ຄະນະຜູ້ແທນ ສນຊ ແລະ ແຂວງຫົວພັນ ແລກປ່ຽນບົດຮຽນວຽກງານກະສິກໍາ-ອຸດສາຫະກໍາ ຢູ່ເມືອງມາຍເຊີນ

     ເນື່ອງໃນໂອກາດຄະນະຜູ້ແທນສູນກາງແນວລາວສ້າງຊາດ ແລະ ຜູ້ແທນແຂວງຫົວພັນ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາ ສສ ຫວຽດນາມ ວັນທີ 23 ມິຖຸນາ 2022 ຄະນະຜູ້ແທນດັ່ງກ່າວ ກໍໄດ້ໄປທັດສະນະສຶກສາ ແລກປ່ຽນບົດຮຽນກ່ຽວກັບວຽກງານການປູກຝັງ-ລ້ຽງສັດ ແລະ ອຸດສາຫະກໍາຈໍານວນໜຶ່ງຢູ່ເມືອງມາຍເຊີນ ເຊິ່ງນໍາໂດຍທ່ານ ຫງວຽນ ແທັງ ກົງ ຮອງເຈົ້າແຂວງເຊີນລາ ຜູ້ຊີ້ນໍາວຽກງານເສດຖະກິດ ມີທ່ານ ສຈ. ປອ ອ໋ອດ ພົງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ (ບໍ່ປະຈໍາການ) ຫົວໜ້າຄະນະທີ່ປືກສາວຽກງານເສດຖະກິດ ກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

    ໂອກາດນີ້ ກໍໄດ້ຢ້ຽມຢາມແລກປ່ຽນບົດຮຽນກ່ຽວກັບການປູກໄມ້ໃຫ້ໝາກ ເຊິ່ງໄດ້ລົງຢ້ຽມຢາມສວນຂອງທ່ານ ຕ້ວນ ສະຫະກອນ ດວານເກດ ໃນການປູກໝາກອາງຸ່ນ ເພື່ອສ້າງລາຍໄດ້ໃຫ້ຄອບຄົວ ຢ້ຽມ ຢາມໂຮງງານປຸງແຕ່ງຜະລິດຕະພັນໝາກໄມ້ແປຮູບ ໂດຍສະເພາະ ເຮັດເປັນໝາກໄມ້ກະປ໋ອງ ຢ້ຽມຢາມສວນໝາກກ້າ ໝາກມ່ວງ ຟາມລ້ຽງງົວພັນ ແລະ ໂຮງງານຜະລິດປຸຍ ຂອງເມືອງມາຍເຊີນ. 

    ການຢ້ຽມຢາມຄັ້ງນີ ຖືເປັນການແລກປ່ຽນບົດຮຽນ-ປະສົບການດ້ານກະສິກໍາ ໃນການປູກຝັງ-ລ້ຽງສັດ ການຜະລິດ ແລະ ການແປຮູບ ເພື່ອເປັນການສ້າງແຫຼ່ງລາຍໄດ້ໃຫ້ຄອບຄົວ ເວົ້າສະເພາະ ແນວລາວສ້າງຊາດແຂວງຫົວພັນ ທີ່ມີຄວາມສົນໃຈທີ່ຈະນໍາເອົາແນວພັນໝາກອາງຸ່ນ ໝາກກ້າ ໝາກຂຽບ ໝາກນັດ ມາປູກທົດລອງໃນ 3 ເມືອງຂອງແຂວງຫົວພັນ ຄື: ເມືອງແອດ ເມືອງຊຽງຄໍ້ ແລະ ເມືອງວຽງໄຊ ພ້ອມນີ້ ຍັງໄດ້ມີການແລກປ່ຽນການຊື້-ຂາຍປຸຍ ຢາຂ້າສັດຕູພືດ ນໍາບໍລິສັດລຸນເຕນ ຕື່ມອີກ. 

# ຂ່າວ-ພາບ: ສະບາໄພ

error: Content is protected !!