ຊໍາຊຸງສະໜັບສະໜູນງານແຂ່ງຂັນກດີລາເທຄວັນໂດລາວ ເພື່ອສົ່ງເສີມໃຫ້ເມືອງປູຊານ ເປັນເຈົ້າພາບງານ World Expo 2030

    ບໍລິສັດ ລາວຊໍາຊຸງ ເອເລັກໂຕຣນິກ ຈຳກັດຜູ້ດຽວ ສະໜັບສະໜູນການແຂ່ງຂັນເທຄວັນໂດ ຊີງຂັນທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ຄັ້ງທີ 7 ຈັດຂຶ້ນວັນທີ 9-10 ກໍລະກົດ 2022 ຢູ່ສູນກີລາເທຄວັນໂດລາວ ພ້ອມນີ້ບໍລິສັດ ລາວຊໍາຊຸງ ເອເລັກໂຕຣນິກ ຈຳກັດຜູ້ດຽວ ມີຄວາມຮູ້ສຶກພູມໃຈຫຼາຍທີ່ຈະໄດ້ເລີ່ມເຮັດວຽກຮ່ວມກັບລັດຖະບານລາວ ເພື່ອສົ່ງເສີມໃຫ້ ສ ເກົາຫຼີ ເປັນເຈົ້າພາບຈັດງານ World Expo ຢູ່ເມືອງປູຊານ ໃນປີ 2030.

    ຜູ້ຕາງໜ້າບໍລິສັດ ລາວຊໍາຊຸງ ເອເລັກໂຕຣນິກ ຈຳກັດຜູ້ດຽວ ກ່າວວ່າ: ພວກເຮົາຮູ້ສຶກເປັນກຽດ ແລະ ຍິນດີທີ່ໄດ້ເປັນສ່ວນໜຶ່ງຂອງການແຂ່ງຂັນຄັ້ງນີ້ ແລະ ພວກເຮົາຮູ້ສຶກດີໃຈທີ່ວັດທະນະທຳເກົາຫຼີ ທີ່ປະກອບດ້ວຍເພງ ຮູບເງົາ ແລະ ກີລາ ກາຍເປັນອີກໜຶ່ງກິດຈະກຳທີ່ສ້າງຄວາມສຸກ ແລະ ຄວາມບັນເທີງໃຫ້ໄວໜຸ່ມລາວ ພວກເຮົາຫວັງວ່າຈະມີໂອກາດນໍາສະເໜີກິດຈະກຳອື່ນໆ ສູ່ໄວໜຸ່ມລາວໃນອະນາຄົດ.

    ທ່ານ ອິມ ມູຮົງ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ກ່າວວ່າ: ຂ້າພະເຈົ້າຮູ້ສຶກດີ ໃຈຫຼາຍທີ່ໄດ້ຈັດການແຂ່ງຂັນເທຄວັນໂດ ຊີງຂັນທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ຄັ້ງທີ 7 ເທຄວັນໂດ ເປັນກີລາໜຶ່ງທີ່ເປັນທີ່ນິຍົມໃນລາວ ປັດຈຸບັນມີສະໂມສອນເຝິກຊ້ອມປະມານ 30 ສະໂມສອນທົ່ວປະ ເທດ ແລະ ມີນັກກີລາປະມານ 2.500 ຄົນ ການແຂ່ງຂັນຄັ້ງນີ້ເພື່ອເປັນເວທີໃຫ້ກັບນັກກີລາລາວໃນການເຝິກຝົນທັກສະ ເພື່ອກ້າວສູ່ເວທີສາກົນ ແລະ ເພື່ອສົ່ງເສີມການຮ່ວມມືດ້ານກີລາ ລະຫວ່າງ ສ ເກົາຫຼີ ແລະ ສປປ ລາວ.

