ການຄຸ້ມຄອງການເຊົ່າ ແລະ ສໍາປະທານທີ່ດິນຍັງບໍ່ທັນເຂັ້ມງວດຕາມກົດໝາຍ

    ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 23 ມິຖຸນາ 2022 ເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ເຊິ່ງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຂຶ້ນປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການປະເມີນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບທີ່ສະເໜີໂດຍທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຄື: ກົດໝາຍວ່າດ້ວຍທີ່ດິນ ການສົ່ງເສີມການລົງທຶນ ຊັບສິນຂອງລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ.

    ທ່ານ ຈະເລີນ ເຍຍປາວເຮີ ກ່າວບາງຕອນວ່າ ຄະນະປະຈຳສະພາແຫ່ງຊາດ ເຫັນວ່ານັບແຕ່ໄດ້ປະກາດໃຊ້ກົດໝາຍ 4 ສະບັບ ດັ່ງກ່າວເປັນຕົ້ນມາ ລັດຖະບານ ບັນດາຂະແໜງການ ອົງການ ແລະ ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນໄດ້ຍົກສູງຄວາມຮັບຜິດຊອບ ແລະ ເປັນເຈົ້າການຈັດຕັ້ງປະຕິບັດດ້ວຍການຜັນຂະຫຍາຍເປັນນິຕິກຳໃຕ້ກົດໝາຍ ໂຄສະນາເຜີຍແຜ່ໃຫ້ສັງຄົມຮັບຮູ້ ເຂົ້າໃຈ ເປັນບ່ອນອີງໃນການປະຕິບັດໜ້າທີ່ວຽກງານຂອງຕົນ ຕິດພັນກັບການແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃນສັງຄົມ ສາມາດຍາດໄດ້ຜົນສຳເລັດທີ່ສຳຄັນໃນຫຼາຍດ້ານເປັນຕົ້ນ ໄດ້ປົກປ້ອງສິດ ແລະ ຜົນປະໂຫຍດລວມຂອງລັດ ບຸກຄົນ ແລະ ນິຕິບຸກຄົນ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຕາມທິດສີຂຽວ ແລະ ຍືນຍົງ ຜ່ານຂະບວນການດັ່ງກ່າວ ພະນັກງານ-ລັດຖະກອນຂອງຂະແໜງການ ແລະ ທ້ອງຖິ່ນ ກໍໄດ້ຮັບການທົດສອບເຝິກຝົນຫຼໍ່ຫຼອມທາງດ້ານສະຕິ ເຄົາລົບ ແລະ ປະຕິບັດກົດໝາຍ ຍົກລະດັບຄວາມຮູ້ ຄວາມສາມາດ ແລະ ປະສົບການໃນການຈັດຕັ້ງປະຕິບັດກົດໝາຍ ປະກອບສ່ວນອັນສຳຄັນເຂົ້າໃນການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງລັດ ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍໄດ້ດີຂຶ້ນເທື່ອລະກ້າວ. 

