ລັດຖະບານນໍາເຂົ້ານໍ້າມັນເຊື້ອໄຟຫຼາຍກວ່າ 60 ລ້ານລິດ ສາມາດແກ້ບັນຫາໄດ້ໂດຍພື້ນຖານ

     ນັບແຕ່ວັນທີ 1-21 ມິຖຸນາ 2022 ນີ້ ລັດຖະບານໄດ້ສະໜອງເງິນຕາໃຫ້ວິສະຫະກິດນໍ້າມັນເຊື້ອໄຟແລ້ວ 102 ລ້ານໂດລາສະຫະລັດ  ເພື່ອແກ້ໄຂບັນຫາການຂາດເຂີນນໍ້າມັນເຊື້ອໄຟໃນທົ່ວປະເທດ ແລະຕອບສະໝອງຄວາມຕ້ອງການຊົມໃຊ້ສັງຄົມໃຫ້ພຽງພໍ.

     ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລາຍງານຄວາມຄືບໜ້າການແກ້ໄຂບັນຫານໍ້າມັນເຊື້ອໄຟ ແລະ ຄຸ້ມຄອງອັດຕາແລກປ່ຽນເງິນຕາຕ່າງປະເທດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 23 ມິຖຸນາ 2022 ວ່າ: ລັດຖະບານສາມາດແກ້ໄຂບັນຫາການຂາດເຂີນນໍ້າມັນໄດ້ໂດຍພື້ນຖານ ໂດຍນໍາເຂົ້ານໍ້າມັນເຊື້ອໄຟແລ້ວຫຼາຍກວ່າ 60 ລ້ານລິດ ໃນນີ້ ກາຊວນ 40 ກວ່າລ້ານລິດ ກວມເອົາ 75% ຂອງການນໍາເຂົ້ານໍ້າມັນທັງໝົດ ມາຮອດປັດຈຸບັນ ເຫັນໄດ້ວ່າການບໍລິການນໍ້າມັນໃນເຂດຕົວເມືອງມີຄວາມຄ່ອງຕົວຫຼາຍຂຶ້ນ ແລະ ຈະສືບຕໍ່ຊຸກຍູ້ໃຫ້ຜູ້ປະກອບການທຸລະກິດນໍ້າມັນເຊື້ອໄຟ ກະຈາຍນໍ້າມັນສູ່ເຂດຊົນນະບົດຫ່າງໄກສອກຫຼີກຢ່າງທົ່ວເຖິງ.

    ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ລາວເປັນປະເທດນໍາເຂົ້ານໍ້າມັນ 100% ມີການນໍາໃຊ້ນໍ້າມັນເຊື້ອໄຟສະເລ່ຍ 100-120 ລ້ານລິດຕໍ່ເດືອນ ຫຼື ປະມານ 1.200 ລ້ານລິດຕໍ່ປີ ເມື່ອກ່ອນ ຊື້ນໍ້າມັນພຽງແຕ່ 600-700 ລ້ານໂດລາສະຫະລັດ ແມ່ນສາມາດຕອບສະໜອງໄດ້ຢ່າງພຽງພໍກັບຄວາມຕ້ອງການນໍາໃຊ້ໃນທົ່ວປະເທດຕໍ່ປີ ແຕ່ໃນປັດຈຸບັນ ຈາກການປັບຂຶ້ນລາຄານໍ້າມັນຂອງຕະຫຼາດໂລກ 1 ໂດລາສະຫະລັດ ສາມາດຊື້ນໍ້າມັນໄດ້ພຽງ 1 ລິດ ສະນັ້ນ ເຮັດໃຫ້ລາວຕ້ອງການເງິນຕາເພື່ອຊື້ນໍ້າມັນເຊື້ອໄຟມາບໍລິການຮັບໃຊ້ສັງຄົມສູງເຖິງ 1,2 ຕື້ໂດລາສະຫະລັດຕໍ່ປີ ເຮັດໃຫ້ຄວາມຕ້ອງການດ້ານເງິນຕາຕ່າງປະເທດສູງຂຶ້ນ ເຮັດໃຫ້ລາວພົບຄວາມຫຍຸ້ງຍາກໃນການຊອກຫາເງິນຕາຕ່າງປະເທດ ເຊິ່ງສົ່ງຜົນກະທົບຕໍ່ອັດຕາແລກປ່ຽນ ໂດຍສະເພາະ ອັດຕາແລກປ່ຽນຂອງທະນາຄານແຫ່ງຊາດ ແລະ ອັດຕາແລກປ່ຽນທີ່ກຳນົດນົດໄວ້ໃນທະນາຄານທຸລະກິດ.

error: Content is protected !!