້​ຈັກ​ຢ່າງກວ້າງ​ຂວາງ ໂດຍ​ສ​ະ​ເພາະ ​ດ້ານ​ຄວາມ​ປອດ​ໄພ ສິ່ງ​ແວດ​ລ້ອມ ການ​ພັດ​ທະ​ນາ​ຊຸມ​ຊົນ ແລະ ການ​​ກໍ່​ສ້າງ​ພະ​ນັກ​ງານ​​ລາວ.

    ທ່ານ ບຸນ​ຍົງ ສີ​ດາ​ວົງ ກ່າວ​ວ່າ: ສັນ​ຍາສະ​ບັບ​ນີ້ ຊຸກ​ຍູ້​ໃຫ້​ມີ​ການ​ສຳຫຼວດ​ເຂດ​ທີ່​ມີ​ທ່າ​ແຮງດ້ານ​ແຮ່​ທາດ ກ່ອນ​ທີ່​ຈະ​ເຂົ້າ​ສູ່​ສັນ​​ຍາ​ສຳ​ປະ​ທານ ​ພ​ຮ​ລ ມີ​ຄວາມ​ເຊື່ອ​ໝັ້ນ​ໃນດ້ານ​ຄວາມ​ຊຳ​ນິ​ຊຳ​ນານ ແລະ ຄວາມ​ພ້ອ​ມ ຂອງບໍ​ລິ​ສັດ ຊື​ເຟິງ ຈີຫຼົງ ຂຸດ​ຄົ້ນ​ຄຳ ​ທີ່ຈະ​ນຳ​ສູ່​ຜົນ​ສຳ​ເລັດ ເຊິ່ງເຫັນ​ໄດ້​ຈາກຜົນ​ງານ​ດ້ານ​ການ​ດຳ​ເນີນ​ໂຄງ​ການ​ຂຸດ​ຄົ້ນ ແລະ ປຸງ​ແຕ່ງ​ຄຳ-ທອງ​ ເຊ​ໂປນ ການ​ຊອກ​ຫາ​ເຂດ​ທີ່​ມີ​ທ່າ​ແຮງ​ດ້ານ​ແຮ່​ທາດ ເປັນ​ສິ່ງ​ສຳ​ຄັນ​ຕັດ​ສິນ ໃນ​ນີ້ ການ​ສະ​ໜັບ​ສະ​ໜູນຈາກ​ລັດ​ຖະ​ບານ ​ຂະ​ແໜງ​ການ​ກ່ຽວ​ຂ້ອງ ແລະ ຊຸມ​ຊົນ​ທ້ອງ​ຖິ່ນ ມີ​ຄວາມ​ຈຳ​ເປັນໃຫ້​ການ​ພັດ​ທະ​ນາ​ຂະ​ແໜງ​ບໍ່​ແຮ່​ ໃນ ສ​ປ​ປ ລາວ.

    ລ​ຊມ​ລ ແລະ ລັດ​ຖະ​ບານ​ລາວ ​ໄດ້​ມີ​ສາຍ​ພົວ​ພັນ​ທີ່​ດີ ແລະ ປະ​ສົບ​ຜົນ​ສຳ​ເລັດ​ມາຫຼາຍກວ່າ 30 ປີ ບໍ່​ຄຳ​-ທອງ ​ເຊ​ໂປນ ມີ​ຄວາມ​ພາກ​ພູມ​ໃຈ​ທີ່​ໄດ້​ຮັກ​ສາ​ມາດ​ຕະ​ຖານ​ສາ​ກົນ​ສູງ​ທີ່​ສຸດ ແລະ ສາ​ມາດ​ຮັກ​ສາ​ມາດ​ຕະ​ຖານ A+ ​ເຊິ່ງ​ອອກ​ໃຫ້ໂດຍກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່​ ຢ່າງ​ສະ​ເໝີ​ມາ ແລະ ເປັນ​ທີ່​ຍອມ​ຮັບ​ວ່າໄດ້​ເປັນ​ແບບ​ຢ່າງ​ສຳ​ລັບ​ບໍ​ລິ​ສັດ​ບໍ່​ແຮ່​ອື່ນໆ ຢູ່​ໃນ ສ​ປ​ປ ລາວ.