    ການສະໜັບສະໜູນຄັ້ງນີ້ ເປັນສ່ວນໜຶ່ງຂອງການສະໜັບສະໜູນຂອງຊໍາຊຸງທົ່ວໂລກ ເພື່ອສະເໜີຊື່ໃຫ້ເມືອງປູຊານ ເປັນເຈົ້າພາບຈັດງານ World Expo 2030 ສ ເກົາຫຼີ ໄດ້ຜ່ານການຈັດງານໃຫຍ່ລະດັບໂລກມາຫຼາຍງານ ເຊັ່ນ: ກີລາໂອແລມປິກລະດູໜາວ ບານເຕະໂລກ ກີລາອາຊຽນ ແລະ ອື່ນໆ ເມືອງປູ ຊານ ເປັນເມືອງທີ່ຮູ້ຈັກກັນດີໃນເລື່ອງຂອງການຈະເລີນເຕີບໂຕແບບວ່ອງໄວ ຈາກເມືອງນ້ອຍໆສູ່ຈຸດສູນກາງດ້ານເສດຖະກິດ ແລະ ວັດທະນະທຳທີ່ສຳຄັນ ປູຊານ ມີເນື້ອທີ່ 770 km² ແລະ ປະຊາກອນ 3,5 ລ້ານຄົນ ນອກນີ້ ປູຊານຍັງຖືກສະເໜີຊື່ໂດຍອົງການ BIE ໃຫ້ເປັນເຈົ້າພາບຈັດງານ World Expo 2030 ອີກດ້ວຍ.

    ທ່າເຮືອເໜືອຂອງປູຊານ ມີເນື້ອທີ່ 3,44 ລ້ານຕາລາງແມັດ ເຊິ່ງມີແຜນຈະນຳໃຊ້ເປັນສະຖານທີ່ຈັດງານ World Expo 2030 ພາຍໃຕ້ຫົວຂໍ້ “Transforming Our World Navigating toward a Better Future” ພາຍໃນງານຈະປະກອບມີສິ່ງອຳນວຍຄວາມສະດວກ ເຊັ່ນ: ລະບົບຂົນສົ່ງ ແລະ ສັນ ຍາອິນ6G ເພື່ອຮັບໃຊ້ແຂກເຕີເນັດ ໃນງານ ຕະຫຼອດໄລຍະເວລາ 184 ວັນ ເລີ່ມແຕ່ເດືອນພຶດສະພາ-ຕຸ ລາ 2030 ດ້ວຍປະສົບການອັນຫຼວງຫຼາຍຂອງ ສ ເກົາຫຼີ ໃນການຈັດງານລະດັບໂລກມາກ່ອນ ລວມທັງ ພູມສັນຖານຂອງເມືອງປູຊານ ເຊື່ອວ່າຈະສາມາດເປັນເຈົ້າພາບຈັດງານຄັ້ງນີ້ໄດ້ຢ່າງປະສົບຜົນສຳເລັດ.    

    ໃນໂອກາດນີ້ ບໍລິສັດ ລາວຊໍາຊຸງເອເລັກໂຕຣນິກ ຈຳກັດຜູ້ດຽວ ຍັງຂໍການສະໜັບສະໜູນຈາກປະ ຊາຊົນລາວໃຫ້ ສ ເກົາຫຼີ ໃນການສະເໜີຊື່ເປັນເຈົ້າພາບຈັດງານ World Expo 2030 ການສະໜັບສະໜູນຄັ້ງນີ້ບໍ່ເປັນພຽງການສົ່ງເສີມໃຫ້ ປູຊານ ໄດ້ເປັນເຈົ້າພາບຈັດງານ World Expo 2030 ເທົ່ານັ້ນ ແຕ່ຍັງເປັນອີກໜຶ່ງບາດກ້າວຂອງບໍລິສັດໃນການສະໜັບສະໜູນ ແລະ ສົ່ງເສີມທັກສະຂອງນັກກີລາເທຄວັນໂດລາວ ໃຫ້ກ້າວສູ່ລະດັບສາກົນ ບໍລິສັດ ລາວຊໍາຊຸງເອເລັກໂຕຣນິກ ຈຳກັດຜູ້ດຽວ ຫວັງວ່າໃນອະ ນາຄົດຈະສາມາດສືບຕໍ່ຊ່ວຍເຫຼືອກິດຈະກຳເຫຼົ່ານີ້ ເພື່ອເພີ່ມພູນສາຍສຳພັນຂອງສອງປະເທດ ຕື່ມອີກ.

(ສະບາໄພ 13/7/2022)

error: Content is protected !!