ກະຊວງ ຜທ ແລະ ຄູ່ຮ່ວມພັດທະນາ ຫາລືການຄຸ້ມຄອງເສດຖະກິດມະຫາພາກ.

    ວັນທີ 27 ມີຖຸນາ 2022 ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ຈັດກອງປະຊຸມປຶກສາຫາລືລະດັບສູງຂອງໜ່ວຍງານເສດຖະກິດມະຫາພາກຂຶ້ນ ໂດຍເປັນປະທານຮ່ວມຂອງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງ ຜທ ທ່ານ ນາງ ໂຊໂນມິ ຕະນະກະ ຫົວໜ້າຫ້ອງການທະນາຄານພັດທະນາອາຊີ ປະຈໍາ ສປປ ລາວ ແລະ ທ່ານ ອາເລັກຊານເດີ ເຄຣມເມີ ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ມີຕາງໜ້າຂະແໜງການກ່ຽວຂ້ອງ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມ.

    ຈຸດປະສົງຂອງກອງປະຊຸມ ເພື່ອປຶກສາຫາລືກ່ຽວກັບຄວາມຄືບໜ້າ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ ຂອງແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2022 ໂດຍສະເພາະ ປຶກສາຫາລືການຄຸ້ມຄອງເສດຖະກິດມະຫາພາກ ການຈັດຕັ້ງປະຕິບັດແຜນງົບປະມານ ແລະ ນະໂຍບາຍເງິນຕາ ທີ່ດຳເນີນຢູ່ໃນທ່າມກາງຄວາມບໍ່ແນ່ນອນ ແລະ ມີຄວາມຜັນຜວນສູງ ຍ້ອນປັດໄຈພາຍນອກ-ພາຍໃນ ພ້ອມກັນນີ້ ກໍໄດ້ປຶກສາຫາລືກ່ຽວກັບວິທີການ ແລະ ມາດຕະການ ທາງອອກ ແລະ ກາລະໂອກາດ ເພື່ອຮັບປະກັນໃຫ້ ສປປ ລາວ ສາມາດຫຼຸດຜ່ອນຄວາມສ່ຽງທີ່ອາດຖ່ວງດຶງການບັນລຸຄາດໝາຍສູ້ຊົນ ກໍຄືບູລິມະສິດການພັດທະນາທີ່ໄດ້ກໍານົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ແລະ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ລວມທັງຄວາມມຸ່ງໝັ້ນໃນການຈັດຕັ້ງປະຕິບັດວາລະການພັດທະນາ 2030 ສັນຍາປາຣີ ວ່າດ້ວຍການປ່ຽນແປງດິນຟ້າອາກາດ (COP26) ແລະ ການກະກຽມຄວາມພ້ອມໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນອະນາຄົດ ແລະ ຮັບປະກັນບໍ່ປະປ່ອຍໃຜໄວ້ທາງຫຼັງ ຕາມທິດຍືນຍົງ (SDGs).

.

# ຂ່າວ – ພາບ : ຊິລິການດາ

error: Content is protected !!