ສສຊ ພິຈາລະນາປັບປຸງຮ່າງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ

      ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ (ສພຊ) ຊຸດ IX ວັນທີ 30 ມິຖຸນາ 2022 ທີ່ຫໍສະພາແຫ່ງຊາດ ໂດຍເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ  ຮອງປະທານສະພາແຫ່ງຊາດ  ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສືບຕໍ່ພິຈາລະນາ ປະກອບຄໍາເຫັນໃສ່ບົດສະເໜີກ່ຽວກັບການປັບປຸງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ (ສະບັບປັບປຸງ)  ທີ່ສະເໜີໂດຍທ່ານ ຄໍາແພງ ວິລະພັນ ປະທານກຳມາທິການຍຸດຕິທຳ ສພຊ ເພື່ອໃຫ້ບັນດາ ສສຊ ແຕ່ລະເຂດເລືອກຕັ້ງ ປະກອບຄໍາເຫັນໃສ່ເນື້ອໃນບົດສະເໜີຮ່າງກົດໝາຍດັ່ງກ່າວຢ່າງມີຈຸດສຸມ ໃຫ້ຄົບຖ້ວນ ແລະ ສົມບູນ ສາມາດນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງຍິ່ງຂຶ້ນ.

    ທ່ານ ຄໍາແພງ ວິລະພັນ ກ່າວວ່າ: ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ ໄດ້ສ້າງ ແລະ ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VI ໃນວັນທີ 9 ພະຈິກ 2005 ມາຮອດປັດຈຸບັນ ກົດໝາຍດັ່ງກ່າວໄດ້ຖືກປັບປຸງມາແລ້ວສອງຄັ້ງຄື: ຄັ້ງທີໜຶ່ງປີ 2014 ໄດ້ປັບປຸງ ແລະ ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສພຊ  ຊຸດທີ VII ແລະ ຄັ້ງທີ 2 ປີ 2016 ໄດ້ຖືກປັບປຸງ ແລະ ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ VIII ເຊິ່ງໂຄງຮ່າງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ປະກອບດ້ວຍ: VIII ພາກ ແລະ 6 ໝວດ ໃນນັ້ນ ໄດ້ເພີ່ມເຂົ້າໃໝ່ 2 ມາດຕາ ຕັດອອກ 4 ມາດຕາ ປັບປຸງຄືນໃໝ່ 44 ມາດຕາ ແລະ ຮັກສາເດີມ 3 ມາດຕາ ລວມທັງໝົດ 49 ມາດຕາ.

   ຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ ສະບັບປີ 2016 ມາເຖິງປັດຈຸບັນເປັນເວລາ 5 ປີ ເຫັນວ່າ ກົດໝາຍດັ່ງກ່າວໄດ້ກາຍເປັນເຄື່ອງມືສຳຄັນໃຫ້ແກ່ອົງການຈັດຕັ້ງລັດທີ່ຮັບຜິດຊອບແກ້ໄຂຄຳຮ້ອງທຸກ ສາມາດປະຕິບັດພາລະບົດບາດ ສິດ ແລະ ໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ທັງເປັນການເປີດກວ້າງໃຫ້ປະຊາຊົນສາມາດເຂົ້າເຖິງຂະບວນການຍຸຕິທໍາຫຼາຍຂຶ້ນສິດ ແລະ ຜົນປະໂຫຍດຂອງນິຕິບຸກຄົນ ແລະ ການຈັດຕັ້ງ ໄດ້ຮັບການປົກປ້ອງຕາມລັດຖະທຳມະນູນແລະ ກົດໝາຍ ປະກອບສ່ວນເຮັດໃຫ້ສັງຄົມມີຄວາມສະຫງົບໂດຍພື້ນຖານ ຄຽງຄູ່ກັບດ້ານຕັ້ງໜ້າດັ່ງກ່າວ ພວກເຮົາກໍຍັງມີຂໍ້ຄົງຄ້າງບາງດ້ານທີ່ຈໍາເປັນຕ້ອງໄດ້ສືບຕໍ່ຄົ້ນຄວ້າ ແກ້ໄຂ ເປັນຕົ້ນ ກົນໄກການຮັບ ແລະ ພິຈາລະນາແກ້ໄຂຄໍາຮ້ອງທຸກຂອງແຕ່ລະອົງການລັດ ຍັງມີລັກສະນະຊໍ້າຊ້ອນ ແລະ ເຮັດແທນກັນ ພ້ອມກັນນັ້ນຄວາມເປັນເຈົ້າການຂອງແຕ່ລະອົງການລັດທີ່ຮັບຜິດຊອບໃນການແກ້ໄຂຄຳຮ້ອງທຸກເຫດຜົນ ແລະ ຄວາມຈໍາເປັນຂອງການປັບປຸງຍັງບໍ່ທັນສູງ ມີລັກສະນະໂຍນຄວາມຮັບຜິດຊອບໃຫ້ແກ່ກັນ ອັນໄດ້ສ້າງຄວາມສັບສົນໃຫ້ແກ່ປະຊາຊົນ ເຊິ່ງເປັນສາເຫດໃຫ້ການແກ້ໄຂຄໍາຮ້ອງທຸກ ມີຄວາມຊັກຊ້າແກ່ຍາວ ຫຼົບໄປຫຼົບມາຫຼາຍເທື່ອ ບໍ່ເປັນທີ່ສິ້ນສຸດ ພາໃຫ້ເກີດມີສຽງຈົ່ມວ່າຈາກສັງຄົມຕໍ່ການປະຕິບັດໜ້າທີ່ຂອງພະນັກງານ ອົງການລັດທີ່ກ່ຽວຂ້ອງຈຳນວນໜຶ່ງ.

