ກະຊວງພາຍໃນ ຮ່ວມກັບ 4 ທະນາຄານເຂົ້າຮ່ວມໂຄງການອອກບັດພະນັກງານ-ລັດຖະກອນ

    ກະຊວງພາຍໃນ ຮ່ວມກັບ 4 ທະນາຄານເຊັນສັນຍາອອກບັດພະນັກງານ-ລັດຖະກອນ ວັນທີ 24 ມິຖຸນາ 2022 ກະຊວງພາຍໃນ ຮ່ວມລົງນາມໂດຍທ່ານ ນາງ ແພງພັນ ດວງປະຊາ ຮອງຫົວໜ້າຫ້ອງການ ກະຊວງພາຍໃນ ແລະ ຕາງໜ້າ 4 ທະນາຄານທຸລະກິດຄື ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ທະນາຄານພັດທະນາລາວ ຈຳກັດ ທະນາຄານສົ່ງເສີມກະສິກຳ ແລະ ທະນາຄານຮ່ວມທຸລະກິດລາວ-ຫວຽດ ຈຳກັດ ເປັນກຽດເຂົ້າຮ່ວມຂອງທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ມີຫົວໜ້າ ຮອງຫົວໜ້າກົມ ຫ້ອງການ ແລະ ພະນັກງານທີ່ກ່ຽວຂ້ອງ.

    ການເຊັນສັນຍາຄັ້ງນີ້ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການອອກບັດໃຫ້ພະນັກງານ-ລັດຖະກອນທົ່ວປະເທດສໍາເລັດຕາມແຜນການທີ່ກໍານົດໄວ້ ທັງເປັນການອໍານວຍຄວາມສະດວກໃນການນໍາໃຊ້ບັດຂອງພະນັກງານທັງສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມສະດວກສະບາຍໃນການເຂົ້າເຖິງລະບົບບໍລິການຂອງທະນາຄານໄດ້ງ່າຍ ແລະ ຢ່າງວ່ອງໄວ ໄລຍະຜ່ານມາ ໄດ້ມີການເຮັດທົດລອງຈັດຕັ້ງປະຕິບັດອອກບັດໃຫ້ແກ່ພະນັກງານ-ລັດຖະກອນຢູ່ກະຊວງພາຍໃນໂດຍແມ່ນທະນາຄານການຄ້າຕ່າງປະເທດລາວມະຫາຊົນ (ທຄຕລ) ເປັນຜູ້ພິມບັດຕາມການຢັ້ງຢືນຄວາມຖືກຕ້ອງຂອງຂໍ້ມູນພະນັກງານ-ລັດຖະກອນ ຈາກກະຊວງພາຍໃນ ຈາກນັ້ນ ກໍໄດ້ສືບຕໍ່ອອກບັດໃຫ້ບັນດາກະຊວງ-ອົງການ ຂັ້ນສູນກາງ ເລີ່ມແຕ່ປີ 2017 ເປັນຕົ້ນມາຮອດປີ 2020 ສຳເລັດ 46 ພາກສ່ວນ ປະມານ 13.550 ບັດ ກວມ 66% ຂອງຈຳນວນພະນັກງານ-ລັດຖະກອນຢູ່ຂັ້ນສູນກາງ (ອີງຕາມສະຖິຕິລັດຖະກອນປີ 2020) ພ້ອມກັນນັ້ນ ກໍໄດ້ຜັນຂະຫຍາຍການຈັດຕັ້ງປະຕິບັດວຽກງານອອກບັດພະນັກງານ-ລັດຖະກອນລົງສູ່ທ້ອງຖິ່ນຂັ້ນແຂວງສຳເລັດແລ້ວ 9 ແຂວງ ລວມທັງໝົດປະມານ 9.554 ບັດ ກວມ 29% ຂອງຈຳນວນພະນັກງານ-ລັດຖະກອນຢູ່ຂັ້ນແຂວງ (ອີງຕາມສະຖິຕິລັດຖະກອນປີ 2021). 

    ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງ ພົບວ່າຢູ່ຂັ້ນທ້ອງຖິ່ນບໍ່ມີສະເພາະແຕ່ ທຄຕລ ທີ່ນໍາໃຊ້ບໍລິການເບີກຈ່າຍເງິນເດືອນຜ່ານທະນາຄານ ເຊິ່ງຍັງມີທະນາຄານອື່ນອີກເຊັ່ນ: ທະນາຄານພັດທະນາລາວ ທະນາຄານສົ່ງເສີມກະສິກຳ ແລະ ທະນາຄານຮ່ວມທຸລະກິດລາວ-ຫວຽດ ຈຳກັດ ໃນນັ້ນ ແຂວງຜົ້ງສາລີ 26 ພາກສ່ວນ ມີ 1021 ບັນຊີ ທີ່ເບີກຈ່າຍເງິນເດືອນຜ່ານທະນາຄານພັດທະນາລາວ ແຂວງຊຽງຂວາງ 2 ພາກສ່ວນ ມີ 231 ບັນຊີທີ່ເບີກຈ່າຍເງິນເດືອນຜ່ານທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ ແຂວງອັດຕະປື ເບີກຈ່າຍເງິນເດືອນຜ່ານທະນາຄານຮ່ວມທຸລະກິດລາວ-ຫວຽດ 7 ພາກສ່ວນ ມີ 360 ບັນຊີ ເບີກຈ່າຍເງິນເດືອນຜ່ານທະນາຄານການຄ້າຕ່າງປະເທດລາວມະຫາຊົນ 8 ພາກສ່ວນ ມີ 762 ບັນຊີ ເບີກຈ່າຍເງິນເດືອນຜ່ານທະນາຄານພັດທະນາລາວ 9 ພາກສ່ວນ ມີ 1129 ບັນຊີ ແລະ ເບີກຈ່າຍເງິນເດືອນຜ່ານທະນາຄານສົ່ງເສີມກະສິກຳ 9 ພາກສ່ວນ ມີ 742 ບັນຊີ.

# ຂ່າວ – ພາບ: ອົ່ນ ໄຟສົມທອງ

error: Content is protected !!