ການດຶງດູດການລົງທຶນເຂົ້າປະເທດໄດ້ໜ້ອຍ ຍ້ອນກົນໄກອະນຸຍາດມີຫຼາຍຂັ້ນຕອນ

      ໄລຍະຜ່ານມາ ວຽກງານການດຶງດູດ ແລະ ສົ່ງເສີມການລົງທຶນຢູ່ປະເທດພວກເຮົາຍັງບໍ່ທັນເຮັດໄດ້ດີ ຫຼື ການດຶງດູດການລົງທຶນຈາກຕ່າງປະເທດໄດ້ໜ້ອຍ ຖ້າທຽບໃສ່ຄວາມຕ້ອງການພັດທະນາພາຍໃນປະເທດ ເຊິ່ງອັນຫຼັກແມ່ນຍ້ອນກົນໄກການຂໍອະນຸຍາດການລົງທຶນຂອງພວກເຮົາຍັງເຫັນວ່າມີຫຼາຍຂັ້ນຕອນ ແລະ ຖານຂໍ້ມູນທີ່ຮອງຮັບການລົງທຶນໃນຂົງເຂດຕ່າງໆບໍ່ທັນລະອຽດຊັດເຈນ ໂດຍສະເພາະ ຂົງເຂດທີ່ພົວພັນເຖິງທີ່ດິນ ແຮ່ທາດ ແລະ ພະລັງງານ ລວມທັງກົດໝາຍຂອງຫຼາຍຂະແໜງການ ເຫັນວ່າມີລັກສະນະທັບຊ້ອນກັນ ແລະ ອື່ນໆ.   

   ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຊີ້ແຈງຕອບຄໍາຊັກຖາມຕໍ່ສະພາຊິກສະພາແຫ່ງຊາດ ໃນວາລະການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 23 ມິຖຸນາ 2022 ໂດຍມີບາງຕອນທ່ານກ່າວວ່າ: ໃນໄລຍະຜ່ານມາ ການດຶງດູດການລົງທຶນຈາກນັກລົງທຶນຕ່າງປະເທດເຂົ້າມາໃນປະເທດເຮົາແມ່ນເຮັດໄດ້ໜ້ອຍ ໂດຍສເພາະແມ່ນຍ້ອນກົນໄກການອະນຸມັດການລົງທຶນມີຫຼາຍຂັ້ນຕອນ ຕິດພັນກັບຫຼາຍຂະແໜງການ ເຊິ່ງຜ່ານມາ ເມື່ອມີນັກລົງທຶນສົນໃຈຢາກເຂົ້າມາລົງທຶນຢູ່ ສປປ ລາວ ພວກເຮົາ ມັກນໍາໃຊ້ຮູບແບບການແຕ່ງຕັ້ງຄະນະສະເພາະກິດລົງໄປສຶກສາ-ສໍາຫຼວດພື້ນທີ່ຕົວຈິງ ແລະ ມີລັກສະນະທຽວຂຶ້ນໆ-ລົງໆຫຼາຍຄັ້ງ ເຊິ່ງເຮັດໃຫ້ແກ່ຍາວເວລາໃນການໄດ້ຮັບຂໍ້ມູນ ລວມທັງການສະຫຼຸບພິຈາລະນາ ແລະ ອະນຸມັດການລົງທຶນ ເຮັດໃຫ້ນັກລົງທຶນພົບບັນຫາຫຍຸ້ງຍາກ ແລະ ໄດ້ຍົກເລີກຄວາມສົນໃຈລົງທຶນໄປຫຼາຍ.

      ປັດຈຸບັນ ສະພາບການລົງທຶນໃນປະເທດເຮົານີ້ ສ່ວນຫຼາຍແມ່ນຍັງອາໄສນັກລົງທຶນຈາກປະເທດໃກ້ຄຽງເທົ່ານັ້ນ ແລະ ສ່ວນໃຫຍ່ແມ່ນໃນຂົງເຂດການຜະລິດກະສິກໍາ-ປ່າໄມ້ ການຂຸດຄົ້ນປຸງແຕ່ງແຮ່ທາດ ໄຟຟ້າ ແລະ ຂົງເຂດເຊົ່າສໍາປະທານອື່ນໆ  ແນວໃດກໍຕາມ ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຍັງໄດ້ສະເໜີວ່າ: ການແກ້ໄຂຄວາມຫຍຸ້ງຍາກຈາກການລົງທຶນນີ້ ຕົ້ນຕໍກໍແມ່ນການປັບປຸງບາງມາດຕາຂອງກົດໝາຍຈໍານວນໜຶ່ງ ທີ່ເຫັນວ່າຍັງບໍ່ທັນສອດຄ່ອງ ແລະ ບໍ່ເອື້ອອໍານວຍໃຫ້ແກ່ການລົງທຶນ ແລະ ອີກບັນຫາໜຶ່ງ ເຫັນວ່າ ນອກຈາກໂຄງການລົງທຶນດ້ານພະລັງງານໄຟຟ້າ ຫລື ບໍ່ແຮ່ ແລ້ວ ແມ່ນຄວນມອບຂອບເຂດສິດໃຫ້ຂະແໜງການ ແລະ ທ້ອງຖິ່ນ ມີໜ້າທີ່ໃນການດໍາເນີນການສຶກສາ-ສໍາຫຼວດໃນເບື້ອງຕົ້ນ ໃນການລົງທຶນໃນຂະແໜງການອື່ນຫຼາຍຂຶ້ນ ຈາກນັ້ນ ຈຶ່ງສະເໜີໄປຫາຂະແໜງການກ່ຽວຂ້ອງກວດກາ ແລ້ວກໍສະເໜີໄປໃຫ້ໜ່ວຍງານປະຕູດຽວຄົ້ນຄວ້າອະນຸມັດການລົງທຶນ ໂດຍຕ້ອງປະຕິບັດໃຫ້ເປັນເອກະພາບ ນັບທັງສູນກາງ ແລະ ທ້ອງຖິ່ນ.

    ນອກນີ້ ກໍຄວນລົບລ້າງຄະນະກໍາມະການສົ່ງເສີມການລົງທຶນ ແລ້ວມອບສິດໃຫ້ຂະແໜງການຢູ່ສູນກາງ ແລະ ທ້ອງຖິ່ນເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຕໍ່ສະພາແຫ່ງຊາດ ແລະ ລັດຖະບານ ໃນກໍລະນີປະຕິບັດໄດ້ດີ ຫຼື ບໍ່ນັ້ນ ກໍແມ່ນໃຫ້ຂະແໜງການນັ້ນເປັນຮັບຜິດຊອບໂດຍກົງ.

error: Content is protected !!