ມອບ-ຮັບອາຄານ ຫໍພັກສູນພັດທະນາຜູ້ປະກອບກິດຈະການລາວ-ອິນເດຍ

    ພິທີມອບ-ຮັບ ອາຄານຫໍພັກສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ຈັດຂຶ້ນວັນທີ 23 ມິຖຸນາ 2022 ທີ່ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ໂດຍມີທ່ານ ຮສ. ປອ. ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທ່ານ ດຣ. ຣາກູມ່າ ລານຈັນ ຊິ່ງ ລັດຖະມົນຕີແຫ່ງລັດກະຊວງການຕ່າງປະເທດ ທ່ານ ດິນກ່າ ອາສທານ່າ (Dinkar Asthana) ເອກ​ອັກ​ຄະ​ລັດ​ຖະ​ທູດອິນເດຍ ຜູ້​ມີ​ອຳ​ນາດ​ເຕັມປະ​ຈຳ ສ​ປ​ປ ລາວ ພ້ອມດ້ວຍຜູ້ຕາງໜ້າຈາກກົມສະຖາບັນ ສູນ ແລະ ພະນັກງານວິຊາການສອງຝ່າຍເຂົ້າຮ່ວມ.

    ທ່ານ ຮສ. ປອ. ພຸດ ສິມມາລາວົງ ກ່າວວ່າ: ປັດຈຸບັນ ສະຖານເອກອັກຄະລັດຖະທູດອິນເດຍປະຈໍາ ສປປ ລາວ ຍັງສືບຕໍ່ໃຫ້ການຊ່ວຍເຫຼືອທາງດ້ານວິຊາການ ແລະ ສະໜັບສະໜູນວຽກງານການຮ່ວມມື ລະຫວ່າງສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ກັບສະມາຄົມມິດຕະພາບ ລາວ-ອິນເດຍ ໃນການຈັດຕັ້ງກິດຈະ ກຳຕ່າງໆເຊັ່ນ: ການປູກຕົ້ນໄມ້ເພື່ອມິດຕະພາບ ຈັດຕັ້ງການສອນໂຢຄະ ເຝິກອົບຮົມຄອມພິວເຕີ (MS Office 365) ເພື່ອນໍາໃຊ້ເຂົ້າໃນການຮຽນ-ການສອນຮູບແບບທາງໄກ ແລະ ຝຶກອົບຮົມກ່ຽວກັບການປະກອບກິດຈະການ ໃຫ້ແກ່ພະນັກງານພາຍໃນສູນ ແລະ ພາຍນອກ.

    ລັດຖະບານ​ສາ​ທາ​ລະ​ນະ​ລັດ​ອິນເດຍ ຍັງໄດ້ຊ່ວຍເຫຼືອໃນການກໍ່ສ້າງອາຄານຫໍພັກໃຫ້ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ພາຍໃຕ້ໂຄງການເຫັນຜົນໄວຂອງຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ ສົກປີ 2020 ຂອງລັດຖະບານປະເທດອິນເດຍ ສະ​ບັບ​ເລກ​ທີ Vient/220/2020, ລົງວັນທີ 23 ຕຸລາ 2020.

    ຫໍພັກດັ່ງກ່າວ ມີມູນຄ່າທັງໝົດ 50.000 ໂດລາສະຫະລັດ ຕົວອາຄານຫໍພັກອອກແບບເປັນຮູບໂຕເອວ (ອັກສອນພາສາອັງກິດ) ເປັນອາຄານຊັ້ນດຽວ 5 ຫ້ອງ (ລວມມີ: ຫ້ອງໂຖ່ງ/ຫ້ອງນອນ ຫ້ອງປຸງແຕ່ງອາຫານ ແລະ ຫ້ອງນໍ້າຢູ່ໃນແຕ່ລະຫ້ອງ) ເພື່ອອໍານວຍຄວາມສະດວກໃຫ້ແກ່ຊ່ຽວຊານຈາກປະເທດອິນເດຍ ທີ່ຈະມາປະຈໍາຢູ່ສູນ ແລະ ບັນດາແຂກທີ່ມາຮ່ວມກອງປະຊຸມເຝິກອົບຮົມທີ່ສູນໄດ້ຈັດຕັ້ງຂຶ້ນເປັນປະຈໍາ.

ໃນໂອກາດນີ້ ທ່ານລັດຖະມົນຕີ ສະ​ແດງ​ຄວາມ​ຂອບ​ໃຈ​ ແລະ ຄວາມຮູ້ບຸນຄຸນເປັນ​ຢ່າງ​ສູງມາ​ຍັງລັດຖະບານສາທາລະນະລັດອິນ​ເດຍ ແລະ ສະ​ຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດອິນເດຍ ປະຈຳ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ມາຕະຫຼອດ.

# ວຽງມາ

error: Content is protected !!