ເຊີນເຂົ້າຮ່ວມການແຂ່ງຂັນຫຼຸດໄຂມັນປ່ຽນຮູບຮ່າງ ຊິງລາງວັນເງິນສົດລວມ 50 ລ້ານກີບ

    ວີໄອພີ (VIP) ຟິດເນັດ ຮ່ວມກັບ ຢູນີຊິຕີ (Unicity) ຄລີນິກລວມແພດ ເມດີຄໍ ແລະ ຮ້ານອາຫານເດີ ກຣີນເຮົາ ຈັດກິດຈະກຳການແຂ່ງຂັນຫຼຸດໄຂມັນປ່ຽນຮູບຮ່າງ ຊິງລາງວັນເງິນສົດລວມ 50 ລ້ານກີບ ພິທີໄຂ ກິດຈະກຳຄັ້ງນີ້ ມີຂຶ້ນໃນວັນທີ 11 ກໍລະກົດ 2022 ທີ່ວີໄອພີ ຟິດເນັດ ຊັ້ນ 3 ພາກຊັນ ນະຄອນຫຼວງວຽງຈັນ ໂດຍມີທ່ານນາງ ຄອນສະຫວັນ ຂັນທະລີໄຊ ຜູ້ບໍລິຫານລະດັບສູງຂອງຢູນີຊິຕີ ທ່ານ ດຣ ຈອນນີ ສີວິໄລ ອຳນວຍການຄລີນິກລວມແພດ ເມດີຄໍ ທ່ານ ນັດທະພົງ ຈຳປາຈັນ ຜູ້ຈັດການ ວີໄອພີ ຟິດເນັດ ແລະ ທ່ານ ນາງ ນາລີນ ເມກດາລາ ເຈົ້າຂອງຮ້ານອາຫານ ເດີກຣີນເຮົາ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ກະຕິກາການເຂົ້າຮ່ວມກິດຈະກຳຄັ້ງນີ້ ຂໍໃບສະໝັກ ແລະ ຍື່ນໃບສະໝັກໄປທີ່ ວີໄອພີ ຟິດເນັດ ຊັ້ນ 3 ພາກຊັນ ນະຄອນຫຼວງວຽງຈັນ ພາຍໃນວັນທີ 11-17 ກໍລະກົດ 2022 ພ້ອມຄັດຕິດຜົນວັດ Inbody ຄັ້ງທີ 1 ແລະ ຜົນກວດເລືອດທີ່ມີຄ່າ HbA1C (ຖ້າມີ) ແລະ ຄັດຕິດໃບບິນການສັ່ງຊື່ສິນຄ້າຊຸດປ່ຽນນ້ຳລາຍ 500 ພີວີ.

    ສິ່ງທີ່ຜູ້ເຂົ້າຮ່ວມຈະໄດ້ຮັບມີດັ່ງນີ້

  1. ມີສິດຮັບລາງວັນສູງສຸດ 50 ລ້ານກີບ ແລະ ລາງວັນອື່ນໆອີກ
  2. ໄດ້ຮຽນຫຼັກສູດດູແລສຸຂະພາບລະດັບວິທະຍາສາດ ຮ່າງກາຍທີ່ປ່ຽນແປງຮູບຮ່າງ ບໍ່ຕ້ອງອົດ ບໍ່ຕ້ອງທົດແທນອາຫານໃດໆ ແຕ່ບາງລົງໄດ້ດ້ວຍວິທະຍາສາດໃນ 90 ວັນ ແລະ ຊີວິດທີ່ດີຂຶ້ນກັບຜູ້ຊ່ຽວຊານ
  3. ມີໂຄຊດູແລຕະຫຼອດການແຂ່ງຂັນ
  4. ໄດ້ຮັບສິດໃນການເປັນເຈົ້າຂອງທຸລະກິດສຸຂະພາບ ແລະ ເຕີບໂຕໃນອະນາຄົດ
  5. ໄດ້ຮັບສິນຄ້າດູແລສຸຂະພາບ

    ຜູ້ຊະນະເລີດຝ່າຍຍິງ ຮັບລາງວັນເງິນສົດ 50 ລ້ານກີບ ຜູ້ຊະນະເລີດຝ່າຍຊາຍ ຮັບລາງວັນເງິນສົດ 50 ລ້ານກີບ ປະກາດຜົນຜູ້ຊະນະ ວັນທີ 20 ຕຸລາ 2022.

    ກະຕິກາໃນການຕັດສິນ : ແຍກຍິງ-ຊາຍ ພິຈາລະນາ

  1. body fat % ເປີເຊັນ ການຫຼຸດລົງຂອງໄຂມັນ
  2. % ໄຂມັນໃນຊ່ອງທ້ອງ
  3. BMI ຜົນການຕັດສິນຈາກຄະນະກຳມະການຖືເປັນອັນສິ້ນສຸດ.

    ທ່ານໃດສົນໃຈ ສາມາດສອບຖາມລາຍລະອຽດໄດ້ ໂທລະສັບ 020 7792 3459 020 9839 1121 020 9399 0586 ແລະ 020 5561 6831 ໄດ້ຕາມໂມງເວລາລັດຖະການ.

error: Content is protected !!