ຖວາຍຜ້າປ່າສາມັກຄີ 108 ກອງລະດົມທຶນຮອນສ້ອມແປງລົດສຸກເສີນມູນນິທິຮ່ວມໃຈ 1630

    ພາຍໃນມີ ພະອາຈານ ດາວສະເດັດ ເລີດມະນີ ຄະນະບໍລິຫານງານປະຈໍາການ ຮອງຫົວໜ້າຫ້ອງການສູນກາງອົງການພຸດທະສາສະໜາສໍາພັນລາວ ພ້ອມດ້ວຍພະສົງສາມະເນນວັດໃໝ່ບ້ານໂຊກຄໍາ ແລະ ພາຍນອກມີເຖົ້າແກ່ແນວໂຮມ ອົງການຈັດຕັ້ງ ອໍານາດການປົກຄອງບ້ານໂຊກຄໍາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະບໍລິຫານມູນນິທິຮ່ວມໃຈຊ່ວຍເຫຼືອຜູ້ປະສົບໄພນະຄອນຫຼວງວຽງຈັນ (1360) ນໍາໂດຍທ່ານນາງ ສຸພາວັນ ປະຖໍາມະວົງ ປະທານມູນນິທິຮ່ວມໃຈ 1630 ໄດ້ຈັດຕັ້ງກອງຜ້າປ່າສາມັກຄີຂຶ້ນ 108 ກອງ ເພື່ອລະດົມທຶນຮອນສ້ອມແປງລົດສຸກເສີນ ປັບປຸງສໍານັກງານມູນນິທິ ແລະ ຈຸດປະຈໍາການບ້ານອາມອນ ເມືອງໄຊເສດຖາ ນວ ເພື່ອຮັບໃຊ້ພໍ່ແມ່ປະຊາຊົນໃຫ້ທັນກັບເວລາ.

    ພິທີໃສ່ບາດ ແລະ ຖວາຍຜ້າປ່າສາມັກຄີ 108 ກອງ ໄດ້ມີຂຶ້ນວັນທີ 26 ມິຖຸນາ 2022 ທີ່ ວັດໃໝ່ໂຊກຄໍາ ເມືອງໄຊເສດຖາ ນວ ໂດຍມີພະເຖລານຸເຖລະ ທ່ານ ນາງ ສຸພາວັນ ປະຖໍາມະວົງ ພ້ອມດ້ວຍເຈົ້າພາບ-ເຈົ້າສັດທາ ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມເປັນຈໍານວນຫຼາຍ.

     ທ່ານ ນາງ ສຸພາວັນ ປະຖໍາມະວົງ ໃຫ້ສໍາພາດວ່າ: ມູນນິທິຮ່ວມໃຈ 1630 ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2015 ເປັນຕົ້ນມາ ນັບແຕ່ມື້ສ້າງຕັ້ງຈົນມາຮອດປັດຈຸບັນ ໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມຢ່າງທັນເວລາ ເປັນຕົ້ນ ອຸບັດເຫດຕາມທ້ອງຖະໜົນ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຕ້ານໄພໜາວ ພ້ອມນັ້ນ ຍັງໄດ້ປະກອບສ່ວນຊ່ວຍເຫຼືອວັດຖຸໃຫ້ແກ່ປະຊາຊົນທຸກຍາກທີ່ຢຸ່ເຂດຫ່າງໄກສອກຫຼີກ ນອກນີ້ ຍັງໄດ້ຊ່ວຍປຸກໂຮງຮຽນ 1 ຫຼັງ ຢູ່ເມືອງຊານໄຊ ແຂວງອັດຕະປື ປຸກສ້າງຫໍສະໝຸດ 1 ຫຼັງ ຢູ່ເມືອງຫາດຊາຍຟອງ ນວ ແລະ ອື່ນໆ ເຊິ່ງມູນນິທິດັ່ງກ່າວ ມີລົດບໍລິການຮັບໃຊ້ສັງຄົມທັງໝົດ 3 ຄັນ ໃນນີ້ ເປ່ເພບໍ່ສາມາດໃຊ້ການໄດ້ 2 ຄັນ ສະນັ້ນ ຈຶ່ງໄດ້ສົມທົບກັບວັດໂຊກຄໍາຈັດຕັ້ງຜ້າປ່າສາມັກຄີເພື່ອລະດົມທຶນສ້ອມແປງລົດ ແລະ ປັບປຸງສໍານັກງານຈຸດປະຈໍາການມູນນິທິບ້ານອາມອນ ເມືອງໄຊເສດຖາຕື່ມອີກ.

