ຍທຂ ກວດເຫັນການດຳເນີນທຸລະກິດຂອງວິສາຫະກິດບໍ່ມີປະສິດທິຜົນມີ 2 ຫົວໜ່ວຍ

    ໃນວາລະການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຊີ້ແຈງກ່ຽວກັບທິດທາງການປະຕິຮູບລັດວິສາຫະກິດທີ່ພົວພັນໃນຂະແໜງ ຍທຂ ໃຫ້ຮູ້ວ່າ ປັດຈຸບັນ ວິສາຫະກິດທີ່ລັດລົງທຶນ ທີ່ກະຊວງ ຍທຂ ຄຸ້ມຄອງມີທັງໝົດ 28 ຫົວໜ່ວຍ (2 ຫົວໜ່ວຍສ້າງຕັ້ງໃໝ່) ໃນນີ້ 11 ຫົວໜ່ວຍຢູ່ພາຍໃຕ້ລະບຽບການຄຸ້ມຄອງການອອກອະນຸຍາດການດໍາເນີນທຸລະກິດຂອງຂະແໜງ ຍທຂ ຕາມການປະເມີນດ້ວຍລະບົບໂປຣແກຣມປະເມີນຜົນຂອງກະຊວງການເງິນໃນປີ 2020 ບັນດາລັດວິສາຫະກິດທີ່ຂຶ້ນກັບກະຊວງ ຍທຂ ດໍາເນີນທຸລະກິດມີປະສິດທິຜົນດີມີ 4 ວິສາຫະກິດ ມີປະສິດທິຜົນປານກາງ 2 ວິສາຫະກິດ ແລະ ບໍ່ມີປະສິດທິຜົນມີ 2 ວິສາຫະກິດຄື ລັດວິສາຫະກິດການບິນລາວ ແລະ ລັດວິສາຫະກິດກໍ່ສ້າງຂົວທາງເລກ 8 (ໃນນີ້ ຢາກຊີ້ແຈງວ່າ ໃນການປະເມີນດັ່ງກ່າວ ໂດຍພື້ນຖານເຫັນດີ ແຕ່ບາງວິສາຫະກິດໜີ້ຕ້ອງຮັບຂອງເຂົາເຈົ້າມີຫຼາຍ ແຕ່ເປັນໜີ້ທີ່ຕ້ອງຮັບໃນບ້ວງເງິນງົບປະມານທີ່ລັດຖະບານປະຕິບັດການເບີກຈ່າຍໃຫ້ເຂົາບໍ່ໄດ້ຕາມແຜນຕາມສັນຍາ ເຮັດໃຫ້ເກີດການຂາດເງິນສົດໝູນວຽນ) ຕໍ່ກັບແຜນປະຕິຮູບບັນດາລັດວິສາຫະກິດດັ່ງກ່າວ ກະຊວງ ຍທຂ ກໍໄດ້ກໍານົດເປັນບຸລິມະສິດໃນແຜນຍຸດທະສາດ 5 ປີຂອງກະຊວງ ຍທຂ ແລະ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າປັບປຸງແຜນພັດທະນາລັດວິສາຫະກິດໃນຂະແໜງ ຍທຂ ມາແຕ່ປີ 2019 ປັດຈຸບັນຄະນະດັ່ງກ່າວໄດ້ສໍາເລັດການລົງເກັບກໍາຂໍ້ມູນເຊັ່ນ ຊັບສິນ ໜີ້ຕ້ອງຮັບ-ໜີ້ຕ້ອງສົ່ງ ບັນຊີພະນັກງານ ແລະ ອື່ນໆ ໃນຂັ້ນຕໍ່ໄປ ຈະໄດ້ວາງທິດທາງປັບປຸງວິສາຫະກິດທີ່ມີແລ້ວ ໃຫ້ໄປຕາມທິດທາງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຂະແໜງການ.

    ກ່ຽວກັບຍຸດທະສາດການພັດທະນາລັດວິສາຫະກິດກະ ຊວງ ຍທຂ ໄດ້ຄົ້ນຄວ້າໂດຍອີງໃສ່ກົດໝາຍວ່າດ້ວຍວິສາຫະກິດຕາມວິໄສທັດ ຍຸດທະສາດ ແຜນພັດທະນາ 5 ປີຂອງກະຊວງ ຍທຂ ໄດ້ກໍານົດແຜນພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ລັດວິສາຫະກິດ ແລະ ວິສາຫະກິດ ຂອງຂະແໜງການ ໂດຍມີເປົ້າໝາຍເພື່ອສົ່ງເສີມການຢູ່ດີ ກິນດີມີສຸກ ດໍາເນີນທຸລະກິດແທນລັດ ຄໍ້າປະກັນຄວາມໝັ້ນຄົງ ເພາະປະເທດອ້ອມຂ້າງຖືລັດວິສາຫະກິດເປັນສຳຄັນເປັນຕົ້ນ ໄຟຟ້າ ນໍ້າມັນເຊື້ອໄຟ ນໍ້າປະປາ ຂົນສົ່ງມວນຊົນ ຮັບປະກັນສະບຽງອາຫານຕ່າງໆ ນອກຈາກນັ້ນ ຄວບຄຸມສິນຄ້າທີ່ມີຄວາມສ່ຽງ ຫຼື ຂົນສົ່ງສິນຄ້າທີ່ອັນຕະລາຍ ຫຼື ທຸລະກິດທີ່ມີຄວາມອ່ອນໄຫວ ແລະ ຊ່ວຍເຫຼືອສັງຄົມສະເພາະດ້ານ ໃນການສ້າງລັດວິສາຫະກິດຂະແໜງ ຍທຂ ຖືເປັນບ່ອນເຝິກຝົນຫຼໍ່ຫຼອມພະນັກງານ-ລັດຖະກອນມືອາຊີບໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃນຮາກຖານ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!