ຫາດຊາຍຟອງເລັ່ງປັກດຳເຂົ້ານາປີສຳເລັດເກືອບ 100% ພ້ອມສຸມໃສ່ການຜະລິດພືດລະດູຝົນ

    ປັດຈຸບັນ ຊາວກະສິກອນເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຂຸ້ນຂ້ຽວປັກດຳເຂົ້ານາປີ ໄປຄຽງຄູ່ກັບການປູກພືດລະດູຝົນຢ່າງຟົດຟື້ນ ແລະ ເປັນຂະບວນເພື່ອໃຫ້ທ່ວງທັນກັບລະດູການ.

    ອີງຕາມການລາຍງານຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫາດຊາຍຟອງ ໃນວັນທີ 12 ກໍລະກົດ 2022 ວ່າ: ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຫາດຊາຍຟອງ ລົງຊຸກຍູ້ການເປີດນໍ້າຊົນລະປະທານຕ້ານແລ້ງຊ່ວງລະດູຝົນປີ 2022 ຂອງແຕ່ລະສະຖານີພາຍໃນເມືອງ ຄຽງຄູ່ກັບການເອົາໃຈໃສ່ຕິດຕາມ ແລະ ປຸກລະດົມຊາວກະສິກອນ ໃນການຜະລິດພືດລະດູຝົນ ໂດຍສະເພາະ ແມ່ນການຜະລິດເຂົ້ານາປີ ສໍາລັບປີນີ້ ມີເນື້ອທີ່ແຜນການ 5.938 ເຮັກຕາ ຄາດ​ຄະ​​ເນ​ສະມັດ​ຕະພາບ 4,49  ​ໂຕນ/ເຮັກຕາ ຄາດ​ຄະ​ເນ​ຜົນ​ຜະລິດ 19.055 ​ໂຕນ ​ແຜນການ​ຕົກກ້າ 475 ​ໂຕນ ​ເນື້ອທີ່​ຈຸດ​ສຸມ 500 ເຮັກຕາ ແຜນ​ປັກ​ດໍາ​ກົນ​ຈັກ 300 ເຮັກຕາ ​ແຜນ​ຕົກກ້າ​ປັກ​ດໍາ​ກົນ​ຈັກ 19,5 ​ໂຕນ ຕົກກ້າ​ປັກ​ດໍາ​ດ້ວຍ​ກົນ​ຈັກ 65 ກິໂລຕໍ່ເຮັກຕາ ການປັກດໍາ ມາຮອດປະຈຸບັນປະຕິບັດໄດ້ 5.760 ເຮັກຕາ ເທົ່າ 97%  ຄາດວ່າຈະສຳເລັດໃນໄວໆນີ້.

    ສໍາລັບແຜນການປູກພືດຜັກລະດູຝົນ ປີ 2022 ມີເນື້ອທີ່ທັງໜົດ 1.170 ເຮັກຕາ ຄາດຄະເນສະມັດຕະພາບ 10ໂຕນ/ເຮັກຕາ ຄາດຄະເນຜົນຜະລິດ 11.700 ໂຕນ ປະຕິບັດໄດ້ 114 ເຮັກຕາ ເທົ່າ 9,74% (ກິນໃບ 72 ເຮັກຕາ ກິນໝາກ 42 ເຮັກຕາ) ສ່ວນແຜນການປູກພືດອຸດສາຫະກໍາລະດູຝົນ ປີ 2022 ມີເນື້ອທີ່ທັງໜົດ 40 ເຮັກຕາ ຄາດຄະເນຜົນຜະລິດ 420 ໂຕນ ປະຕິບັດໄດ້ 29 ເຮັກຕາ ເທົ່າ 72,5% (ອ້ອຍ ຖົ່ວຂຽວ ຖົ່ວເຫຼືອງ ຖົ່ວດິນ).

