ເຈົ້າຄອງ ລົງຊຸກຍູ້ບັນດາໂຄງການພັດທະນາແຫຼ່ງທ່ອງທ່ຽວຢູ່ເມືອງໄຊທານີ

  ວັນທີ 24 ມິຖຸນາ 2022  ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ບັນດາໂຄງການພັດທະນາແຫຼ່ງທ່ອງທ່ຽວຢູ່ເມືອງ ໄຊທານີ ນວ ໂດຍການນໍາພາຂອງທ່ານ ຄໍາພັນ ສຸລິຍະນັນ ຮອງເຈົ້າເມືອງໄຊທານີ ມີບັນດາພະແນກການ ຫ້ອງການ ແລະ ຂະແໜງກ່ຽວຂ້ອງເຂົ້າຮ່ວມ.

    ການເຄື່ອນໄຫວຄັ້ງນີ້ ເຈົ້າຄອງ ນວ ພ້ອມຄະນະ ໄດ້ເຄື່ອນໄຫວເບິ່ງຄວາມຄືບໜ້າໂຄງການກໍ່ສ້າງຫໍພິພິທະພັນສິລະປະລາວສະໄໝໃໝ່ ຕັ້ງຢູ່ບ້ານ ໂຄກສະອາດ ເມືອງໄຊທານີ ເພື່ອສ້າງເປັນສະຖານທີ່ທ່ອງທ່ຽວ ຖືກຕ້ອນຮັບຈາກທ່ານ ພິຊິດ ໄຊຍະທິດ ຜູ້ອໍານວຍການຫໍພິພິທະພັນສິລະປະລາວສະໄໝໃໝ່.​

   ຈຸດປະສົງຂອງການສ້າງຫໍພິພິທະພັນ ເພື່ອວາງສະແດງງານສິລະປະ ໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວຊົມ ເຊິ່ງເປັນການສ້າງລາຍຮັບເຂົ້າປະເທດເຮົາ ທັງເປັນການສ້າງຊື່ສຽງໃຫ້ປະເທດຊາດ ແລະ ເປັນບ່ອນສ້າງວຽກເຮັດງານທຳໃຫ້ປະຊາຊົນ ແລະ ຍັງມີໂຄງການກໍ່ສ້າງກິດຈະການອື່ນໆ ເພື່ອສ້າງເປັນບ່ອນທ່ອງທ່ຽວແບບຄົບວົງຈອນເຊັ່ນ: ໝູ່ບ້ານວັດທະນາທຳ ໂຮງແຮມ ແລະ ຣີສອດ ຮ້ານຂາຍເຄື່ອງທີ່ລະນຶກ ຮ້ານອາຫານ ແລະ ເຄື່ອງດື່ມ ສົ່ງເສີມຫົວຄິດປະດິດສ້າງ  ພູມປັນຍາດ້ານວິຈິດສິນຂອງຄົນລາວເຮົາ ແລະ ອະນຸຮັກໄມ້ ເພື່ອເປັນມໍລະດົກຂອງປະເທດຊາດ ແລະ ມໍລະດົກຂອງ ໂລກໃນອະນາຄົດ ລວມມູນຄ່າການລົງທຶນປະມານ 500 ຕື້ກີບ ມີໄລຍະການກໍ່ສ້າງ 5 ປີ (2021-2026).

    ໂອກາດນີ້ ເຈົ້າຄອງ ນວ ໄດ້ຍ້ອງຍໍຊົມເຊີຍຕໍ່ເຈົ້າຂອງໂຄງການ ທີ່ມີແນວຄິດເອົາຊັບສິນສ່ວນຕົວມາລົງທຶນພັດທະນາສ້າງຫໍພິພິຕະພັນວາງສະແດງສິລະປະວັດທະນະທໍາລາວ ເພື່ອເປັນແຫຼ່ງທ່ອງທ່ຽວທີ່ເຊື່ອມຈອດກັບໜອງເຊືອມຂອງ ນວ ພ້ອມນັ້ນ ກໍໄດ້ເນັ້ນໃຫ້ສົ່ງເສີມກິດຈະກຳບ້ານວັດທະນະທໍາ ແລະ ໃຫ້ປະຊາຊົນມີສ່ວນຮ່ວມໃນການປະກອບສ່ວນສະແດງສິລະປະວັດທະນະທໍາພື້ນເມືອງລາວ.

    ຕອນບ່າຍໃນວັນດຽວກັນ ທ່ານ ເຈົ້າຄອງພ້ອມຄະນະ ຍັງໄດ້ຢ້ຽມຢາມ ແລະ ຊຸກຍູ້ໂຄງການທ່ອງທ່ຽວອະນຸຮັກພັນໄມ້ພື້ນເມືອງປ່າສະຫງວນເວີນແທ່ນ ແລະ ພົບປະກັບພໍ່ແມ່ປະຊາຊົນບ້ານທ່າດິນແດງ ເມືອງໄຊທານີ ນວ ຕືມອີກ.

error: Content is protected !!