ສິ່ງທ້າຍທາຍຂອງເດັກນ້ອຍລາວ ໃນການພັດທະນາຄຸນນະພາບຊີວິດ

    ອົງການສຸພະນິມິດສາກົນ ປະຈຳ ສປປ ລາວ ຈັດສຳມະນາພາຍໃຕ້ຫົວຂໍ້ “ ວິໄສທັດແຫ່ງການພັດທະນາ ” ຂຶ້ນວັນທີ 30 ມິຖຸນາ 2022 ຢູ່ນະຄອນຫຼວງວຽງຈັນ ເຊິ່ງເປັນເວທີສໍາລັບການໂອ້ລົມເພື່ອແບ່ງປັນສຽງຂອງເດັກນ້ອຍໃນ ສປປ ລາວ ໂດຍການເຂົ້າຮ່ວມຂອງທ່ານ ນາງ ວິໄລຄອນ ແກ້ວບຸນທັນ ຫົວໜ້າພະແນກປົກປ້ອງ ແລະ ຊ່ວຍເຫຼືອເດັກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານ ເດວິດ ດັນເຄັນ (David DANCAN ) ຮອງຜູ້ຕ່າງໜ້າອົງການ UNICEF ປະຈໍາລາວ ທ່ານ ແດນ ເຮວເດິນ ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳລາວ ພ້ອມດ້ວຍບັນດາຄູ່ຮ່ວມງານພາກລັດ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມ.

    ທ່ານ ນາງ ໂຣສ໌ລິນ ແຮນຊັນ ກາບຼີວ ຜູ້ອໍານວຍການ ອົງການສຸພະນີມິດສາກົນປະຈໍາລາວ ໄດ້ກ່າວກ່ຽວກັບຫົວຂໍ້ຄວາມຫວັງ ຄວາມສຸກ ແລະ ຄວາມຍຸຕິທຳ ສຳລັບເດັກນ້ອຍທຸກຄົນໃນ ສປປ ລາວ. ການສ້າງອະນາຄົດທີ່ສົດໃສສໍາລັບເດັກນ້ອຍທີ່ມີຄວາມສ່ຽງຈະສາມາດດຳເນີນຕໍ່ໄປ ຖ້າບັນດາພາກ ສ່ວນທີ່ກ່ຽວຂ້ອງມີຄວາມພະຍາຍາມຕໍ່ການເສີມສ້າງການພັດທະນາທາງດ້ານການສຶກສາ ໂພຊະນາການ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ ການຈັດກອງປະຊຸມຄັ້ງນີ້ ເພື່ອເປັນການແບ່ງປັນ ແລກປ່ຽນຄວາມຄິດເຫັນກ່ຽວກັບຄວາມເປັນຢູ່ທີ່ດີຂອງເດັກນ້ອຍໃນລາວ ຫຼັງຈາກຜ່ານ 2 ປີ ແຫ່ງຂໍ້ຈຳກັດ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ເປັນໂຕການສໍາຄັນໃນການຈຳກັດຄວາມຝັນ ແລະ ອະນາຄົດຂອງເດັກນ້ອຍໃນລາວ.

    ການຈັດເວທີສໍາມະນານີ້ ເປັນການໂອ້ລົມກ່ຽວກັບຄວາມເປັນຢູ່ດີຂອງເດັກນ້ອຍ ເຊີ່ງເປັນຜົນມາຈາກການສັງເກດ ການປະສານງານຈາກຫຼາຍພາກສ່ວນ ແລະ ແນວທາງການປັບປຸງແບບປະສົມປະສານ ແມ່ນມີຄວາມຈຳເປັນໃນການປັບປຸງການດຳລົງຊີວິດຂອງເດັກນ້ອຍທີ່ມີຄວາມສ່ຽງໃຫ້ດີຂຶ້ນກວ່າເກົ່າ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ນັບຕັ້ງແຕ່ຂັ້ນສູນກາງຈົນໄປຮອດຂັ້ນທ້ອງຖີ່ນ ຕ້ອງໄດ້ມີການຮ່ວມມືກັນເພື່ອສ້າງຄວາມເປັນໄປໄດ້ໃນການຮັບປະກັນການມີອະນາຄົດທີ່ສົດໃສຂອງເດັກນ້ອຍໃນ ສປປ ລາວ ເຊິ່ງລວມເຖິງການປະຕິບັດຕາມເປົ້າໝາຍຂອງການພັດທະນາແບບຍືນຍົງ ໃຫ້ສາມາດບັນລຸເປົ້າໝາຍໄດ້ຕາມທີ່ລັດວາງອອກພາຍໃນປີ 2030.

    ຜົນໄດ້ຮັບຈາກການຈັດຕັ້ງປະຕິບັດ ວຽກງານດ້ານຄວາມເປັນຢູ່ທີ່ດີຂອງເດັກນ້ອຍທີ່ມີຄວາມສ່ຽງໃນລາວມາຫຼາຍກວ່າ 125.000 ຄົນ ໃນປີ 2021 ອົງການສຸພະນິມິດສາກົນ ມີເປົ້າໝາຍທີ່ຈະເພີ່ມການເຂົ້າເຖິງເດັກຍິງ ແລະ ເດັກຊາຍໃຫ້ໄດ້ເຖິງ 1,3 ລ້ານຄົນໃນປີ 2026 ໂດຍອີງຕາມຍຸດທະສາດໃໝ່ຂອງອົງການ ໂດຍຜ່ານບັນດາໂຄງການເພື່ອປັບປຸງຜົນໄດ້ຮັບດ້ານໂພຊະນາການ ແລະ ການສຶກສາທີ່ແນໃສ່ເດັກນ້ອຍ​ທີ່​ອາ​ໄສ​ຢູ່​ເຂດ​ຊົນນະບົດ.

# ຂ່າວ – ພາບ : ບຸນມີ

error: Content is protected !!