ການສ້າງສາປະຊາຄົມຮ່ວມຊາຕາກຳຈີນ-ລາວ ໄດ້ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ

    ວັນທີ 3 ກໍລະກົດ 2022 ທ່ານ ວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ພົບປະກັບທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ໃນໄລຍະເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ກ່ຽວກັບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 7 ຢູ່ນະຄອນບາການຂອງມຽນມາ.

    ທ່ານ ວາງຢີ້ ກ່າວວ່າ: ພາຍໃຕ້ການນໍາພາດ້ານຍຸດທະສາດຂອງປະມຸກລັດສອງປະເທດ ການສ້າງສາປະຊາຄົມຮ່ວມຊາຕາກຳຈີນ-ລາວ ໄດ້ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ ການຄ້າສອງຝ່າຍໄດ້ເພີ່ມຂຶ້ນໃນທ່າມກາງສະ ພາບຄວາມຫຍຸ້ງຍາກ ທາງລົດໄຟຈີນ-ລາວ ເລີ່ມນຳໃຊ້ບໍລິການຢ່າງມີປະສິດທິພາບສູງ ເຊິ່ງໄດ້ສ້າງພະລັງແຮງ   ໃໝ່ໃຫ້ແກ່ການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ການເຊື່ອມຕໍ່ກັນໃນພາກພື້ນ ໄດ້ປະກອບສ່ວນໃໝ່ເຂົ້າໃນການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ເມື່ອປະເຊີນກັບສະຖານະການສາກົນທີ່ສັບສົນໃນປັດຈຸບັນ ຈີນ-ລາວ ໃນນາມເປັນສະຫາຍອ້າຍນ້ອງຂອງສັງຄົມນິຍົມ ຕ້ອງເພີ່ມທະວີການແລກປ່ຽນດ້ານຍຸດທະສາດຕື່ມອີກ ລົງເລິກການຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ຮ່ວມກັນຮັບມືກັບສິ່ງທ້າທາຍ ປ້ອງກັນຄວາມຍຸຕິທຳ ແລະ ຄວາມເປັນທຳສາກົນ ຊຸກຍູ້ໃຫ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ລາວ ໄດ້ຮັບການຂະຫຍາຍຕົວໃຫຍ່ກວ່າເກົ່າ.

    ທ່ານສະເຫຼີມໄຊ ກົມມະສິດ ກ່າວວ່າ: ການພົວພັນລາວ-ຈີນໃນປັດຈຸບັນ ມີທ່ວງທ່າເຂັ້ມແຂງ ໂດຍສະເພາະແມ່ນທາງລົດໄຟລາວ-ຈີນ ໄດ້ສ້າງສຳເລັດຕາມເວລາກຳນົດ ແລະ ບໍລິການນຳໃຊ້ຢ່າງສຳເລັດຜົນ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄຸນຄ່າສຳຄັນ ແລະ ຜົນງານອັນໃຫຍ່ຫຼວງຂອງການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ທາງລົດໄຟສາຍນີ້ ບໍ່ພຽງແຕ່ໄດ້ຊ່ວຍເຫຼືອລາວຈາກປະເທດບໍ່ມີທາງອອກສູ່ທະເລ ກາຍເປັນປະເທດທີ່ເຊື່ອມໂຍງເຊື່ອມຈອດກັບຕ່າງປະເທດໄດ້ ໄດ້ສ້າງຄວາມສຸກໃຫ້ແກ່ປະຊາຊົນ ທັງໄດ້ເພີ່ມພະລັງແຮງໃຫ້ແກ່ການຮ່ວມມືພາກພື້ນຕື່ມອີກ ລາວຮູ້ສຶກພູມໃຈຫຼາຍຕໍ່ກັບເລື່ອງນີ້.

    ລັດຖະບານ ແລະ ປະຊາຊົນລາວ ສຳຜັດໄດ້ຢ່າງເລິກເຊິ່ງ ເຖິງການໃຫ້ຄວາມສຳຄັນໃນລະດັບສູງຂອງຈີນຕໍ່ການພົວພັນສອງປະເທດ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອໂດຍບໍ່ເຫັນແກ່ຜົນປະໂຫຍດສ່ວນຕົວຂອງຈີນຢ່າງສຸດໃຈ ທັງມີຄວາມຄອງຄອຍຢ່າງເຕັມປ່ຽມ ຕໍ່ອະນາຄົດຂອງປະຊາຄົມຮ່ວມຊາຕາກຳລາວ-ຈີນ ຫວັງວ່າຈະສາມາດພັດທະນາການເຊື່ອມຈອດດ້ານຍຸດທະສາດກັບຈີນຢ່າງແໜ້ນແກ່ນ ຊຸກຍູ້ໃຫ້ແຜນການຮ່ວມມືອັນໃໝ່ຫຼາຍຢ່າງລະຫວ່າງສອງຝ່າຍໄດ້ຮັບການຈັດຕັ້ງປະຕິບັດໃນໄວໆນີ້.

    ສອງຝ່າຍເຫັນວ່າ ຄວນຮ່ວມກັນສະກັດກັ້ນແນວຄວາມຄິດສົງຄາມເຢັນ ແລະ ການຫຼິ້ນເກມ ຜົນລວມເປັນສູນຄັດຄ້ານປະເທດສ່ວນໜຶ່ງປະຕິບັດສອງມາດຕະຖານແບບຕາມໃຈມັກ ເພື່ອລົບກວນ ແລະ ທຳລາຍການໄປມາຫາສູ່ກັນແລະການຮ່ວມມືກັນລະຫວ່າງບັນດາປະເທດ.

# ຂ່າວ – ພາບ : ໄຊບັນດິດ

error: Content is protected !!