      ທັງນີ້ ເພື່ອຍົກສູງພາລະບົດບາດການຕິດຕາມກວດກາຂອງຄະນະປະຈຳ ສພຊ ແລະ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ຕໍ່ການຈັດຕັ້ງປະຕິບັດລັດຖະທໍາມະນູນ ກົດໝາຍ ແລະ ລະບຽບການຂອງການຈັດຕັ້ງ ແລະ ພະນັກງານ ໃນລະບົບການດໍາເນີນຄະດີຕາມຂະບວນການຍຸຕິທໍາໃຫ້ມີຄວາມຖືກຕ້ອງເຂັ້ມງວດ ສອດຄ່ອງກັບພາລະບົດບາດ ສິດ ແລະ ໜ້າທີ່ຕາມກົດໝາຍ ເພື່ອປັບປຸງຂັ້ນຕອນ ວິທີການ ກົນໄກການຮັບ ແລະ ພິຈາລະນາແກ້ໄຂຄຳຮ້ອງທຸກຂອງອົງການລັດທີ່ກ່ຽວຂ້ອງໃຫ້ເປັນລະບົບ ໂລ່ງລ່ຽນ ວ່ອງໄວ ສອດຄ່ອງສະພາບຕົວຈິງ ທັງຮັບປະກັນຄວາມຖືກຕ້ອງຕາມລັດຖະທຳມະນູນ ແລະ ກົດໝາຍ ແນໃສ່ປົກປ້ອງ ສິດຜົນປະໂຫຍດອັນຊອບທຳຂອງພົນລະເມືອງ ນິຕິບຸກຄົນ ແລະ ການຈັດຕັ້ງ ເຮັດໃຫ້ການດຳເນີນຄະດີ ຕາມຂະບວນການຍຸຕິທຳເປັນທີ່ສິ້ນສຸດ  ຫຼີກລ່ຽງການກຳນົດພາລະບົດບາດຊໍ້າຊ້ອນ ເຮັດໜ້າທີ່ແທນກັນ ກ້າວກ່າຍ ເຊິ່ງກັນ ແລະ ກັນໃນຂະບວນການຍຸຕິທຳຕາມພາລະບົດບາດຂອງແຕ່ລະພາກສ່ວນໃຫ້ມີຄວາມເຂັ້ມງວດ ເປັນການຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ວ່າດ້ວຍການຄຸ້ມຄອງລັດ ຄຸ້ມຄອງມະຕິຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ດ້ວຍກົດໝາຍ ສະບັບເລກທີ 037/ຄບສພ ແລະ ມະຕິກົມການເມືອງສູນກາງພັກ ວ່າດ້ວຍການຍົກສູງຄຸນນະພາບການດຳເນີນຄະດີຕາມຂະບວນການຍຸຕິທໍາ ສະບັບເລກທີ112/ກມສພ ໃຫ້ເປັນກົດໝາຍ ແລະ ນິຕິກໍາອັນລະອຽດ ຮັບປະກັນໃຫ້ການປະຕິບັດພາລະບົດບາດ ສິດ ແລະ ໜ້າທີ່ຂອງບັນດາອົງການລັດ ມີຄວາມໂປ່ງໃສ ແລະ ຍຸຕິທຳ ຕາມລັດຖະທຳມະນູນ ແລະ ກົດໝາຍກຳນົດໄວ້.

# ຂ່າວ – ພາບ : ລັດເວລາ

error: Content is protected !!