ໂຮງຮຽນການເມືອງ – ການປົກຄອງ ນວ ແລະ ນະຄອນຫຼວງປັກກິ່ງ ສືບຕໍ່ຮັດແໜ້ນສາຍພົວພັນ

     ກອງປະຊຸມທາງໄກ ລະຫວ່າງໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ສປປ ລາວ ແລະ ສະຖາບັນການເມືອງ ແລະ ການປົກຄອງ ນະຄອນຫຼວງປັກກິ່ງ ສປ ຈີນ ຫົວຂໍ້: “ຮ່ວມກັນສ້າງປະຊາຄົມຮ່ວມຊະຕາກຳຂອງມະນຸດ ທີ່ບໍ່ມີຄວາມທຸກຍາກ ແລະ ພັດທະນາພ້ອມກັນ” ໂດຍການເຂົ້າຮ່ວມຂອງທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນວ  ແລະ  ທ່ານ ຈາງ ຮາຍ ພິງ ຫົວໜ້າພະແນກຮ່ວມມື ແລະ ພົວພັນສາກົນ ສະຖາບັນການເມືອງ ແລະ ການປົກຄອງນະຄອນຫຼວງປັກກິ່ງ ພ້ອມຄະນະ ມີຮອງເລຂາພັກເມືອງ ຮອງເຈົ້າເມືອງ ຮອງຫົວໜ້າພະແນກທົ່ວ ນວ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

    ທ່ານ ນາງ ວຽງພອນ ແກ້ວຄູນສີ ກ່າວວ່າ: ໂຮງຮຽນການເມືອງ ແລະ ການປົກຄອງ ນວ ແລະ ສະຖາບັນການເມືອງ ແລະ ການປົກຄອງ ນະຄອນຫຼວງປັກກິ່ງ ໄດ້ພ້ອມກັນຈັດກອງປະຊຸມ ຫຼື ຫ້ອງຮຽນທາງໄກ ຫົວຂໍ້:“ຮ່ວມກັນສ້າງປະຊາຄົມຮ່ວມຊະຕາກຳຂອງມວນມະນຸດທີ່ບໍ່ມີຄວາມທຸກຍາກ ແລະ ພັດທະນາພ້ອມກັນ” ເພື່ອສືບຕໍ່ເພີ່ມພູນຄູນສ້າງ ເສີມຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ການພົວພັນຮ່ວມມືຕາມທິດ 4 ດີ ຄື: ເພື່ອນບ້ານໃກ້ຄຽງທີ່ດີ ເພື່ອນມິດທີ່ດີ ສະຫາຍທີ່ດີ ຄູ່ຮ່ວມມືທີ່ດີ ແລະ ການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ ຈີນ-ລາວ ກໍຄືນະຄອນຫຼວງວຽງຈັນ-ນະຄອນຫຼວງປັກກິ່ງ ໃຫ້ເລິກເຊິ່ງ.

    ການສ້າງ “ຄູ່ຮ່ວມຊະຕາກຳລາວ-ຈີນ” ແມ່ນໝາກຜົນ ແມ່ນຜົນງານ ແມ່ນຜົນສຳເລັດ ແມ່ນຄວາມຫວັງ ທີ່ປະຊາຊົນ 2 ຊາດ ລາວ-ຈີນ ໄດ້ຮ່ວມກັນປະສານສົມທົບກໍ່ຮ່າງສ້າງຂຶ້ນ ຈາກຄວາມພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຈາກຮຸ່ນສູ່ຮຸ່ນ ຈົນສາມາດກ້າວສູ່ຜົນສຳເລັດ ເພື່ອຕອບສະໜອງຄວາມຕ້ອງການຂອງປະຊາຊົນ 2 ຊາດ ລາວ-ຈີນ ພາຍໃຕ້ການນຳພາຂອງພັກ ທີ່ຢຶດໝັ້ນລັດທິມາກ-ເລນິນ ແນວຄິດເໝົາເຈີຕຸງ ເຕີງສ້ຽວຜິງ ສີຈິນຜິ້ງ ແລະ ໄກສອນ ພົມວິຫານ..

# ຂ່າວ – ພາບ : ຊິລິການດາ

error: Content is protected !!