ຫາດຊາຍຟອງ ເຜີຍແຜ່ນິຕິກຳ ປັບປຸງກົງຈັກການຈັດຕັ້ງຫ້ອງການພາຍໃນ

    ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຜີຍແຜ່ນິຕິກຳກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ວັນທີ 30 ມິຖຸນາ 2022 ຢຸ່ສຳນັກງານປົກຄອງເມືອງດັ່ງກ່າວ ມີທ່ານ ສຸກສະຫວັນ ບຸດຕະວົງ ຮອງເລຂາພັກ ປະທານກວດກາພັກ-ລັດ ເມືອງຫາດຊາຍຟອງ ແລະ ທ່ານ ວຽງທອງ ສີບຸນນະວົງ ຫົວໜ້າຫ້ອງການພາຍໃນເມືອງ ຫາດຊາຍຟອງ ພ້ອມດ້ວຍພະນັກງານການນຳ ແລະ ຜູ້ຮັບຜິດຊອບວຽກງານດັ່ງກ່າວເຂົ້າຮ່ວມ.

    ໂອກາດນີ້ ທ່ານ ວຽງທອງ ສີບຸນນະວົງ ໄດ້ເຜີຍແຜ່ແຈ້ງການຂອງກະຊວງພາຍໃນ ເລກທີ 175/ພນ ເລື່ອງການຄົ້ນຄ້ວາປັບປຸງກົງຈັກ ແລະ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາກົມ ແລະ ທຽບເທົ່າຂັ້ນສູນກາງ ພະແນກການຂັ້ນແຂວງ ແລະ ຫ້ອງການຂັ້ນເມືອງ ຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການປັບປຸງແບ່ງຂັ້ນຄຸ້ມຄອງ ເພື່ອສ້າງຄວາມເຂັ້ມແຂງຂອງລະບົບບໍລິຫານລັດໃນໄລຍະໃໝ່ ຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການປັບປຸງຄຸນນະພາບການເຄື່ອນໄຫວຂອງກົງຈັກການຈັດຕັ້ງ ແລະ ການບັນຈຸລັດຖະກອນໃໝ່ ແລະ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງພາຍໃນ ເພື່ອເຮັດໃຫ້ບັນດາກະຊວງ ອົງການ ແລະ ອົງການປົກຄອງຖ້ອງຖິ່ນ ສາມາດເຄື່ອນໄຫວວຽກງານຢ່າງມີປະສິດທິພາບ ປະສິດທິຜົນສູງ ແລະ ມີຄວາມຄ່ອງຕົວ ພ້ອມທັງເປັນການຜັນຂະຫຍາຍນິຕິກຳຕ່າງໆຂອງຂັ້ນເທິງ ກ່ຽວກັບການແບ່ງຂັ້ນຄຸ້ມຄອງ ໂດຍສະເພາະ ວຽກປັບປຸງກົງຈັກການຈັດຕັ້ງໃຫ້ປາກົດຜົນເປັນຈິງ ຕາມທິດທາງເປົ້າໝາຍ ແລະ ມາດຕະການສ້າງແຂວງເປັນຫົວໜ່ວຍຍຸດທະສາດ ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ.

    ທ່ານ ສຸກສະຫວັນ ບຸດຕະວົງ ຍັງໄດ້ເຜີຍແຜ່ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 190/ຄລສພ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ໂດຍຖືເອົາວຽກງານດັ່ງກ່າວເປັນວຽກງານບູລິມະສິດທີ່ຂື້ນກັບຄວາມຮັບຜິດຊອບໂດຍກົງໃນການນຳພາ-ຊີ້ນຳຂອງຕົນ ຄະນະພັກແຕ່ລະຂັ້ນ ໃຫ້ເອົາໃຈໃສ່ເຊື່ອມຊືມກຳແໜ້ນ ແລະ ປະຕິບັດບັນດາມະຕິຄຳສັ່ງຕ່າງໆຂອງພັກ ແລະ ບັນດານິຕິກຳຂອງລັດກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ແລະ ນົດຕຳແໜ່ງງານໃຫ້ເລິກເຊີ່ງ ແລະ ທັນຕາມກຳນົດເວລາ ແລະ ນອກນີ້ຍັງໄດ້ຮັບຟັງ ເຜີຍແຜ່ຄຳແນະນຳຂອງນາຍົກລັດຖະມົນຕີ ເລກທີ 01/ນຍ ວ່າດ້ວຍການຈັດຕັ້ງຜັນຂະຫຍາຍຄຳສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 190/ຄລສພ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນເອກະພາບ ແລະ ມີປະສິດທີຜົນສູງ ເປັນບ່ອນອີງໃຫ້ແກ່ບັນດາກະຊວງ ອົງການ ແລະ ອົງການປົກຄອງທ້ອງຖີ່ນ ໃນການປັບປຸງກົງຈັກການຈັດຕັ້ງຖືກຕ້ອງຕາມທິດກະທັດຫັດ ໂປ່ງໃສ ແລະ ສອດຄ່ອງກັບຄວາມເປັນຈິງ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!