    ປັດ​ຈຸ​ບັນ​ ບໍ​ລິ​ສັດ​ ຊື​ເຟິງ ຈີຫຼົງ​ ຂຸດ​ຄົ້ນ​​ຄຳ ຖື​ຫຸ້ນ 90% ​ໃນ ລ​ຊມ​ລ ເຊິ່ງ​ເປັນ​ເຈົ້າ​ຂອງ ແລະ ດຳ​ເນີນ​ໂຄງ​ການ​ຄຳ-ທອງ​ ເຊ​ໂປນ ຢູ່ແຂວງ​ສະ​ຫວັນ​ນະ​ເຂດ ນັບ​ແຕ່​ເລີ່ມ​ດຳ​ເນີນ​ງານ​​ປີ 2003 ເປັນ​ຕົ້ນ​ມາ ລ​ຊມ​ລ ໄດ້​ຜະ​ລິດ​ແຜ່ນ​ທອງຫຼາຍກວ່າ​ 1,1 ລ້ານ​ໂຕນ ແທ່ງ​ຄຳ​ກວ່າ 1,5 ລ້ານອອນ​ສ໌ ​ປະ​ກອບ​ສ່ວນ​ຫຼາຍກວ່າ 1,6 ຕື້ໂດລາສະຫະລັດ ໃຫ້ເປັນ​ລາຍ​ຮັບ​ໂດຍ​ກົງ​ແກ່​ລັດ​ຖະ​ບານ​ລາວ​ ໂດຍຜ່ານ​ການ​ຊຳ​ລະ​ພາ​ສີ-​ອາ​ກອນ ຄ່າ​ຊັບ​ພະ​ຍາ​ກອນ​ແຮ່​ທາດ ແລະ ເງິນ​ປັນ​ຜົນ ນອກ​ນີ້ ຍັງ​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ທາງ​ອ້ອມຫຼາຍ​ຮ້ອຍ​ລ້ານ​ໂດ​ລາ​ສະ​ຫະ​ລັດ ເຂົ້າ​ໃນ​ການ​ສ້າງວຽກ​ເຮັດ​ງານ​ທຳ ການເຝິກ​ອົບ​ຮົມ ການ​ພັດ​ທະ​ນາ​ຊຸມ​ຊົນ ແລະ ການ​ສົ່ງ​ເສີມທຸ​ລະ​ກິດ​ທ້ອງ​ຖິ່ນ.

    ບໍ່​ແຮ່​ໃຕ້​ດິນ​ດິ​ສ​ໂຄ​ເວີ​ຣີ-​ດິບ​ສ໌ ເຊິ່ງ​ຈະ​ເປັນ​ບໍ່​ແຮ່​ໃຕ້​ດິນ​ທີ່​ທັນ​ສະ​ໄໝ​ແຫ່ງ​ທຳ​ອິດ​ໃນ ສ​ປ​ປ ລາວ ​ພວມ​ດຳ​ເນີນ​ການ​ກໍ່​ສ້າງ ເຊິ່ງ​ຄາດ​ວ່າ​ຍືດອາ​ຍຸ​ການ​ຂອງ​ບໍ່​ຄຳ-ທອງ​ ເຊ​ໂປນ ​ອອກ​ໄປ​ອີກຢ່າງ​ຕ່ຳ 10 ປີ (​ເຖິງ​ປີ 2033) ໂຄງ​ການ​ຂຸດ​ຄົ້ນ​ບໍ່​ແຮ່ ຈະປະ​ກອບ​ສ່ວນ​ໃນການ​ສ້າງວຽກ​ເຮັດ​ງານ​ທຳ ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ຊຸ​ມ​ຊົນ​ເຈົ້າ​ພາບ ​ປີ 2021 ໂຄງ​ການ​ຄຳ-ທອງ​ ເຊ​ໂປນ ຜະ​ລິດ​ທອງຫຼາຍ ກວ່າ 5.341 ໂຕນ ແທ່ງ​ຄຳ​ກວ່າ 192.988 ອອນ​ສ໌ ໃນ​ປີ 2022 ຄາດ​ວ່າ​ຈະ​ຜະ​ລິດ​ແທ່ງ​ຄຳ​ໄດ້ 224.000 ອອນ​ສ໌ (7 ໂຕນ) ແລະ ແຜ່ນ​ທອງ 8.000 ໂຕນ.

# ຂ່າວ – ພາບ : ສະບາໄພ

error: Content is protected !!