ຮັບຮອງຂັ້ນພື້ນຖານ ແຜນຄຸ້ມຄອງອ່າງຮັບນ້ຳ ນ້ຳເຊບັ້ງຫຽງ

    ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຮ່ວມກັບກົມຊັບພະຍາກອນໍ້າ ແລະ ກອງເລຂາຄະນະກຳມະການແມ່ນ້ຳຂອງແຫ່ງຊາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈັດກອງປະຊຸມຮັບຮອງຂັ້ນພື້ນຖານແຜນຄຸ້ມຄອງອ່າງຮັບນໍ້າ ນ້ຳເຊບັ້ງຫຽງ ຂຶ້ນວັນທີ 22 ມິຖຸນາ 2022 ຜ່ານມາ ທີ່ແຂວງສະຫວັນນະເຂດ ເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງແຂວງສະຫວັນນະເຂດ ມີທ່ານ ພູທົງ ຄຳມະນີວົງ ຮອງເຈົ້າແຂວງສາລະວັນ ທ່ານ ປອ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ ແລະ ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍ ຄະນະກົມ ພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ພະແນກພະລັງງານ ແລະ ບໍ່ແຮ່ ພະແນກກະສິກຳ ແລະ ປ່າໄມ້ ພະແນກ ໂຍທາທິການ ແລະ ຂົນສົ່ງ ທັງ 3 ແຂວງ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

     ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອກຽມພ້ອມຮັບມືກັບໄພພິບັດນ້ຳຖ້ວມທີ່ອາດຈະເກີດຂຶ້ນ ໃນໄລຍະລະດູຝົນປີນີ້ ນອກນັ້ນ ກອງປະຊຸມຍັງໄດ້ປຶກສາຫາລື ແລະ ຮັບຮອງເອົາແຜນຄຸ້ມຄອງອ່າງຮັບນໍ້ານ້ຳເຊບັ້ງຫຽງຂັ້ນພື້ນຖານ ເພື່ອກະກຽມນຳສະເໜີຂັ້ນເທິງພິຈາລະນາຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ເຊິ່ງວຽກງານດັ່ງກ່າວໄດ້ຮັບທຶນສະໜັບສະໜູນຈາກທະນາຄານໂລກ.

    ທ່ານ ກິ່ງຄຳ ມະນີວົງ ຮອງຫົວໜ້າກົມຊັບພະຍາກອນນໍ້າ ໄດ້ລາຍງານກ່ຽວກັບຂະບວນການສ້າງແຜນຄຸ້ມຄອງອ່າງຮັບນໍ້ານໍ້າເຊບັ້ງຫຽງ ນອກນັ້ນ ໃນທີ່ປະຊຸມຍັງໄດ້ຮັບຟັງການສະເໜີຮ່າງແຜນຄຸ້ມຄອງອ່າງຮັບນ້ຳເຊບັ້ງຫຽງ ຈາກທ່ານ ອຸດົມສັກ ພິລາວົງ ຮອງຫົວໜ້າກອງເລຂາຄະນະກຳມະການແມ່ນ້ຳຂອງແຫ່ງຊາດ ແລະ ຮັບຟັງການສະເໜີພາບລວມກ່ຽວກັບສະພາບອຸທົກກະສາດ ຈາກຕາງໜ້າກົມອຸຕຸນິຍົມ ແລະ ອຸທົກກະສາດ ເພື່ອເປັນຂໍ້ມູນກຽມພ້ອມຮັບມືກັບໄພນ້ຳຖ້ວມທີ່ອາດຈະເກີດຂຶ້ນ ແລະ ຄຸ້ມຄອງອ່າງຮັບນ້ຳດັ່ງກ່າວໃຫ້ມີປະສິດທິຜົນ.

    ສຳລັບອ່າງຮັບນ້ຳເຊບັ້ງຫຽງ ເປັນອ່າງຮັບນ້ຳຂະໜາດໃຫຍ່ລຳດັບທີ 3 ກວມເອົາ 4 ແຂວງຄື ແຂວງສະຫວັນນະເຂດ (13 ເມືອງ) ສາລະວັນ (5 ເມືອງ) ຄຳມ່ວນ (1 ເມືອງ) ແລະ ເຊກອງ (1 ເມືອງ) ເຊິ່ງແຜນຄຸ້ມຄອງອ່າງຮັບນໍ້ານ້ຳເຊບັ້ງຫຽງສະບັບນີ້ ແມ່ນເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025) ແລະ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ ເພື່ອຮັບປະກັນໃຫ້ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກໍຄືຊັບພະຍາກອນນໍ້າໃຫ້ໄປຕາມທິດສີຂຽວ ແລະ ມີຄວາມຍືນຍົງ ແຜນຄຸ້ມຄອງອ່າງຮັບນ້ຳເຊບັ້ງຫຽງ ໄດ້ສ້າງຂຶ້ນໂດຍການຮ່ວມມືຂອງບັນດາຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ລວມທັງບັນດາຜູ້ພັດທະນາໂຄງການ ແລະ ຊຸມຊົນ.

    ໃນຕອນທ້າຍພິທີ ທ່ານຮອງເຈົ້າແຂວງທັງ 3 ແຂວງ ແລະ ທ່ານຮອງລັດຖະມົນຕີກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ມີຄວາມເປັນເອກະພາບກັນລົງນາມຮັບຮອງຂັ້ນພື້ນຖານເອົາແຜນຄຸ້ມຄອງອ່າງຮັບນ້ຳນ້ຳເຊບັ້ງຫຽງ.

    ໃນຕອນບ່າຍຂອງວັນດຽວກັນ ທ່ານຮອງລັດຖະມົນຕີ ພ້ອມດ້ວຍຄະນະ ກໍໄດ້ລົງພາກສະໜາມ ເບິ່ງເຂດພື້ນທີ່ນ້ຳຖ້ວມໃນລະດູຝົນ ອ່າງບຳບັດນ້ຳເປື້ອນ ແລະ ສະຖານີສູບນ້ຳຫ້ວຍລົງກົງ ທີ່ບ້ານທ່າແຮ່ ນະຄອນໄກສອນພົມວິຫານ ເພື່ອໃຫ້ເຫັນສະພາບທີ່ເກີດຂຶ້ນໃນພື້ນທີ່ຕົວຈິງຢູ່ທ້ອງຖິ່ນ ເພື່ອນຳໄປປຶກສາຫາລື ແລະ ພິຈາລະນາແກ້ໄຂຮ່ວມກັນໃນຕໍ່ໜ້າອີກດ້ວຍ.

# ຂ່າວ – ພາບ :  ເພັດສະໝອນ

error: Content is protected !!