ເຈົ້າໜ້າທີ່ບໍລິຄຳໄຊ ຈັບຜູ້ຕ້ອງສົງໄສພ້ອມຢາໄອສ໌ຈຳນວນ 110 ກິໂລ

   ໃນວັນທີ 16 ມິຖຸນາ 2022 ເວລາປະມານ 22:30 ໂມງ ເຈົ້າໜ້າທີ່ ປກສ ເມືອງ ຄຳເກີດ ແຂວງ ບໍລິຄຳໄຊ ໄດ້ສະກັດລົດຕ້ອງສົງໄສ 2 ຄັນທີ່ຂັບຂີ່ມານຳກັນຢູ່ເສັ້ນທາງໄປດ່ານຊາຍແດນນໍ້າພາວ ແຕ່ລົດ 1 ຄັນບໍ່ຢຸດຈອດ ແລະ ໄດ້ຂັບຂີ່ຫຼົບໜີໄປ ເຈົ້າໜ້າທີ່ຈຶ່ງໃຊ້ລົດໄລ່ຕິດຕາມ ພໍໄປຮອດເຂດບ້ານໜອງອໍ້ ເມືອງຄຳເກີດ ລົດຄັນດັ່ງກ່າວໄດ້ຈອດປະໄວ້ຢູ່ແຄມທາງ ສ່ວນຜູ້ຂັບຂີ່ໄດ້ເອົາຕົວຫຼົບໜີເຂົ້າປ່າ ດັ່ງນັ້ນ ເມື່ອເຈົ້າໜ້າທີ່ກວດຄົ້ນລົດ ກໍພົບຂອງກາງຢາໄອສ໌ ຈຳນວນ 110 ກິໂລ.

    ເຈົ້າໜ້າທີ່ ປກສ ເມືອງຄຳເກີດ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບລາຍງານຈາກພົນລະເມືອງດີວ່າມີກຸ່ມຄົນຈຳນວນໜຶ່ງຢູ່ທີ່ເມືອງຄຳເກີດ ແລະ ຢູ່ເມືອງຄູນຄຳ ແຂວງຄຳມ່ວນ ຈະມີການເຄື່ອນໄຫວຂົນສົ່ງຢາເສບຕິດຢູ່ຂອບເຂດຊາຍແດນນໍ້າພາວ-ເກົາແຈ໋ວ ດັ່ງນັ້ນ ເຈົ້າໜ້າທີ່ ປກສ ເມືອງຄຳເກີດ ຈຶ່ງໄດ້ຈັດຕັ້ງກຳລັງອອກເຄື່ອນໄຫວຕິດຕາມ ກວດກາຢູ່ຕາມຈຸດຕ່າງໆຢ່າງເຂັ້ມງວດ ພໍຮອດເວລາປະມານ 22:30 ໂມງຂອງວັນທີ 16 ມິຖຸນາ 2022 ໄດ້ພົບເຫັນລົດກະບະໂຕໂຍຕ້າຣີໂວ້ ໝາຍເລກທະບຽນ ກຂ 6639 ຄຳມ່ວນ ແລະ ລົດເກັງໂຕໂຍຕາວິດໝາຍເລກທະບຽນ ກພ 1141 ກຳແພງນະຄອນ ຂັບຂີ່ລົດມາແຕ່ບ້ານທົ່ງແປ ມຸ່ງໜ້າໄປດ່ານຊາຍແດນນໍ້າພາວ ເຈົ້າໜ້າທີ່ຈຶ່ງທຳການສະກັດຈັບລົດດັ່ງກ່າວເພື່ອກວດກາ ແຕ່ຄົນຂັບບໍ່ຈອດ ຈຶ່ງໄດ້ຂັບລົດຕິດຕາມໄປ ພໍຮອດເຂດບ້ານໜອງອໍ້ ເມືອງຄຳເກີດ ເຈົ້າຂອງລົດຣີໂວ້ໄດ້ຈອດລົດປະໄວ້ແລ້ວເອົາຕົວຫຼົບໜີ ສ່ວນຄົນຂັບລົດເກັງໂຕໂຍຕ້າວິດ ຫຼົບໜີບໍ່ທັນ ຈຶ່ງຖືກເຈົ້າໜ້າທີ່ກັກຕົວພ້ອມກັກລົດທັງສອງຄັນ ຜ່ານການກວດຄົ້ນລົດທັງສອງຄັນ ພົບເຫັນຢາໄອສ໌ ຈຳນວນ 110 ຫໍ່ ນໍ້າໜັກ 110 ກິໂລ ຊຸກເຊື່ອງໄວ້ໃນລົດກະບະໂຕໂຍຕ້າຣີໂວ້ .