       ການປູກໄມ້ໃຫ້ໜາກໃນປີ 2022  ທົ່ວເມືອງມີເນື້ອທີ່ທັງໜົດ 65 ເຮັກຕາ ຄາດຄະເນສະມັດຕະພາບ 17.50 ໂຕນເຮັກຕາ ຄາດຄະເນຜົນຜະລິດ 1.137.5 ໂຕນ ສຳລັບກຸ່ມການຜະລິດກະສິກໍາເປັນສິນຄ້າ ປະກອບມີ: ກຸ່ມກະສິກໍາອິນຊີ 2 ກຸ່ມຄື: ບ້ານໂຄກຊາຍ ມີ 6 ຄອບຄົວ 2,96 ເຮັກຕາ ກຸ່ມຊາຍຟອງເໜືອ ມີ 17 ຄອບຄົວ ເນື້ອທີ່ 9.368 ເຮັກຕາ ລວມ 12.328 ເຮັກຕາ ກຸ່ມກະສິກໍາສະອາດ ລວມມີ 11 ກຸ່ມ ເນື້ອທີ່ 121,9 ເຮັກຕາ 249 ຄອບຄົວ ກຸ່ມຜະລິດເຂົ້າເປັນສິນຄ້າ ມີ 6 ກຸ່ມ ມີ 324 ຄອບຄົວ ເນື້ອທີ່ 473.42 ເຮັກຕາ ກຸ່ມການຜະລິດພືດຜັກເປັນສິນຄ້າມີ 11 ກຸ່ມ ມີ 249 ຄອບຄົວ ເນື້ອທີ່ 121,9 ເຮັກຕາ ກຸ່ມຜະລິດເມັດເຂົ້າລຸ້ນ 3 ມີ4 ກຸ່ມ ມີ 99 ຄອບຄົວ ເນື້ອທີ່ 96,22 ເຮັກຕາ ກຸ່ມກະສິກໍາອິນຊີ ຜະລິດໄດ້ 3.400 ກິໂລ ມູນຄ່າ 34 ລ້ານກວ່າກີບ ກຸ່ມກະສິກໍາ (GAP) ຜະລິດໄດ້  11.800 ກິໂລ ມູນຄ່າ 59 ລ້ານກີບ ໃນປັດຈຸບັນ ຄອບຄົວປູກຫຍ້າລ້ຽງສັດໃຫ່ຍພາຍໃນເມືອງ ມີ 150 ຄອບຄົວ 1 ສະຖານີ ມີເນື້ອທີ່ທັງໝົດ 49,16 ເຮັກຕາ  ພາຍໃນ 7 ກຸ່ມບ້ານຂອງເມືອງຫາດຊາຍຟອງ ຊະ​ນິດ​ຫຍ​້າ​ທີ່ປູກ​ມີ ຫຍ້າ​ແພງ​ໂກ​ລາ ເນ​ເປຍ ລູ​ຊີ ແລະ ຫຍ້າ​ຫວານ.

    ການ​ລ້ຽງປາ​ກະຊັງ​ ແມ່ນ​ມີ 195 ກະຊັງ ມີ 3ຄອບຄົວ (ກະຊັງເປົ່າ 121 ກະຊັງ ເຕັມ74 ກະຊັງ ນໍາປາຂຶ້ນຂາຍ 1 ກະຊັງ ນໍ້າໜັກ 1,8 ໂຕນ) ການບໍລິການປິ່ນປົວສັດຕະວະເເພດ: ໝາ 31ໂຕ (ຂ້າໝັດ ປົວ​ເຮື້ອນ 14ໂຕ ກັນວໍ້ 10ໂຕ ປິ່ນປົວທົ່ວໄປ 7 ໂຕ) ກວດກາອະນາໄມຊີ້ນຢູ່ໂຮງງານຂ້າສັດ 1 ແຫ່ງ (ບ້ານສິມມະໂນ) ໝູ 14 ໂຕ ລົງກວດກາຫາສານເຄ​ມີປົນເປື້ອນໃນຜະລິດຕະພັນສັດມີ 2 ໂຮງງານຄື: ໂຮງງານອຸ່ນເຮືອນ ແລະ  ກົງສະຫວັດ (ຊີ້ນໄກ່).

# ເພັດສະໝອນ

ພາບປະກອບ

error: Content is protected !!