    ຄຽງຄູ່ກັບຜົນງານທີ່ຍາດມາໄດ້ ຍັງມີຂໍ້າຄົງຄ້າງທີ່ຈະຕ້ອງໄດ້ປັບປຸງໃນຕໍ່ໜ້າ ເປັນຕົ້ນການສຶກສາອົບຮົມ ແລະ ໂຄສະນາເຜີຍແຜ່ກົດໝາຍ 4 ສະບັບດັ່ງກ່າວຍັງຢູ່ໃນຂອບເຂດຈໍາກັດ ບໍ່ທັນກວ້າງຂວາງ ແທດເໝາະກັບແຕ່ລະເປົ້າໝາຍໃນສັງຄົມ ເຮັດໃຫ້ຄວາມຮັບຮູ້ເຂົ້າໃຈຂອງພະນັກງານລັດຖະກອນຂອງລັດ ປະຊາຊົນບັນດາເຜົ່າ ແລະ ພາກທຸລະກິດ ຕໍ່ກົດໝາຍເຫຼົ່ານີ້ຍັງບໍ່ທັນເລິກເຊິ່ງ ກົດໝາຍທີ່ກໍານົດໃຫ້ ມີລະບຽບການຕ່າງຫາກ ຍັງຊັກຊ້າ ຫຼື ມາດຕາທີ່ໄດ້ຜັນຂະຫຍາຍເປັນຕິນິກໍາໃຕ້ກົດໝາຍແລ້ວ ແຕ່ການຈັດຕັ້ງປະຕິບັດກໍຍັງບໍ່ທັນມີປະສິດທິພາບເທົ່າທີ່ຄວນ. ຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການຂອງຂະແໜງການ ອົງການ ແລະ ອົງການ ປົກຄອງທ້ອງຖິ່ນຈໍານວນໜຶ່ງໃນການຈັດຕັ້ງປະຕິບັດກົດໝາຍເຫຼົ່ານີ້ ຍັງບໍ່ທັນສູງ ແລະ ເຂັ້ມງວດເທົ່າທີ່ຄວນ ໂດຍສະເພາະ ການຄຸ້ມຄອງການເຊົ່າ ການສໍາປະທານທີ່ດິນຍັງບໍ່ທັນເຂັ້ມງວດຕາມກົດໝາຍ ການອະນຸຍາດເນື້ອທີ່ໃຫ້ເຊົ່າສໍາປະທານທີ່ດິນມີ 927.457,810 ເຮັກຕາໃນ 2.045 ໂຄງການ ແຕ່ເນື້ອທີ່ນາໃຊ້ຕົວຈິງຊ້ໍາພັດມີພຽງແຕ່ 582.320,36 ເຮັກຕາ ເທົ່າກັບ 62,78% ແລະ ໂຄງການທີ່ບໍ່ມີປະສິດທິພາບ ໄດ້ກວດເຫັນໃນເບື້ອງຕົ້ນມີ 438 ໂຄງການ ການປະສານສົມທົບລະຫວ່າງຂະແໜງການຕ່າງໆ ລະຫວ່າງສູນກາງ ແລະ ທ້ອງຖິ່ນໃນການພິຈາລະນາອະນຸມັດໂຄງການເຊົ່າ ສໍາປະທານທີ່ດິນຍັງບໍ່ທັນກົມກຽວກັນ ບັນຫາການຈອງ ແລະ ຊື້-ຂາຍສິດນໍາໃຊ້ທີ່ດິນ ການຫັນທີ່ດິນເປັນກໍາມະສິດອື່ນທີ່ບໍ່ຖືກຕ້ອງຕາມກົດໝາຍ ການແກ້ໄຂຍັງບໍ່ທັນເດັດຂາດ ການຂຶ້ນທະບຽນທີ່ດິນຍັງບໍ່ທັນບັນລຸຕາມຄາດໝາຍ ຕາມມະຕິກອງປະຊຸມສະພາແຫ່ງຊາດການຫັນແຜນແມ່ບົດພັດທະນາທີ່ດິນແຫ່ງຊາດເປັນແຜນຈັດສັນທີ່ດິນຂັ້ນທ້ອງຖິ່ນ ແລະ ເປັນຍຸດທະສາດພັດທະນາທີ່ດິນຕາມຂະແໜງການຍັງຊັກຊ້າ. 

    ນອກຈາກນີ້ ການຄຸ້ມຄອງບັນດາໂຄງການລົງທຶນຍັງບໍ່ທັນເຂັ້ມງວດຕາມກົດໝາຍ ແລະ ສັນຍາ ການແບ່ງຂັ້ນຄຸ້ມຄອງ ການສົ່ງເສີມການລົງທຶນລະຫວ່າງຂະແໜງການສູນກາງ ແລະ ທ້ອງຖິ່ນຍັງບໍ່ທັນລະອຽດຈະແຈ້ງ ກົນໄກການພິຈາລະນາອະນຸມັດການລົງທຶນຍັງຊັກຊ້າ ຜ່ານຫຼາຍຂັ້ນຫຼາຍຂອດ ແລະ ບໍ່ທັນໂປ່ງໃສເທົ່າທີ່ຄວນສ້າງຄວາມຫຍຸ້ງຍາກລໍາຄານໃຫ້ແກ່ຜູ້ລົງທຶນ ການຄຸ້ມຄອງຊັບສິນຂອງລັດຍັງບໍ່ທັນຮັດກຸມ ແລະ ສັກສິດ ໂດຍສະເພາະ ບໍ່ທັນສາມາດຂຶ້ນທະບຽນຊັບສິນລັດຖະສົມບັດ ແລະ ສາທາລະນະສົມບັດແຕ່ລະປະເພດຢ່າງລະອຽດ ຈະແຈ້ງ ແລະ ຄົບຖ້ວນເຮັດໃຫ້ມີການຮົ່ວໄຫຼ ແລະ ສູນເສຍລາຍຮັບງົບປະມານຂອງລັດເປັນຈໍານວນບໍ່ໜ້ອຍ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!