    ຜ່ານການສອບສວນ ຈຶ່ງຮູ້ວ່າຄົນຂັບຂີ່ລົດເກັງໂຕໂຍຕ້າວິດ ຊື່ ທ້າວ ໄອ່ ອາຍຸ 27 ປີ ຢູ່ບ້ານໂພນແພງ ເມືອງຄຳເກີດ ແຂວງ ບໍລິຄຳໄຊ ໂດຍຜູ້ກ່ຽວໄດ້ສາລະພາບວ່າ: ໃນເດືອນມິຖຸນາ 2022 ຜູ້ກ່ຽວໄດ້ຮູ້ຈັກກັບເຈົ້າຂອງຢາຢູ່ເມືອງຄູນຄຳ ແຂວງຄຳມ່ວນ ແລະ ໄດ້ແນະນຳໃຫ້ຜູ້ກ່ຽວໄປຊອກຫາຄົນຮັບຈ້າງຂົນສົ່ງຢາໄອສ໌ໄປຕາມປ່າຂອບເຂດຊາຍແດນນໍ້າພາວ ຂ້າມໄປຍັງປະເທດໃກ້ຄຽງ ແຕ່ຊອກຫາຄົນບໍ່ໄດ້ ຈາກນັ້ນຮອດເວລາປະມານ 21:00 ໂມງ ຂອງວັນດຽວກັນ ຜູ້ກ່ຽວໄດ້ຂັບຂີ່ລົດເກັງໂຕໂຍຕ້າວິດອອກຈາກເຮືອນທີ່ບ້ານໂພນແພງ ມຸ່ງໜ້າໄປຊາຍແດນໍ້າພາວ-ເກົາແຈ່໋ວ ໄດ້ພົບເຫັນເຈົ້າຂອງຢາ ແລະ ໝູ່ອີກ 1 ຄົນ ຂັບຂີ່ລົດໂຕໂຍຕາຣີໂວ້ ຈອດຖ້າຢູ່ແຄມທາງເຂດບ້ານທົ່ງແປແລ້ວກໍພາກັນຂັບຂີ່ໄປຕາມເສັ້ນທາງດັ່ງກ່າວ.

   ພໍຮອດເຂດບ້ານໜອງອໍ້ ເມືອງຄຳເກີດ ໄດ້ມີເຈົ້າໜ້າທີ່ຕຳຫຼວດລັດລົດເພື່ອກວດກາ ຜູ້ກ່ຽວໄດ້ຈອດລົດ ສ່ວນເຈົ້າຂອງຢາທີ່ຂັບລົດມາອີກຄັນ ໄດ້ຂັບຂີ່ລົດຫຼົບໜີເຂົ້າໄປໃນເຂດແຫຼ່ງທ່ອງທ່ຽວບໍ່ນໍ້າອຸ່ນ ເຂດບ້ານໜອງອໍ້ ແລ້ວຈອດລົດປະໄວ້ ແລະ ໄດ້ເອົາຕົວຫຼົບໜີເຂົ້າປ່າ ຈາກນັ້ນ ເຈົ້າໜ້າທີ່ຕຳຫຼວດຈຶ່ງໄດ້ກັກຕົວຜູ້ກ່ຽວພ້ອມກວດຄົ້ນລົດທັງສອງຄັນ ຈຶ່ງພົບເຫັນຢາຈຳນວນດັ່ງກ່າວທີ່ຊຸກເຊື່ອງໄວ້ໃນລົດກະບະຣີໂວ້.

   ປັດຈຸບັນ ກຳລັງເລັ່ງສອບສວນຂະຫຍາຍຜົນ ແລະ ກໍາລັງຕິດຕາມຈັບພັກພວກຮ່ວມຂະບວນການທີ່ໄດ້ເອົາຕົວຫຼົບໜີມາດຳເນີນຄະດີຕາມກົດໝາຍ.

# ເພັດສະໝອນ 

error: Content is protected !!