ລາວຊໍາຊຸງ ຈັດກິດຈະກຳ Samsung Love & Care ໂຄງການປັບປຸງອາຄານ ແລະ ມອບອຸປະກອນການຮຽນໃຫ້ນ້ອງ

    ຊໍາຊຸງ ຂໍເປັນສ່ວນໜຶ່ງໃນການສ້າງສັນສັງຄົມແຫ່ງເຕັກໂນໂລຊີ ເພື່ອການຮຽນຮູ້ ແລະ ເປັນສ່ວນໜຶ່ງໃນຊີວິດປະຈໍາວັນ ດ້ວຍໂຄງການ Samsung Love & Care ເຊິ່ງຈັດຂຶ້ນວັນທີ 23 ມິຖຸນາ 2022 ຢູ່ໂຮງຮຽນປະຖົມສົມບູນຫົວນາທົ່ງ ບ້ານຫົວນາທົ່ງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໂດຍມີທ່ານນາງ ວໍລະວັນ ຕັງກະມົນສະຖາພອນ ຫົວໜ້າພະແນກມືຖື ບໍລິສັດ ລາວຊໍາຊຸງເອເລັກໂຕຣນິກ ຈໍາກັດ ທ່ານ ຄໍາປານ ຂຸນທະວົງ ຮອງຫົວໜ້າຫ້ອງການສຶກສາ ແລະ ກີລາເມືອງປາກງື່ມ ທ່ານ ອໍາພອນ ພົມມະຈັນ ຜູ້ອຳນວຍການໂຮງຮຽນປະຖົມສົມບູນຫົວນາທົ່ງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານນາງ ວໍລະວັນ ຕັງກະມົນສະຖາພອນ ກ່າວວ່າ: ບໍລິສັດ ລາວຊໍາຊຸງເອເລັກໂຕຣນິກ ຈໍາກັດ ມີສູນຈໍາໜ່າຍທົ່ວປະເທດ ທີ່ໄດ້ດໍາເນີນທຸລະກິດການມາຫຼາຍກວ່າ 10 ປີ ຈຸດປະສົງໃນການຈັດກິດຈະກຳຄັ້ງນີ້ ເພື່ອບູລະນະຮັກສາໂຮງຮຽນ ນຳພານັກຮຽນ ແລະ ເຍົາວະຊົນຊາວໜຸ່ມໃນໂຮງຮຽນ ໃຫ້ໄດ້ນໍາໃຊ້ເຕັກໂນໂລຊີເຂົ້າໃນການຮຽນ ໂດຍປະກອບສ່ວນໂທລະພາບ ແລະ ແທັບເລັດ ເຂົ້າໃນການສຶກສາ ຕະ ຫຼອດເຖິງການສົ່ງເສີມໃຫ້ນັກຮຽນຫຼິ້ນກີລາ ກິດຈະກໍາໃນໂຄງການນີ້ ປະກອບດ້ວຍການປັບປຸງອາຄານຮຽນ ສ້າງຫ້ອງສະໝຸດ ພ້ອມຕູ້ໜັງສື 3 ໜ່ວຍ ມອບອຸປະກອນການຮຽນ 120 ຊຸດ ແລະ ອຸປະກອນເອເລັກໂຕຣນິກ ທີ່ຈຳເປັນເພິ່ມເຕີມ ເຊັ່ນ: ໂທລະພາບຊໍາຊຸງຂະໜາດ 6,5 ນິ້ວ 1 ເຄື່ອງ ແລະ ແທັບເລັດ ຊໍາຊຸງ 3 ເຄື່ອງ ລວມມູນຄ່າຫຼາຍກວ່າ 241 ລ້ານກີບ ເຊິ່ງພວກເຮົາເຊື່ອວ່າທັງໝົດນີ້ ຈະເປັນສ່ວນໜຶ່ງໃນການສ້າງພື້ນຖານເພື່ອການພັດທະນາຢ່າງຍັ້ງຍືນຍົງຕໍ່ໄປໃຫ້ກັບສັງຄົມ.

   ທ່ານ ອໍາພອນ ພົມມະຈັນ ກ່າວວ່າ: ທັງໝົດນີ້ ນັບວ່າເປັນຈຳນວນຫຼາຍ ຕ້ອງຂໍຂອບໃຈ ຊຳຊຸງ ທີ່ສະໜັບສະໜູນໂຮງຮຽນປະຖົມສົມບູນຫົວນາທົ່ງ ແລະ ພວກເຮົາຈະນຳເອົາສິ່ງຂອງທີ່ໄດ້ຮັບການຊ່ວຍ ເຫຼືອນີ້ ໄປນຳໃຊ້ໃຫ້ເກີິດປະໂຫຍດສູງສຸດແກ່ນັກຮຽນ.

    ກິດຈະກໍາ Samsung Love & CareCSR ຂອງຊໍາຊຸງລາວ ນັບວ່າເປັນໜຶ່ງໃນກິດຈະກໍາທີ່ຈັດຂຶ້ນ ຕາມວິໄສທັດຂອງຊໍາຊຸງ ທີ່ມຸ່ງໝັ້ນໃນການໃຊ້ຄວາມຊ່ຽວຊານ ແລະ ເຕັກໂນໂລຊີ ໃຫ້ເປັນສ່ວນໜຶ່ງໃນການຊຸກຍູ້ສັງຄົມ ໃຫ້ກ້າວໄປສູ່ອານາຄົດທີ່ດີກວ່າເກົ່າ ໂດຍຍຶດຫຼັກການດໍາເນີນທຸລະກິດຢ່າງມີຄວາມຮັບຜິດຊອບຕໍ່ສັງຄົມຢູ່ສະເໝີ ພາຍໃຕ້ແນວຄິດ Together for Tomorrow ເຊິ່ງມຸ່ງເນັ້ນການສ້າງອະ ນາຄົດ ທີ່ດີຮ່ວມກັນກັບສັງຄົມ ທັງດ້ານການສຶກສາ ທ່າແຮງມະນຸດ ແລະ ສິ່ງແວດລ້ອມ ເຊິ່ງເປັນແນວທາງທີ່ຊໍາຊຸງໃຊ້ໃນທຸກກປະເທດ ທົ່ວໂລກ.

# ສະບາໄພ – ລາຍງານ

error: Content is protected !!