ຄະນະບໍລິຫານງານພັກ ນວ ພິຈາລະນາຫຼາຍບັນຫາສໍາຄັນ

    ກອງປະຊຸມຄົບຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 6 ສະໄໝທີ VII ຈັດຂຶ້ນວັນທີ 27-28 ທີ່ຫ້ອງວ່າການ ນວ ເປັນປະທານຂອງສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສະພາປະຊາຊົນ ນວ ມີສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ເຈົ້າຄອງ ນວ ບັນດາຄະນະປະຈຳພັກ ກຳມະການພັກ ນວ ເລຂາ ຮອງເລຂາຄະນະພັກຮາກຖານ ເລຂາ ຮອງເລຂາໜ່ວຍພັກພະແນກການ ອົງການ ກົມກອງ ແລະ ພະນັກງານຫຼັກແຫຼ່ງ ນວ ເຂົ້າຮ່ວມ.

     ກອງປະຊຸມຄັ້ງນີ້ ຈະໄດ້ຮັບຟັງ ແລະ ພ້ອມກັນຄົ້ນຄວ້າແຕ່ລະບັນຫາຄື: ຮັບຟັງການເຊື່ອມຊຶມມະຕິຂອງສູນກາງພັກ ແລະ ນິຕິກໍາສໍາຄັນຂອງລັດຖະບານເຊັ່ນ: ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 4 ສະໄໝທີ XI ດໍາລັດວ່າດ້ວຍລົດລັດ ສະບັບເລກທີ 599/ລບ ຮັບຟັງການລາຍງານສະຫຼຸບຕີລາຄາການນໍາພາວຽກງານຮອບດ້ານຂອງອົງຄະນະພັກ ນວ ໄລຍະ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2022 ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານປະຈໍາປີ 2022 ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງຄາດໝາຍທ້າຍປີ ຮັບຟັງການລາຍງານກ່ຽວກັບການຕີລາຄາການນໍາພາປະຕິບັດບັນດາຄາດໝາຍ ແລະ ຕົວຊີ້ວັດ ແຜນງານ-ໂຄງການທີ່ມະຕິ VII ໄດ້ກໍານົດ ຮັບຟັງການລາຍງານກ່ຽວກັບການຕີລາຄານໍາພາປະຕິບັດມາດຕະການຜັນຂະຫຍາຍ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ ແລະ ການແກ້ໄຂບັນຫາຢາເສບຕິດ ການຕີລາຄາການນໍາພາປະຕິບັດມາດຕະການປ້ອງກັນ ຄວບຄຸມ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ການຕີລາຄາມາດຕະການຈັດຕັ້ງນໍາພາຜັນຂະຫຍາຍມະຕິຂອງພັກຕາມທິດການຫັນປ່ຽນໃໝ່ ເພື່ອຮັບປະກັນການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານທົ່ວ ນວ ການສະຫຼຸບຕີລາຄາການນໍາພາກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນໄລຍະຜ່ານມາ ແລະ ຮັບຟັງການລາຍງານກ່ຽວກັບການນໍາພາຈັດຕັ້ງປະຕິບັດຄງການກໍ່ສ້າງ ເຝິກອົບຮົມ ທິດສະດີກາເມືອງໃຫ້ພະນັກງານຫຼັກແຫຼ່ງຂອງ ນວ ໃນໄລຍະຜ່ານມາ.

     ນອກຈາກນີ້ ກອງປະຊຸມຍັງໄດ້ຮັບຟັງການລາຍງານການກະກຽມດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນ ນວ ຊຸດທີ II ການນໍາພາຂົງເຂດອົງການຈັດຕັ້ງມະຫາຊົນ ຂອງ ນວ ການປະຕິບັດຂໍ້ແຂ່ງຂັນ 3 ດີ 5 ເປັນເຈົ້າຂອງສະຫະພັນກໍາມະບານ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງ ນວ ການສະຫຼຸບຕີລາຄາວຽກງານກໍ່ສ້າງຮາກຖານ ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ຕິດພັນກັບຂໍ້ແຂ່ງຂັນຮັກຊາດພັດທະນາ ແຜນແມ່ບົດການສ້າງ ນວ ອັດສະລິຍະ ແລະ ຕີລາຄາການນໍາພາສ້າງການເຊື່ອມໂຍງເຊື່ອມຈອດພາກພື້ນ ການສະຫຼຸບຕີລາຄາວຽກງານຫັນເປັນທັນສະໄໝຕາມ 8 ແຜນງານໂຄງການບຸກທະລຸທີ 5 ຫົວຂໍ້ການຍົກສະຖານະເງິນຂອງເມືອງຫຼວງ ແລະ ການແກ້ໄຂໜີ້ສິນ ຕີລາຄາການຜັນຂະຫຍາຍມະຕິຄັ້ງທີ 5 ຂອງຄະນະພັກກ່ຽວກັບການຊຸກຍູ້ສົ່ງເສີມໂຄງການຜະລິດສິນຄ້າປາຍແຫຼມເພື່ອການສົ່ງອອກ ພາຍຫຼັງມີເສັ້ນທາງລົດໄຟລາວ-ຈີນ ແລະ ຮັບຟັງການລາຍງານຕີລາຄາການນໍາພາ ສ້າງນິຄົມຊົນລະກະເສດໃໝ່ລຸ່ມອ່າງຊົນລະປະທານນໍ້າຊວງ-ນໍ້າຫຸມ ເມືອງນາຊາຍທອງ ນໍ້າມັງ-ນໍ້າງື່ມ ເມືອງໄຊທານີ ນອກນັ້ນ ພິຈາລະນາຜ່ານເອກະສານມະຕິຕົກລົງຂອງຄະນະພັກຂັ້ນເທິງກ່ຽວກັບວຽກງານພັກ-ພະນັກງານ..

.

# ຂ່າວ – ພາບ : ຂັນທະວີ

error: Content is protected !!