ການທ່ອງທ່ຽວຕ້ອງຄຳນືງເຖິງຄວາມຍືນຍົງ ແລະ ປົກປັກຮັກສາສິ່ງແວດລ້ອມ

    ກອງປະຊຸມເຜີຍແຜ່ຫຼັກຈັນຍາບັນການທ່ອງທ່ຽວໂລກ ຈັດຂຶ້ນວັນທີ 4-5 ກໍລະກົດ 2022 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ມີທ່ານນາງ ພອນມະລີ ອິນທະພົມ ຫົວໜ້າກົມພັດທະນາການທ່ອງທ່ຽວ ທ່ານ ພູທອນ ດາລາລົມ ຮອງຫົວໜ້າພະແນກການເຝິກອົບຮົມທ່ອງທ່ຽວ-ສະຖາບັນສື່ມວນຊົນ ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມພະແນກ ຖວທ ທົ່ວປະເທດ ແລະ ນັກສຶກສາຈາກສະຖາບັນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ອຸ່ນທວງ ຂາວພັນ ກ່າວວ່າ: ອຸດສາຫະກຳການທ່ອງທ່ຽວ ເປັນອຸດສາຫະກຳໜຶ່ງທີ່ມີການຂະຫຍາຍຕົວຢ່າງວ່ອງໄວຢູ່ໃນພາກພື້ນ ແລະ ສາກົນ ເຊິ່ງສາມາດສ້າງອາຊີບ ສ້າງລາຍຮັບ ສ້າງຊື່ສຽງ ແລະ ປະກອບສ່ວນສຳຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດຕ່າງໆໃນໂລກ ເຖິງແນວໃດກໍຕາມ ການພັດທະນາການທ່ອງທ່ຽວຢູ່ໃນປະເທດຕ່າງໆ ຕ້ອງຄຳນືງເຖິງຄວາມຍືນຍົງ ການມີສ່ວນຮ່ວມຂອງຊຸມຊົນ ແລະ ການຫຼຸດຜ່ອນຜົນກະທົບດ້ານລົບຕໍ່ສິ່ງແວດລ້ອມໃຫ້ໜ້ອຍທີ່ສຸດ ດັ່ງນັ້ນ ການເຜີຍແຜ່ຫຼັກຈັນຍາບັນການທ່ອງ ທ່ຽວໂລກທີ່ຈັດຂຶ້ນໃນມື້ນີ້ ຖືວ່າເປັນວຽກງານໜຶ່ງທີ່ມີຄວາມສຳຄັນຫຼາຍທີ່ສຸດ ເພື່ອໃຫ້ບັນດາທ່ານຜູ້ປະກອບການທັງພາກລັດ ພາກທຸລະກິດ ສະຖາບັນການສຶກສາ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ໄດ້ຮັບຮູ້ ແລະ ເຂົ້າໃຈເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດບັນດາກິດຈະກໍາການທ່ອງທ່ຽວຕ່າງໆໃຫ້ມີປະສິດທິພາບ ແລະ ຮັບປະກັນໃຫ້ການພັດທະນາການທ່ອງທ່ຽວລາວໄປຕາມທິດສີຂຽວ ຍືນຍົງ ມີການປົກປັກຮັກສາສິ່ງແວດລ້ອມ ສາມາດສ້າງວຽກເຮັດງານທໍາ ແລະ ການສ້າງລາຍຮັບໃຫ້ແກ່ປະຊາຊົນບັນດາເຜົ່າຕາມເປົ້າໝາຍ.

error: Content is protected !!