ປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກກະຊວງການເງິນຄັ້ງທີ 3 ສະໄໝທີ III

    ກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກກະຊວງການເງິນຄັ້ງທີ 3 ສະໄໝທີ III ຈັດຂຶ້ນວັນທີ 4-5 ກໍລະກົດ 2022 ທີ່ກົມສ່ວຍສາອາກອນ ເປັນປະທານຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນ ມີຄະນະປະຈຳພັກ ກຳມະການພັກກະຊວງ ເລຂາ ຮອງເລຂາ ກຳມະການຄະນະພັກຮາກຖານ ໜ່ວຍພັກຮາກຖານ ຄະນະກົມ ຄະນະພະແນກ ແລະ ຜູ້ຮັບຜິດຊອບກອງປະຊຸມເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ຕີລາຄາການນຳພາ-ຊີ້ນຳຂອງອົງຄະນະພັກກະຊວງການເງິນ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຕີລາຄາການປັບປຸງກົງຈັກການຈັດຕັ້ງຂອງຂະແໜງການເງິນ ຕີລາຄາການພັດທະນາຊັບພະຍາ ກອນມະນຸດ ພ້ອມນັ້ນ ຈະໄດ້ພ້ອມກັນປະກອບຄຳຄິດ-ຄຳເຫັນ ເພື່ອໃຫ້ການສະຫຼຸບຕີລາຄາ ແລະ ທິດທາງແຜນການຂອງວຽກງານແຕ່ລະດ້ານໃຫ້ຄົບຖ້ວນ ແລະ ສາມາດຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດຢ່າງມີປະສິດທິຜົນ ພ້ອມນັ້ນ ຜູ້ເຂົ້າຮ່ວມຈະໄດ້ພ້ອມກັນແລກປ່ຽນ ປະກອບຄຳຄິດຄຳເຫັນຕໍ່ເອກະສານທີ່ສຳຄັນດັ່ງກ່າວໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງຂະແໜງການເງິນໃນໄລຍະໃໝ່ ເພື່ອຍົກສູງຄວາມຮັບຜິດຊອບຂອງບັນດາສະຫາຍຄະນະພັກ ຄະນະນຳແຕ່ລະຂັ້ນ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!