ການປິ່ນປົວ ແລະ ຟື້ນຟູຜູ້ຕິດຢາເສບຕິດ ອີງໃສ່ 2 ວິທີ 3 ລະບົບ 4 ຂັ້ນຕອນ

    ຂະແໜງສາທາລະນາສຸກ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດການໃຫ້ຄຳປຶກສາການປິ່ນປົວ ແລະ ຟື້ນຟູສຸຂະພາບຂອງຜູ້ຕິດຢາເສບຕິດ ການຕິດຕາມຫຼັງການຟື້ນຟູ ລະບົບການຈັດຕັ້ງປະຕິບັດແມ່ນນຳໃຊ້ຫຼັກການ 2 ວິທີ 3 ລະບົບ ແລະ 4 ຂັ້ນຕອນຂອງຂະແໜງການສາທາລະນະສຸກ.

    ທ່ານ ໄພວັນ ພອນປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຂຶ້ນຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ຮູ້ວ່າ ການປິ່ນປົວຜູ້ຕິດສິ່ງເສບຕິດແມ່ນນໍາໃຊ້ຫຼັກການ 2 ວິທີ 3 ລະບົບ ແລະ 4 ຂັ້ນຕອນ ໃນການຈັດຕັ້ງປະຕິບັດການໃຫ້ຄຳປຶກສາ ການປິ່ນປົວ ແລະ ຟື້ນຟູສຸຂະພາບຂອງຜູ້ຕິດຢາເສບຕິດ ການຕິດຕາມຫຼັງການຟື້ນຟູ ສຳລັບ 2 ວິທີແມ່ນຄົນເຈັບໃນ (ເຂົ້ານອນຕິດຕາມການປິ່ນປົວ) ຄົນເຈັບນອກ (ຕິດຕາມປິ່ນປົວຢູ່ບ້ານມາກວດຄືນຕາມແພດນັດ) 3 ລະບົບສະໝັກໃຈ ເຄິ່ງບັງຄັບ ແລະ ລະບົບຕ້ອງຫາ ຫຼື ຕ້ອງໂທດ 4 ຂັ້ນຕອນມີຄື ກຽມຄວາມພ້ອມ ຖອນພິດ ຟື້ນຟູ ຕິດຕາມ ການປິ່ນປົວຕົວຈິງ ຕ້ອງການກຽມຄວາມພ້ອມຕ່າງໆເຊັ່ນ ມີການກຽມຄົນເຈັບ ແລະ ຄອບຄົວ ທີມແພດໝໍ ພະຍາບານ ສະຖານທີ່ໃນການປິ່ນປົວ ແລະ ອື່ນໆ.

    ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໄລຍະຜ່ານມາ ພັກ – ລັດ ໄດ້ເອົາໃຈໃສ່ຢ່າງສູງຕໍ່ການແກ້ໄຂບັນຫາ ໂດຍສະເພາະການກໍານົດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແມ່ນໄດ້ຮັບການສະໜັບສະໜູນຈາກການຈັດຕັ້ງກ່ຽວຂ້ອງຕ່າງໆຂອງກະຊວງສາທາລະນະສຸກ ໄດ້ໃຫ້ການຊີ້ນໍາຢ່າງໃກ້ຊິດ ໄດ້ຮັບການຮ່ວມມືຈາກຫຼາຍຂະແໜງການທີ່ກ່ຽວຂ້ອງ ທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນ ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ກໍໄດ້ໃຫ້ການສະໜັບສະໜູນ ທັງດ້ານວິຊາການ ງົບປະມານ ແລະ ການເຝິກອົບຮົມທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ ອົງການປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ ໄປຄຽງຄູ່ກັບການຈັດຕັ້ງປະຕິບັດວຽກງານ ຍັງມີຂໍ້ຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນ ງົບປະມານມີຈໍາກັດ ເຮັດໃຫ້ການຈັດສັນງົບປະມານເຂົ້າໃນການແກ້ໄຂບັນຫາດັ່ງກ່າວບໍ່ພຽງພໍກັບຄວາມຕ້ອງການຕົວຈິງ.

    ເພື່ອຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີປະສິດທິພາບໃນຕໍ່ໜ້າ ຈະໄດ້ທົບທວນຄືນ ແລະ ແຕ່ງຕັ້ງຄະນະທີມງານປິ່ນປົວ ແລະ ໃຫ້ຄໍາປຶກສາໃນຂັ້ນໂຮງໝໍຊຸມຊົນ  ໃຫ້ມີຜູ້ສືບຕໍ່ ແລະ ປ່ຽນແທນ ທົບທວນຄືນກ່ຽວກັບການແບ່ງຄວາມຮັບຜິດຊອບຂອງແຕ່ລະຂະແໜງການໃຫ້ຈະແຈ້ງ ເພື່ອສະດວກໃນການປະສານງານ ແລະ ຈັດຕັ້ງປະຕິບັດໃຫ້ດີກວ່າເກົ່າ ພິຈາລະນາການສະໜອງງົບປະມານ ເພື່ອນໍາໃຊ້ໃນການສະໜອງຢາປິ່ນປົວ ບໍາບັດຜູ້ຕິດຢາ ແລະ ຍົກລະດັບຄວາມຮູ້ຂອງພະນັກງານຄຸ້ມຄອງໃນແຕ່ລະຂະແໜງການ  ແລະ  ພະນັກງານໃນຂົງເຂດຂະແໜງການສາທາລະນະສຸກທີ່ປະຕິບັດໜ້າທີ່ໃນການບໍ່ເສບຕິດ ເພື່ອໃຫ້ການບໍາບັດຜູ້ຕິດສິ່ງເສບຕິດມີປະສິດທິພາບສູງຂຶ້ນ ຈຶ່ງສະເໜີເອົາຢາ Methadone ໃຊ້ເຂົ້າໃນການບໍາບັດຜູ້ຕິດສິ່ງເສບຕິດໃນຕໍ່ໜ້າ ແລະ ຕ້ອງຍົກລະດັບການໂຄສະນາທຸກຮູບແບບຂອງຂໍ້ມູນທີ່ເປັນປະໂຫຍດໃນການໃຫ້ຄວາມຮູ້ກ່ຽວກັບຜົນຮ້າຍຂອງຢາເສບຕິດ ຜົນກະທົບ ແລະ ອື່ນໆ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!