ຈະສຸມໃສ່ຜະລິດເຂົ້າໃຫ້ໄດ້ 3,7 ລ້ານໂຕນ ເພື່ອຄໍ້າປະກັນດ້ານສະບຽງອາຫານ

    ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ-ປ່າໄມ້ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໂດຍໄດ້ຍົກໃຫ້ເຫັນແຜນຈຸດສຸມຄໍ້າປະກັນດ້ານສະບຽງອາຫານໃນປະເທດໃຫ້ພຽງພໍ ໃນນີ້ ຈະສຸມໃສ່ຜະລິດເຂົ້າໃຫ້ໄດ້ 3,7 ລ້ານໂຕນໃນປີນີ້ ການສະໜອງຊີ້ນ ປາ ໄຂ່ ແມ່ນບໍ່ໃຫ້ຫຼຸດ 68,2 ກິໂລຕໍ່ຄົນຕໍ່ປີ ພ້ອມນັ້ນ ຈະສຸມໃສ່ປັດໄຈການຜະລິດພາຍໃນໃຫ້ຫຼາຍຂຶ້ນ ເພື່ອຫຼຸດຜ່ອນການນໍາເຂົ້າ ໂດຍສະເພາະ ແມ່ນຝຸ່ນຊີວະພາບ ປັດຈຸບັນ ສາມາດສະໜອງໄດ້ພຽງ 6 ແສນໂຕນ ແຕ່ຄວາມຕ້ອງການແມ່ນສູງເຖິງ 2 ລ້ານໂຕນ ໄປຄຽງຄູ່ການສົ່ງເສີມການຜະລິດປຸຍ ແນວພັນພືດ ແນວພັນສັດ ແລະ ອຸປະກອນການຜະລິດໃຫ້ຫຼາຍຂຶ້ນ. 

    ນອກຈາກນີ້ ລັດຖະບານຈະເນັ້ນສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ໂດຍສະເພາະຕາມລາຍການສິນຄ້າທີ່ສໍາເລັດການເຈລະຈາເຕັກນິກ ເປີດຕະຫຼາດກັບປະເທດຄູ່ຄ້າແລ້ວຄື ສປ ຈີນ 14 ລາຍການ ສສ.ຫວຽດນາມ 16 ລາຍການ ລາຊະອານາຈັກໄທ 15 ລາຍການ ສ່ວນສະຫະພາບເອີຣົບແມ່ນເປີດໄດ້ທຸກສິນຄ້າ ນອກນີ້ ຈະເລັ່ງສ້າງເງື່ອນໄຂ ປັດໄຈ ແລະ ສະແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການຜະລິດເຊັ່ນ ການເຂົ້າເຖິງແຫຼ່ງທຶນດອກເບ້ຍເໝາະສົມ ການສະໜອງຂໍ້ມູນຄວາມຕ້ອງການຂອງຕະຫຼາດໃນແຕ່ລະໄລຍະ ປັບປຸງນະໂຍບາຍການນໍາເຂົ້າແນວພັນພືດ ສັດ ຢາປ້ອງກັນພະຍາດ ຢາປາບສັດຕູພືດ ປຸຍ ແລະ ກົນຈັກທີ່ເຮົາບໍ່ສາມາດຜະລິດໄດ້ ພ້ອມນັ້ນ ກໍສືບຕໍ່ປັບປຸງບັນດາສູນ ສະຖານີບໍລິການເຕັກນິກ ດ້ວຍການສຸມງົບປະມານ  ແລະ ຫັນເອົາພະນັກງານລົງປະຈໍາບ່ອນຜະລິດ ແລະ  ສະໜອງແນວພັນ ຖ່າຍທອດເຕັກນິກໃຫ້ບັນດາຊາວກະສິກອນ ກໍຄືກຸ່ມຜູ້ປະກອບການ. ພ້ອມດຽວກັນນັ້ນຕ້ອງເລັ່ງປັບປຸງ ຄຸ້ມຄອງພັດທະນາໂຄງລ່າງ ແລະ ເຕັກນິກການຜະລິດ ຕິດພັນກັບການປຸງແຕ່ງໃຫ້ໄດ້ມາດຕະຖານ ເພື່ອຫັນໄປສູ່ລະບົບທັນສະໄໝ ພ້ອມທັງສ້າງຖານການຜະລິດຢູ່ເຂດຊົນນະບົດ ເພື່ອເປັນຕະຫຼາດແຮງານ ແລະ ຕະຫຼາດວັດຖຸດິບເຊັ່ນ: ໂຮງສີ ໂຮງອົບ ໂຮງຄັດເມັດ ລານຕາກ ສາງເຢັນ ສາງແຫ້ງ ໂຮງງານຜະລິດຝຸ່ນ ປຸຍ ໂຮງງານອາຫານສັດ ໂຮງຂ້າສັດ ແລະ ສູນຄ່ຽນຖ່າຍຢູ່ຕາມສະຖານີລົດໄຟຕ່າງໆ ນອກນີ້ ກໍຄຸ້ມຄອງບັນດາໂຄງການຊົນລະປະທານໃນຂອບເຂດທົ່ວປະເທດ ເພື່ອໃຫ້ສາມາດສະໜອງນໍ້າໃຫ້ແກ່ເນື້ອທີ່ການຜະລິດໃຫ້ໄດ້ສອງລະດູ.


# ຂ່າວ – ພາບ: ອົ່ນ ໄຟສົມທອງ

error: Content is protected !!