ກິດຈະກຳສະເຫຼີມສະຫຼອງວັນໂອແລັມປິກສາກົນ ຄົບຮອບ 128 ປີ ຈັດຂຶ້ນວັນທີ 24 ມິຖຸນາ 2022 ທີ່ເສັ້ນທາງສີສະຫວ່າງວົງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໂດຍມີທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍການນຳຂັ້ນສູນກາງ ແຂວງ-ນະຄອນຫຼວງພະບາງ ແລະ ມວນຊົນເຂົ້າຮ່ວມ.
ທ່ານ ຊົມພູ ພົງສາ ຮອງປະທານ ແລະ ທັງເປັນເລຂາທິການໂອແລັມປິກແຫ່ງຊາດລາວ ໄດ້ເລົ່າປະຫວັດຄວາມເປັນມາຂອງວັນໂອແລັມປິກສາກົນວ່າ: ໃນປີ 1892 ທ່ານ ປີແອ ເດີກູແບັກແຕັງ ເຊີ່ງເປັນນັກສຶກສາຊາວຝຣັ່ງ ໄດ້ຄົ້ນຄວ້າປະຫວັດຄວາມເປັນມາ ແລະ ຄວາມສຳເລັດຂອງກີລາໂອແລັມປິກບູຮານ ເຫັນວ່າກີລາໂອແລັມປິກມີປັດຊະຍາຂອງຊີວິດ ຄືໄດ້ຍົກສູງຄຸນນະພາບພັດທະນາຄົນທາງດ້ານຮ່າງກາຍ ແລະຈີດໃຈ ປະກອບສ່ວນສ້າງສັນຕິພາບ ຄວາມສະຫງົບສຸກ ຄວາມເປັນເອກະພາບ ສະເໝີພາບ ບໍ່ມີການຈຳແນກເຊື້ອຊາດ ຜີວພັນ ສາສະໜາ ແລະ ການເມືອງທີ່ແຕກຕ່າງກັນ ປີ 1894 ທ່ານ ປີແອ ເດີກູແບັກແຕັງ ຮ່ວມກັບໝູ່ເພື່ອນ ໄດ້ຟື້ນຟູກີລາໂອແລັມປິກຂຶ້ນໃໝ່ ໂດຍປັບປຸງນິຕິກຳຂອງໂອແລັມປິກສະໄໝບູຮານ ເປັນໂອແລັມປິກສະໄໝໃໝ່ ແລະໄດ້ຈັດກອງປະຊຸມໃຫຍ່ຂຶ້ນທີ່ປະເທດຝຣັ່ງ ສ້າງຕັ້ງອົງກອນຂຶ້ນຊື່ວ່າ: ຄະນະກຳມະການໂອແລັມປິກສາກົນ ໃນວັນທີ 23 ມິຖຸນາ 1894 ແລະ ໄດ້ຈັດການແຂ່ງຂັນກີລາໂອແລັມປິກເກມຕັ້ງແຕ່ນັ້ນເປັນຕົ້ນມາ ເຊິ່ງມີຮອບວຽນ 4 ປີ ຕໍ່ຄັ້ງ.
ໂອກາດນີ້ ທ່ານ ຄຳຂັນ ຈັນທະວີສຸກ ໄດ້ມີຄຳເຫັນສະແດງຄວາມຂອບໃຈທີ່ຄະນະກຳມະການໂອແລັມປິກແຫ່ງຊາດລາວ ໄດ້ເລືອກເອົາແຂວງຫຼວງພະບາງເປັນສະຖານທີ່ຈັດງານສະເຫຼີມສະຫຼອງວັນໂອແລັມປິກສາກົນ ຄົບຮອບ 128 ປີ ພ້ອມທັງກ່າວເປີດງານຢ່າງເປັນທາງການ ຈາກນັ້ນ ໄດ້ເລີ່ມຂະບວນກີລາຂີ່ລົດຖີບ ລວມທັງກີລາແລ່ນ ແລະ ຍ່າງເພື່ອສຸຂະພາບ ຈາກໜ້າຫໍພິພິທະພັນຫຼວງພະບາງ ອ້ອມເທສະບານນະຄອນຫຼວງພະບາງ ແລ້ວກັບຄືນມາເຕົ້າໂຮມຢູ່ຈຸດເລີ່ມຕົ້ນ ເພື່ອມອບຫຼຽນທີ່ລະນຶກໃຫ້ນັກກີລາທີ່ເຂົ້າຮ່ວມ ປະກອບມີ ຖີບລົດ ຍິງ-ຊາຍ ແລ່ນຮຸ່ນເຍົາວະຊົນ-ຊາວໜຸ່ມ ແລະ ອາວຸໂສ ຍິງ-ຊາຍ ສ່ວນກີລາບານບ້ວງ 3 ຄົນ ໄດ້ມີການແຂ່ງຂັນຢູ່ເດີ່ນຕະຫຼາດຊົນເຜົ່າ ໂດຍແບ່ງອອກເປັນ 4 ຮຸ່ນ ຄື: ຮຸ່ນທົ່ວໄປ ຍິງ-ຊາຍ ຮຸ່ນ 23 ປີ ຍີງ-ຊາຍ ຮຸ່ນ 20 ປີ ຍີງຊາຍ ແລະ ຮຸ່ນ 16 ປີ ຍິງ-ຊາຍ.
# ຂ່າວ – ພາບ : ສີພອນ