    ສໍາລັບຈຸດບໍລິການຊ່ວຍເຫຼືອສັງຄົມຂອງມູນນິທິ ປະກອບມີ 4 ຈຸດຄື: ເມືອງຫາດຊາຍຟອງ 1 ຈຸດ ເມືອງໄຊເສດຖາ 2 ຈຸດ ແລະ ເມືອງສີໂຄດຕະບອງ 1 ຈຸດ ມີອາສາສະໝັກຊາຍ-ຍິງທັງໝົດ 79 ຄົນ ສ່ວນຫຼາຍເປັນນັກສຶກສາ. ອາຈານ ດາວສະເດັດ ເລີດມະນີ ໃຫ້ສໍາພາດຕື່ມວ່າ: ໂດຍເຫັນໄດ້ເຖິງຄວາມສໍາຄັນຂອງການຊ່ວຍເຫຼືອສັງຄົມຂອງມູນນິທິ ທັງເປັນສ່ວນໜຶ່ງໃນການແບ່ງເບົາພາລະຂອງພັກ ແລະ ລັດຖະບານ ແລະ ເປັນການເຕົ້າໂຮມຄວາມສາມັກຄີ ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະການຊ່ວຍເຫຼືອອຸບັດເຫດຕາມທ້ອງຖະໜົນ ການປະສົບອຸທົກກະໄພຕ່າງໆ ໃຫ້ໄດ້ຮັບການຊ່ວຍເຫຼືອຢ່າງທັນການ ແລະ ຫຼຸດຜ່ອນການເສຍຊີວິດ ດັ່ງນັ້ນ ວັດໃໝ່ໂຊກຄໍາຈຶ່ງໄດ້ຮ່ວມແຮງຮ່ວມໃຈກັບອົງການຈັດຕັ້ງບ້ານໂຊກຄໍາຈັດ ແລະ ມູນນິທິຮ່ວມໃຈ 1630 ຈັດບຸນຜ້າປ່າຂຶ້ນ 1 ປາງ ເພື່ອລະດົມທຶນຊ່ວຍເຫຼືອກັນ ໃນການຊື້ວັດຖຸ ແລະ ອຸປະກອນສ້ອມແປງລົດມູນນິທິດັ່ງກ່າວ ນອກນີ້ ຍັງຈະໄດ້ຈັດຊື້ວັດຖະອຸປະກອນຈໍາເປັນຈໍານວນໜຶ່ງ ເພື່ອຊ່ວຍເຫຼືອປະຊາຊົນຜູ້ທີ່ທຸກຍາກ ແລະ ຢູ່ເຂດຫ່າງໄກສອກຫຼີກ ເຊິ່ງການຈັດບຸນຜ້າປ່າຄັ້ງນີ້ ມີມວນຊົນຜູ້ທີ່ມີຈິດໃຈເຫຼື້ອມໃສສັດທາໃຫ້ການປະກອບສ່ວນ ລວມຍອດທັງໝົດ 83 ລ້ານກວ່າກີບ ນອກນີ້ ທີມງານເມດຕາທໍາ ພ້ອມດ້ວຍຜູ້ສັດທາໃນຂອບເຂດທົ່ວປະເທດ ຍັງໄດ້ສົມທົບຈົດພາຫະນະ ປະກອບສ່ວນຊ່ວຍເຫຼືອ ແລະ ເປັນກໍາລັງແຮງໜຶ່ງເພື່ອແບ່ງເບົາຄວາມທຸກຍາກໃນຂົງເຂດຫ່າງໄກສອກຫຼີກ ແລະ ທຸລະກັນດານ ຮ່ວມມູນນິທິຮ່ວມໃຈ 1630 ຈໍານວນ 1 ຄັນ ເພື່ອນໍາໄປຮັບໃຊ້ສັງຄົມ ມູນຄ່າ 500 ລ້ານກວ່າກີບ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!