ລາວ-ໄທ ເສີມຂະຫຍາຍການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ

    ໃນລະຫວ່າງວັນທີ 11-13 ກໍລະກົດ 2022 ທ່ານ ພົນເອກ ສະເຫຼີມພົນ ສີສະຫວັດ ຜູ້ບັນຊາການທະຫານສູງສຸດກອງທັບແຫ່ງລາຊະອານາຈັກໄທ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໂດຍການຕ້ອນຮັບຢ່າງອົບອຸ່ນຂອງທ່ານ ພົນຕີ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ປະຊາຊົນລາວ ພ້ອມດ້ວຍຄະນະ.

    ໂອກາດນີ້ ສອງຝ່າຍໄດ້ພົບປະແລກປ່ຽນ ຕີລາຄາຄືນສະພາບວຽກງານເຊິ່ງກັນ ແລະ ກັນ ໃນບັນຫາທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ແລະ ສອງຝ່າຍໄດ້ເຫັນດ ເປັນເອກະພາບ ເພີ່ມທະວີຮ່ວມມືຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງທັງສອງຝ່າຍ ແລະ ເສີມສ້າງສາຍພົວພັນຮ່ວມມືທາງດ້ານເສດຖະກິດທີ່ດີ ຕະຫຼອດຮອດການເພີ່ມທະວີການຮ່ວມມືລະຫວ່າງກອງທັບປະຊາຊົນລາວ ແລະ ກອງທັບໄທ ໂດຍສະເພາະ ການຮ່ວມມືຂອງຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນ ລາວ-ໄທ ໄທ-ລາວ ສ້າງໃຫ້ສະພາບໃນຂອບເຂດເສັ້ນຊາຍແດນມີຄວາມສະຫງົບສຸກໂດຍພື້ນຖານ ນອກຈາກນັ້ນ ສອງຝ່າຍຍັງເຫັນດີເປັນເອກະພາບ ສືບຕໍ່ຮ່ວມມືໃນວຽກງານດ້ານການຊ່ວຍເຫຼືອມະນຸດສະທຳ ການຕ້ານໄພພິບັດທາງທຳມະຊາດ ການແລກປ່ຽນດ້ານການແພດ ສິລະປະ-ວັດທະນະທຳ ແລະ ກີິລາ ແລະ ຂອດການຮ່ວມມືໃນຂອບຂອງກອງປະຊຸມອາຊຽນລວມທັງບັນຫາອື່ນໆທີ່ສອງຝ່າຍໄດ້ສ້າງກົນໄກຮ່ວມກັນ .

    ໃນໂອກາດເດີນທາງມາຢ້ຽມຢາມມິດຕະພາບຢູ່ ສປປ ລາວ ຂອງທ່ານຜູ້ບັນຊາການທະຫານສູງສຸດ ແຫ່ງລາຊະອານາຈັກໄທ ພ້ອມດ້ວຍຄະນະຄັ້ງນີ້ ຍັງໄດ້ເຂົ້າວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ແລະ ທ່ຽວຊົມບັນດາສະຖານທີ່ທ່ອງທ່ຽວທາງປະຫວັດສາດ ແລະ ວັດທະນະທຳ ຈຳນວນໜຶ່ງຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ.

error: Content is protected !!