ຍິນດີສະໜັບສະໜູນຄໍາສະເໜີຂອງແຂວງບັ່ກນີ່ງ ໃນການພັດທະນາສົ່ງເສີມການທ່ອງທ່ຽວຂອງສອງແຂວງ

    ວັນທີ 23 ມິຖຸນາ 2022 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ) ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ໄດ້ຕ້ອນຮັບການເຂົ້າພົບປະຂອງທ່ານນາງ ຫງວຽນ ເຮືອງ ຢາງ ຮອງເລຂາພັກແຂວງ ປະທານຄະນະກໍາມະການປະຊາຊົນ ແຂວງບັ່ກນີ່ງ ສສ ຫວຽດນາມ ພ້ອມຄະນະ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ວັນທີ 20-24 ມິຖຸນານີ້. 

    ທ່ານເຈົ້າຄອງ ນວ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມຂອງທ່ານນາງ ຫງວຽນ ເຮືອງ ຢາງ ເຊິ່ງເປັນການຮັດແໜ້ນຄວາມສາມັກຄີ ແລະ ເສີມຂະຫຍາຍສາຍພົວພັນການຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງລັດ ກໍຄືປະຊາຊົນຊາວ ນວ ແລະ ແຂວງ ບັ່ກນີ່ງ ເວົ້າສະເພາະ ຄວາມເປັນໄປໄດ້ໃນການພັດທະນາ ແລະ ຮ່ວມມືຊຸກຍູ້ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ການຊຸກຍູ້ສົ່ງເສີມການທ່ອງທ່ຽວຂອງສອງແຂວງ ພ້ອມນັ້ນ ຍັງສະແດງຄວາມຍິນດີສະໜັບສະໜູນຄໍາສະເໜີການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຂອງສອງແຂວງໃນຕໍ່ໜ້າ ເພື່ອສ້າງກົນໄກຈັດຕັ້ງປະຕິບັດຮ່ວມກັນໃຫ້ເປັນຮູບປະທໍາ. 

    ໂອກາດນີ້ ທ່ານນາງ ຫງວຽນ ເຮືອງ ຢາງ ໄດ້ສະແດງຄວາມຂອບໃຂຕໍ່ເຈົ້າຄອງ ນວ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານສະພາບການພົ້ນເດັ່ນການພັດທະນາເສດຖະກິດຂອງແຂວງບັ່ກນີ່ງ ແລະ ລາຍງານຜົນສໍາເລັດຂອງການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຮ່ວມກັບອົງການປົກຄອງແຂວງຫົວພັນ ເພື່ອສົ່ງເສີມຜັນຂະຫຍາຍການຮ່ວມມືມິດຕະພາບລາວ-ຫວຽດນາມ ກໍຄືແຂວງບັ່ກນີ່ງ-ນວ ໄດ້ສະເໜີໃຫ້ການຄ້າທັງສອງແຂວງສ້າງເງື່ອນໄຂການສົ່ງອອກຜະລິດຕະພັນຫັດຖະກໍາຂອງແຂວງບັ່ກນີ່ງມາຈໍາໜ່າຍຢູ່ ນວ ໃຫ້ເພີ່ມທະວີການເຄື່ອນໄຫວແລກປ່ຽນບົດນຽນທາງດ້ານວັດທະນະທໍາທີ່ເປັນເອກະລັກສະເພາະ ພ້ອມທັງມີການໂຄສະນາສະຖານທີ່ທ່ອງທ່ຽວທີ່ພົ້ນເດັ່ນຂອງສອງແຂວງໃຫ້ສັງຄົມມີຄວາມເຂົ້າໃຈ ເພື່ອຜັນຂະຫຍາຍໃນຕໍ່ໜ້າ ປັດຈຸບັນ ແຂວງບັ່ກນີ່ງ ໄດ້ຊຸກຍູ້ປະຊາຊົນແຕ້ມຮູບວັດທະນະທໍາອັນເກົ່າແກ່ເປັນອັນຮີບດ່ວນ ແນໃສ່ຮັກສາໃຫ້ມີຄວາມຍືນຍົງ ແລະ  ຫວັງວ່າ ນວ ກໍຈະເອົາໃຈໃສ່ຊຸກຍູ້ປະຊາຊົນໃນດ້ານດັ່ງກ່າວເຊັ່ນດຽວກັນ  ນອກນີ້ ຍັງສະເໜີໃຫ້ຊ່ວຍເບິ່ງແຍງ ຊຸກຍູ້ສົ່ງເສີມຜູ້ປະກອບການ ນັກທຸລະກິດ ແລະ ປະຊາຊົນແຂວງບັກນີ່ງທີ່ດໍາລົງຊີວິດຢູ່ ນວ ບົນພື້ນຖານຮັບປະກັນການປະຕິບັດລະບຽບກົດໝາຍຂອງ ສປປ ລາວ.

# ຂ່າວ – ພາບ: ຂັນທະວີ

error: Content is protected !!